ໂຮງງານເຈັ້ຽຂອງຈີນ ບໍ່ບໍາບັດ ນ້ຳເສັຽ

ສຸພັດຕາ
2018.05.17
F-cows ຢູ່ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ປາຕາຍໃນນໍ້າ ແລະ ງົວກໍຕາຍ ຕາມບ່ອນທີ່ເຄີຍອອກໄປຫາກິນ
Screen captured from : bokkhaovanni https://m.facebook.com/bokkhaovanni/?__tn__=%2Cg

ໂຮງງານຜລິດເຈັ້ຽ Sun Paper ຂອງຈີນ ປ່ອຍນໍ້າເສັຽລົງສູ່ຫ້ວຍ ທີ່ໄຫລສູ່ນໍ້າເຊບັງຫຽງ ເຮັດໃຫ້ສັດນ້ຳ ແລະປະຊາຊົນ ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ໄດ້ຮັບຜົລກະທົບຈາກສານເຄມີຂອງໂຮງງານດັ່ງກ່າວ. ດ່ັງຄຳເວົ້າຂອງປະຊາຊົນ ບ້ານມັນຈິ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສພາ ນີ້ວ່າ:

“ເຂົາປ່ອຍນໍ້າເສັຽນິ ວັນທີ 10 ດຽວນີ້ນໍ້າຫ້ວຍນິ ໃຊ້ການບໍ່ໄດ້ເລີຍ ປູປາກົບຄຽດ ຢູ່ໃນນໍ້ານິຕາຍໝົດ ບໍ່ເຫລືອຫຍັງ ງົວຄວາຍທີ່ກິນນໍ້າຫວຍ ນີ້ກະ ຕາຍຫລາຍໂຕແລ້ວເດ ນໍ້າຫ້ວຍນີ້້ໄຫລລົງໃສ່ ເຊບັ້ງຫຽງ ອີກ ຢ້ານຄົນຊິມີຕາຍ ຫລາຍຄົນອີກເດີ.”

ໂຮງງານດັ່ງກ່າວ ຕັ້ງຢູ່ເຂດບ້ານມັນຈິ, ເມືອງເຊໂປນ, ແຂວງສວັນນະເຂດ ເປັນໂຮງງານຜລິດເຈັ້ຽ ທີ່ໃຫຍ່ເປັນອັນດັບ 3 ຂອງໂລກ ຊຶ່ງ ແມ່ນຄົນຈີນ ເປັນເຈົ້າຂອງ ປັດຈຸບັນ ການກໍ່ສ້າງຂອງໂຮງງານ ແມ່ນຍັງບໍ່ທັນສຳເຣັດເຕັມ 100 ສ່ວນຮ້ອຍ, ແຕ່ທາງໂຮງງານໄດ້ເອົາ ສານເຄມີ ເຂົ້າມາໃຊ້ກ່ອນ.

ໃນຕອນເຊົ້າຂອງວັນທີ 10 ພຶສພາ ນີ້ທາງໂຮງງານໄດ້ປ່ອຍນໍ້າເສັຽລົງໃສ່ຫ້ວຍ ເຮັດໃຫ້ສັດນໍ້າຕາຍ ເປັນຈຳນວນຫຼວງຫຼາຍ ແລະງົວຄວາຍ ທີ່ກິນນໍ້າໃນຫ້ວຍນີ້ ກໍຕາຍຫຼາຍໂຕແລ້ວ ຮວມທັງມີຄົນຖອກທ້ອງ ຈາກການໃຊ້ນໍ້າຫ້ວຍນັ້ນແລ້ວນຶ່ງຄົນ.

ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ທ້ອງຖີ່ນ ທ່ານນຶ່ງ, ທ່ານເວົ້າວ່າ:

“ປະຈຸບັນແມ່ນກຳລັງປະສານງານ ກັບທາງຂັ້ນເທິງເພື່ອຈະລົງກວດກາ ລະອຽດວ່າສາຍ ເຫດດັ່ງກ່າວແມ່ນຍ້ອນຫຍັງແທ້ ຖ້າແມ່ນຍ້ອນ ໂຮງງານ ກໍ່ຈະດຳເນີນ ຕາມລະບຽບກົດໝາຍ ຫັ້ນແຫຼະ.”

ຕໍ່ບັນຫານີ້ ຖ້າບໍ່ໄດ້ຮັບການແກ້ໄຂຢ່າງຮີບດ່ວນ ນອກຈາກສັດຫຼາຍຊນິດ ທີ່ລົ້ມຕາຍ ຍ້ອນສານເຄມີ ນັ້ນແລ້ວ ອາດຈະມີຄົນເສັຽຊີວິດ ນຳອີກກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.