ຈີນຂຸດທອງສ້າງມົລພິດໃສ່ ຫ້ວຍນໍ້າ
2015.07.22

ການຂຸດຄົ້ນ ບໍ່ທອງ ຢູ່ເຂດ ບ້ານ ສະຫວ່າງ ເມືອງ ນາໝໍ້ ແຂວງ ອຸດົມໄຊ ຂອງ ບໍຣິສັດ ຈີນ, ສົ່ງ ຜົນ ກະທົບ ຕໍ່ ສິ່ງແວດລ້ອມ, ຊາວບ້ານ ຂໍ ຮຽກຮ້ອງ ໃຫ້ ໜ່ວຍງານ ຂອງ ແຂວງ ອອກມາ ກວດສອບ ເບິ່ງ ສະພາບ ຕົວຈິງ. ດັ່ງ ຊາວບ້ານ ໃນ ແຂວງ ອຸດົມໄຊ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ປະຊາຊົນ ແຖວເຂດ ເມືອງ ນາໝໍ້ ແຂວງ ອຸດົມໄຊ ແມ່ນມີ ຄວາມ ເດືອດຮ້ອນ, ກະ ຍ້ອນວ່າ ບໍຣິສັດ ຈີນ ທີ່ ມາ ຂຸດຄົ້ນ ບໍ່ທອງ ນີ້ນ່າ, ນໍ້າຫ້ວຍ ນັ້ນ ກະໃຊ້ ບໍ່ໄດ້ ເນາະ ເປັນນໍ້າ ຂຸ່ນ, ແດງ, ເພາະ ສະນັ້ນ ປະຊາຊົນ ກິນ ແລະ ໃຊ້ ລົງໄປ ລະກະ ອອກ ຕຸ່ມ, ການ ຫາປາ ແລະ ການເກັບ ໄຄ ກະບໍ່ໄດ້ ໃນ ຫ້ວຍເນາະ, ຍາມຝົນ ຕົກ ນໍ້າເຊາະ ເຈື່ອນ ເນາະ, ປ່າໄມ້ ໃຫຍ່ ກະຕັດ ໄປໝົດ, ເຂດນີ້ ຢາກໃຫ້ ທາງການ ຫລື ວ່າ ທາງແຂວງ ເຂົ້າມາ ກວດສອບ ເບິ່ງເນາະ".
ອີງຕາມ ສະຖິຕິ ການ ລົງທຶນ ທາງດ້ານ ບໍ່ແຮ່ ຢູ່ ແຂວງ ອຸດົມໄຊ ສົກປີ 2013-14, ທາງແຂວງ ໄດ້ ໃຫ້ ບໍຣິສັດ ຈີນ ຂຸດຄົ້ນ ປຸງແຕ່ງ ແຮ່ຊືນ ແລະ ສັງກະສີ ໃນ ເນື້ອທີ່ ປະມານ 3 ກິໂລແມັດ ມົນທົນ. ແຕ່ວ່າ ທາງ ເຈົ້າໜ້າທີ່ ແຂວງ ທ່ານນຶ່ງ, ໃຫ້ ຂໍ້ມູນ ແກ່ ເອເຊັຽ ເສຣີ ວ່າ, ໃນເວລາ ຂຸດຄົ້ນ ຕົວຈິງ ແມ່ນ ຂຸດຄົ້ນ ບໍ່ທອງ ໃນ ເນື້ອທີ່ 40 ກິໂລແມັດ ມົນທົນ, ຊຶ່ງ ກວມເອົາ 3 ໜ່ວຍພູ ແລະ ມີການ ຕັດໄມ້ ອອກ ເປັນ ຈໍານວນ ຫຼວງຫຼາຍ.
ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ, ກໍ ປະຕິເສດ ວ່າ ບໍ່ມີການ ຂຸດຄົ້ນ ບໍ່ທອງ ໃນເຂດ ດັ່ງກ່າວ. ດັ່ງ ທ່ານ ຫຸມແພງ ມິ່ງບຸບຜາ ຫົວໜ້າ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ໄດ້ກ່າວ ຕໍ່ ເອຊັຽ ເສຣີ ວ່າ:
"ບໍ່ທັນໄດ້ ຂຸດຄົ້ນ ເທື່ອດ ຣັຖບານ ໃຫ້ ສໍາປະທານ ແຕ່ວ່າ ເຂົາ ສໍາຣວດ ລະ ຣັຖບານ ອະນຸຍາດ ໃຫ້ເຂົາ ແຕ່ 2013 ພຸ້ນ, ແຕ່ມັນ ບໍ່ເກີດເທື່ອ, ອັນນີ້ ແມ່ນເຂົາ ສໍາຣວດ, ອັນນັ້ນ ນ່າ ຂຸດຄົ້ນ ຍັງບໍ່ທັນ ມີເທື່ອ ຂຸດຄົ້ນ ທອງ ຢູ່ ອຸດົມໄຊ ນີ້ນ່າ, ຂຸດຄົ້ນ ເຫລັກ ກັບ ຂຸດຄົ້ນ ສັງກະສີ ນີ້ ມີ ລະ ຊືນ ແລະ ສັງກະສີ ຫັ້ນນ່າ".
ທາງການ ແຂວງ ອຸດົມໄຊ ໄດ້ ໃຫ້ ບໍຣິສັດ ຈີນ ສໍາປະທານ ເປັນ ເວລາ 4 ປີ, ເລີ່ມ ໃນປີ 2008 ແລະ ສາມາດ ຕໍ່ ເວລາ ໄດ້ອີກ 4 ປີ ຈົນ ມາຮອດ ປີ 2015 ຈຶ່ງ ໝົດ ອາຍຸ ສໍາປະທານ.