ຈີນຍັງລັກເຊົ່າດິນຈາກ ຊາວບ້ານ
2016.06.29
ນັກລົງທຶນຈີນຈໍານວນນຶ່ງ ຍັງເຂົ້າມາເຊົ່າທີ່ດິນ ປະຊາຊົນ ຢູ່ແຂວງ ຫຼວງພຣະບາງ ເພື່ອປູກກ້ວຍ. ການຂໍເຊົ່າ ທີ່ດິນ ທີ່ວ່ານັ້ນ ຕົກລົງ ກັນແບບ ປາກເປົ່າ ຣະຫວ່າງ ຜູ້ເຊົ່າ ແລະ ເຈົ້າຂອງ ທີ່ດິນ ໂດຍບໍ່ແຈ້ງ ໃຫ້ທາງການ ຮັບຮູ້ນໍາ ເພາະ ຄົນຈີນ ຢາກເຂົ້າມາ ປູກກ້ວຍ ຢູ່ປະເທດລາວ ເພີ້ມຂຶ້ນ, ແຕ່ທາງການ ບໍ່ອະນຸຍາດ ໃຫ້ຂຍາຍ ເນື້ອທີ່ປູກກ້ວຍອີກ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ຕໍ່ RFA ໃນວັນທີ 28 ມິຖຸນາ ນີ້ວ່າ:
"ເຂົາເຈົ້າມາຫາ ປະຊາຊົນ ແລ້ວໄປເຮັດສັນຍານໍາ ປະຊາຊົນ ເຊົ່າທີ່ດິນ ນໍາປະຊາຊົນ ກະປູກໄປເລີຍ ຄິດວ່າ ພືດຊນິດນີ້ ເປັນລາຄາດີ ໄດ້ລາຄາດີ ສົ່ງໄປຈີນ ກະເລີຍມາເຮັດເລີຍ ພວກເຮົາກະພຍາຍາມ ແກ້ບັນຫາ ໂຕນີ້ ບໍ່ໃຫ້ມີ ມີກະມີແລ້ວ ບໍ່ໃຫ້ມີຕື່ມ ວ່າຊັ້ນຊະ".
ທ່ານເວົ້າວ່າ ການທີ່ຄົນຈີນ ເຂົ້າມາເຊົ່າດິນ ປະຊາຊົນ ແບບມິດງຽບນີ້ ນອກຈາກ ເປັນສິ່ງທີ່ຜິດກົດໝາຍແລ້ວ ຍັງມີໂອກາດເຮັດໃຫ້ ເຈົ້າຂອງດິນ ຖືກຄົນຈີນ ກົດຄ່າເຊົ່ານໍາດ້ວຍ. ດັ່ງນັ້ນຈຶ່ງເຮັດໃຫ້ຫລາຍພາກສ່ວນ ເປັນຕົ້ນຜແນກກະສິກໍາ ແລະປ່າໄມ້, ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເອົາໃຈໃສ່ກວດກາ ເພີ້ມຂຶ້ນ ເພື່ອປ້ອງກັນ ຜົລປະໂຫຍດຂອງຊາວບ້ານ ແລະສະກັດກັ້ນ ບໍ່ໃຫ້ມີການ ປູກກ້ວຍຕື່ມອີກ.
ທ່ານກ່າວຕື່ມວ່າ ປັດຈຸບັນ ເນື້ອທີ່ປູກກ້ວຍ ຢູ່ແຂວງຫລວງພຣະບາງ ມີປະມານ 1,000 ປາຍເຮັກຕາ ແລະມີຣາຍງານ ຈາກແຕ່ລະ ທ້ອງຖິ່ນວ່າ ນັກລົງທຶນຈີນໄດ້ ເອົາສານເຄມີ ແລະ ຢາຂ້າແມງໄມ້ມາໃຊ້ ໃນສວນກ້ວຍ ແຕ່ຍັງບໍ່ເຖິງຂັ້ນ ສົ່ງຜົລກະທົບ ຮຸນແຮງ.
ແຕ່ເຖິງຢ່າງໃດກໍຕາມ ທາງແຂວງນີ້ ກໍໄດ້ຈັດຕັ້ງຄນະກັມການສະເພາະ ຂຶ້ນ ເພື່ອປ້ອງກັນແລະບໍ່ໃຫ້ ໃຊ້ສານເຄມີ ທີ່ບໍ່ຖືກຕ້ອງນັ້ນແລ້ວ ຍ້ອນມີບົດຮຽນ ຈາກຫລາຍແຂວງ ທາງພາກເໜືອ ຂອງລາວ. ການປູກກ້ວຍ ຂອງນັກລົງທຶນຈີນ ສ່ວນໃຫຍ່ຈະໃຫ້ ຄວາມສໍາຄັນ ເຣຶ່ອງ ຜົລປູກ ຫຼາຍກວ່າເຣຶ່ອງສິ່ງແວດລ້ອມ.