ການພັທນາປ່ຽນແປງຊີວິດ ຊົ່ນເຜົ່າ

ສິດນີ
2016.08.29
F-Luangnamtha ເມືອງຫຼວງນໍ້າທາ
RFA

ເຈົ້າຫນ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ທີ່ ແຂວງຫຼວງນ້ຳທາ ກ່າວວ່າ ຊົນເຜົ່າ ສ່ວນໃຫຍ່ ຕ້ອງການ ອະນຸຮັກ ຮີດຄອງ ປະເພນີ ຂອງຕົນ ແຕ່ການ ພັທນາ ຕົວເມືອງ ໃນຣະຍະ ຜ່ານມາ ເປັນຕົ້ນ ການຮວມບ້ານນ້ອຍ ເຂົ້າເປັນ ບ້ານໃຫຍ່ ແລະ ການຕັດຖນົນ ເຂົ້າບ້ານ ເປັນສາເຫດ ສຳຄັນ ທີ່ເຮັດໃຫ້ ຮີດຄອງ ປະເພນີ ຊົນເຜົ່າ ປ່ຽນແປງ:

"ຖ້າວ່າຈະຖາມຂະເຈົ້າ ເນາະວ່າ ຢາກປ່ຽນແປງ ຮີດຄອງ ປະເພນີ ການດຳຣົງ ຊີວິດນີ້ ຂະເຈົ້າ ຄືຊີ່ບໍ່ຢາກ ປ່ຽນດອກ ເພາະວ່າ ຍ້ອນຫຍັງ ມັນເປັນຊີວີດ ທີ່ຂະເຈົ້າ ເກີດມາແລ້ວ ຂະເຈົ້າ ຢູ່ແບບຊັ້ນ ຫັ້ນນະ ແລະ ມາເຖີງ ປັດຈຸບັນນີ້ ກໍອີງຕາມ ການພັທນາ ຂອງ ພັກ-ຣັດ ບາງເທື່ອ ກໍເຮັດ ຖນົນຫົນທາງ ເຂົ້າໄປ ກໍມີ ຫລຸດຫນ້ອຍຖອຍລົງ ກໍຍອມຮັບວ່າ ມີສ່ວນນ້ອຍ ເນາະ".

ທ່ານກ່າວຕື່ມວ່າ ພາກ-ຣັດ ໄດ້ສ້າງຖນົນ ເຂົ້າບ້ານ ກໍເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ປະຊາຊົນ ໃນເຂດ ຫ່າງໄກ ໃນການ ໄປໂຮງຫມໍ ໂຮງຮຽນ ແຕ່ເຮັດໃຫ້ ຊົນເຜົ່າ ຈຳນວນນຶ່ງ ປ່ຽນທິດທາງ ການທຳມາ ຫາກິນ ມາເປັນ ແມ່ຄ້າຂາຍເຄື່ອງ ຕາມ ແຄມຖນົນ ຫຼາຍຂຶ້ນ ແລະ ປະລະ ການນຸ່ງຖື ແບບປະເພນີ ດັ້ງເດີມ ຂອງ ພວກຂະເຈົ້າ.

ໃນຂນະດຽວກັນ ປະຊາຊົນ ທີ່ເມືອງສິງ ທ່ານນຶ່ງ ກໍເວົ້າວ່າ ຊົນເຜົ່າ ແຂວງ ຫຼວງນ້ຳທາ ມີການປ່ຽນແປງ ຍ້ອນຄົນຈີນ ເຂົ້າມາ ລົງທຶນ ປູກກ້ວຍ ໃນແຂວງ ເຮັດໃຫ້ ຊົນເຜົ່າ ເຊົາປູກ ເຮັດໄຮ່ ແລ້ວຫັນມາເປັນ ກັມມະກອນ ໃນສວນກ້ວຍ ຂອງຈີນ ຫຼາຍຂື້ນ:

"ຄົນຈີນເຂົ້າມາ ກໍດີຢ່າງນຶ່ງ ແຕ່ກໍເສັຽເນາະ ຄືວ່າດຽວນີ້ ຂະເຈົ້າ ມີການປູກກ້ວຍ ປະຊາຊົນ ເຂດນີ້ເນາະ ມີວຽກເຮັດ ງານທຳ ເພີ້ມຂຶ້ນ ແຕ່ວ່າ ຖີ້ມປະລະ ຮີດຄອງ ປະເພນີ ການນຸ່ງຖືບໍ ແຕ່ວ່າ ວິຖີຊີວິດ ຂອງ ປະຊາຊົນ ກໍດີຂື້ນ".

ທີ່ແຂວງ ຫຼວງນ້ຳທາ ມີຫຼາຍຊົນເຜົ່າ ອາສັຍຢູ່. ດັ່ງ ຊົນເຜົ່າວີດາ ໃນເມືອງ ຫຼວງນ້ຳທາ, ຊົນເຜົ່າຍາວ ໃນເມືອງສິງ ແລະ ເຜົ່າມູເຊີ ທີ່ ເມືອງພູວຽງ ແລະ ຊົນເຜົ່າ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.