ໂຄງການພລັງງານ-ບໍ່ແຮ່ ຂອງຈີນ ສ້າງ ຜົນກະທົບ

ອຸ່ນແກ້ວ ສຸກສະຫວັນ
2017.11.15
F-Khammany ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານແລະບໍ່ແຮ່ ສປປລາວ
Screen captured KLP

ທາງການລາວ ເຫັນທ່າບວກຈາກການລົງທຶນ ທາງດ້ານພລັງງານແລະບໍ່ແຮ່ ຂອງຈີນ ໃນຂະນະທີ່ ນັກສິ່ງແວດລ້ອມ ຂອງລາວ ຍັງເຫັນວ່າ ຍັງບໍ່ເຫັນປະໂຫຍດ ຫຍັງຫລາຍ ແລະບາງໂຄງການລົງທຶນຂອງຈີນ ກໍສ້າງຜົນກະທົບ ຕໍ່ປະຊາຊົນນຳອີກ.

ເຖິງວ່າການລົງທຶນຂອງຈີນ ໃນຂະແໜງການພລັງງານ ແລະບໍ່ແຮ່ ໃນປະເທດລາວ ມີມູນຄ່າປະມານ 10 ຕື້ໂດລາ, ອີງຕາມຂໍ້ມູນຈາກ ກະ ຊວງພລັງງານແລະບໍ່ແຮ່ ແຕ່ກໍຍັງບໍ່ທັນໃຫ້ຜົນຫຍັງ ແກ່ປະຊາຊົນໂດຍທົ່ວໄປ. ນັກວິຊາການສິ່ງແວດລ້ອມ ຂອງລາວ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 14 ພຶສຈິກາ ນີ້ວ່າ:

"ຄັນພລັງງານແລະບໍ່ແຮ່ ສ່ວນຫຼາຍກະມີແຕ່ຈີນຫັ້ນຫຼະ ໄດ້ຮັບ ນັບແຕ່ນ້ຳອູ1 ຮອດນ້ຳອູ 7 ເບາະ ຫລືວ່າຕ່າງໆເນາະ ລະກະເຂື່ອນຕ່າງໆ ຫັ້ນນະ ມີຫລາຍຢູ່ວະ ແຕ່ກະບໍຣິສັດຈີນ ກັບລາວຮ່ວມກັນ ແຕ່ວ່າມັນກະ ບໍ່ທັນເຫັນຜົນຫຍັງນ່າ ດຽວນີ້ນ່າ ເຮົາບໍ່ສາມາດຊິຕີລາຄາໄດ້".

ໂຄງການເຂື່ອນບາງໂຄງການ ກໍຍັງສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ການຈ່າຍຄ່າຊົດເຊີຍ ບໍ່ທົ່ວເຖິງ, ດັ່ງນັກວິຊາການ ທ່ານນີ້ ກ່າວຕື່ມ ອີກວ່າ:

"ສ່ວນຫລາຍເລື້ອງການຊົດເຊີຍ ນີ້ມັນກະບໍ່ລະອຽດ ເຕັມເມັດເຕັມໜ່ວຍເດີ ເລື້ອງການຊົດເຊີຍນິເດີ ຊົດເຊີຍພຽງແຕ່ ແລ້ວຮີດແລ້ວຄອງ ຊື່ເດີ ເລື້ອງນີ້ນະເນາະ ຄັນວ່າ ເຂົາຊົດເຊີຍໃຫ້ ເຕັມເມັດເຕັມໜ່ວຍ ຕາມເງື່ອນໄຂມັນແທ້ໆ ເຂົາກະຊິບໍ່ຮ້ອງໂຮ ໂອທະການແທ້ໆດອກ ບາງບ້ານຫັ້ນນ່າ ບາງບ້ານກະຍັງວ່າ ການຊົດເຊີຍ ຜົນກະທົບຫັ້ນ ໃນການສ້າງເຂື່ອນ ຍັງບໍ່ທົ່ວເຖິງຫັ້ນນ່າ".

ໂຄງການລົງທຶນຂອງຈີນ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນ ກໍຄື: ໂຄງການໂຮງໄຟຟ້າຖ່ານຫີນ ຢູ່ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງຫົວພັນ ສົ່ງຜົນກະທົບ ຕໍ່ປະຊາຊົນ 40 ຄອບຄົວ,  ແລະ ປະຊາຊົນອີກ 136 ຄອບຄົວ ຢູ່ເມືອງງອຍ ແຂວງຫລວງພຣະບາງ ກໍໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນນ້ຳອູ 2 ແລະ ຍັງມີອີກຫລາຍໂຄງການ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນ, ອີງຕາມຂໍ້ມູນ ຈາກປະຊາຊົນ.

ເຈົ້າໜ້າທີ່ສິງແວດລ້ອມທ່ານນີ້ ກ່າວອີກວ່າ: ຍັງມີບໍຣິສັດຈີນ ທີ່ຊື່ວ່າ ລາວຕົງລ້ຽນ ໄດ້ມາສຳຣວດບໍ່ຄຳ ຢູ່ເຂດບ້ານ ກິອວງ-ອາເຕຶງ ທີ່ຂຶ້ນ ກັບເມືອງກະລຶມ ແຂວງເຊກອງ ມາເປັນເວລາ 4 ປີ ແລະ ຈະມີການຍົກຍ້າຍ ຊາວບ້ານ ອອກຈາກພື້ນທີ່ ໂຄງການ.

ເຖີງຢ່າງໃດກໍຕາມທາງການລາວ ກໍເຫັນວ່າການຮ່ວມລາວ-ຈີນ ໃນຂະແໜງການພລັງງານແລະບໍ່ແຮ່ ແມ່ນການເກີດດອກ-ອອກຜົນ ແລະ ປະສົບຜົນສຳເລັດ, ດັ່ງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີກະຊວງພລັງງານ ແລະບໍ່ແຮ່ ໄດ້ກ່າວ ຕໍ່ນັກຂ່າວ ໃນວັນທີ 7 ພືດຈິກາ ວ່າ:

"ພວກເຮົາມີຄວາມພູມໃຈ ເປັນຢ່ງຍິ່ງ ທີ່ເຫັນວ່າ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວແລະຈີນ ໄດ້ຮັບການກໍ່ສ້າງ ຖະນຸບຳລຸງ ມາເປັນເວລາຍາວນານ ແລະໄດ້ເຕີບໃຫຍ່ ຂະຫຍາຍຕົວ ເກີດດອກອອກຜົນທີ່ງອກງາມ ຕິດພັນກັບຜົນ ສຳເລັດລວມກັບ ການພັທນາ ປະເທດຊາດ ເພື່ອກ້າວຂຶ້ນຂອງລາວ ແລະ ສປ ຈີນ ຢ່າງໜັກແໜ້ນ ຕະຫລອດມາ".

ປັດຈຸບັນ ຈີນເຂົ້າມາລົງທຶນ ທາງດ້ານ ພລັງງານໄຟຟ້າ ຢູ່ປະເທດລາວ ລວມມີ ໂຄງການນ້ຳລີກ 1 ແລະ 2, ໂຄງນ້ຳງື່ມ 5, ນ້ຳງຽບ 3, ນ້ຳງຽບ 2, ໂຄງການເຂື່ອນນ້ຳອູ 1, ເຂື່ອນນ້ຳອູ 2, ເຂື່ອນນ້ຳອູ 5, ເຂື່ອນນ້ຳອູ 6 ແລະ ເຂື່ອນນ້ຳອູ 7. ນອກຈາກນີ້ ຍັງມີໂຄງການ ເຂື່ອນນ້ຳມັງ 1, ໂຄງການນ້ຳທາ 1, ເຊລະນອງ 1, ແລະ ມີເຂື່ອນສ້າງ ຢູ່ແມ່ນ້ຳຂອງອີກ ຄື ຢູ່ ເມືອງປາກແບງ ແຂວງອຸດົມໄຊ ແລະ ຢູ່ ເມືອງ ຊະນະຄາມ ແຂວງວຽງຈັນ. ແລະ ຍັງມີໂຄງການ ກໍ່ສ້າງສາຍສົ່ງ 230 ກິໂລໂວນ ແລະ 500 ກິໂລໂວນ ຢູ່ໃນ 8 ໂຄງການ ຊຶ່ງ ທັງໝົດແມ່ນ ໂຄງການລົງທຶນຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.