ນໍ້າຂອງບົກແຫ້ງ ຂັ້ນຮຸນແຮງ

ໄຊຍາ
2020.01.22
F-MK ສະພາບແມ່ນໍ້າຂອງ ເຂດ ເມືອງຄົງເຊໂດນ ແຂວງສາລະວັນ
RFA/TP

ຊາວປະມົງ ເມືອງຄົງເຊໂດນ ແຂວງສາລະວັນ ຫາປາໄດ້ນ້ອຍລົງ ພໍແຕ່ໄດ້ກິນ ຍ້ອນການຂຶ້ນລົງ ຜິດປົກກະຕິຂອງນໍ້າຂອງ. ປິຜ່ານມາ ເຂດນີ້ກໍປະສົບກັບພັຍແລ້ງ ນໍ້າຂອງບົກແຫ້ງ ເຖິງວ່າເດືອນທັນວາ ປີຜ່ານມານໍ້າໄດ້ເພີ່ມຣະດັບຂຶ້ນກໍຕາມ ແຕ່ເຣີ້ມຕົ້ນ ປີ 2020 ນໍ້າຂອງ ເຣີ້ມບົກແຫ້ງລົງ ອີກແລ້ວ. ດັ່ງຊາວປະມົງ ເມືອງຄົງເຊໂດນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 22 ມົກຣາ ວ່າ:

"ຊ່ວງນີ້ຫາກິນ ແຕ່ລະປີ ນໍ້າຂຶ້ນພໍຊໍ່ານຶ່ງ ເຮົາກໍຫາກິນໄດ້ ນີ້ຫາກິນບໍ່ໄດ້ເລີຍ ປາກໍບໍ່ໄດ້ ຫຍັງກໍບໍ່ໄດ້ ຫາພໍໄດ້ກິນຊໍ່າແບບວ່າປີ້ງປາເນາະ ກໍຕ້ອງໄປໝົດຄືນຮອດແຈ້ງພຸ້ນຈັ່ງໄດ້ ພຸ້ນຫີນແຖວພຸ້ນເຫັນໝົດນີ້ ນໍ້າກໍຫຼຸດນີ້ ດຽວນີ້ຂຶ້ນອີກນີ້ ເພາະເຂື່ອນຫັ້ນລະ ທາງເໜືອຫັ້ນນ່າ ເຂື່ອນຈີນ."

ຊາວປະມົງໄດ້ກ່າວຕື່ມວ່າ ເຂື່ອນຂອງຈີນ ທີ່ຕັ້ງຢູ່ແມ່ນໍ້າຂອງຕອນເທິງ ໄດ້ກັກນໍ້າໄວ້ໃຊ້ ຜລິດກະແສໄຟຟ້າ ຈຶ່ງເປັນສາເຫດເຮັດໃຫ້ການ ປ່ອຍນໍ້າ ອອກຈາກເຂື່ອນນັ້ນມີ ປະຣິມານໜ້ອຍຫຼາຍ ຈຶ່ງເຮັດນໍ້າຂອງຂຶ້ນລົງ ຜິດປົກກະຕິ ພ້ອມທັງນໍ້າຂອງ ບົກແຫ້ງຢ່າງໄວວາ.

ບັນຫານໍ້າຂອງບົກແຫ້ງລົງ ໃນປີນີ້ຍັງສົ່ງຜົລກະທົບ ຕໍ່ຊາວປະມົງເມືອງໂຂງຈຽມ ແຂວງອຸບົນຣາຊທານີ ທີ່ຫາປາໃນເຂດດຽວກັນ ດັ່ງຊາວ ປະມົງ ເມືອງໂຂງຈຽມ ໄດ້ກ່າວວ່າ ນໍ້າມັນຈະບົກແຫ້ງລົງ ໃນເດືອນກຸມພາ ແຕ່ຕອນນີ້ມັນແຫ້ງທີ່ສຸດ ຄືກັນກັບ ເດືອນເມສາ.

"ກໍບໍ່ເຖິງກັບວ່າແຫ້ງ ແຕ່ວ່າມັນນ້ອຍກວ່າທີ່ຜ່ານມາ ໃນເດືອນຂອງມັນ ທີ່ບໍ່ເຄີຍລົງຈັກເທື່ອ ນໍ້າຫັ້ນມັນບົກລົງ ປົກກະຕິໄທບ້ານນີ້ ນໍ້າມັນ ຈະຫຼຸດນີ້ ໃນເດືອນກຸມພາ ແຕ່ຕອນນີ້ມັນແຫ້ງທີ່ສຸດ ເໝືອນກັບ ເມສາ ແລ້ວຍັງບໍ່ເຖິງ ເມສາ ເລີຍ ຈີນ ປ່ອຍມາໃຫ້ ເຂົາກໍປ່ອຍມາ ໃຫ້ນ້ອຍ ນໍ້າມັນກໍແຫ້ງລົງໄປ ນໍ້າຂອງນີ້ແລ້ວເວົ້າເຣື່ອງປາ ນີ້ໂອອຶດ ຄັບ."

ປິ 2019 ຜ່ານມາ ລາວ ກໍປະເຊີນກັບພັຍແລ້ງ ຢ່າງໜັກໂດຍສະເພາະ ແມ່ນນໍ້າຂອງບົກແຫ້ງ ຈົນເຂົ້າຂັ້ນວິກິດ ສາເຫດຫຼັກແມ່ນມາຈາກ ຝົນຕົກໜ້ອຍ ແລະ ຈີນປິດປະຕູ ເຂື່ອນ ຈິງຫົງ ພາຍຫັລງທີ່ ປະຣິມານນໍ້າ ໃນອ່າງກັກເກັບນໍ້າ ຫຼຸດຕໍ່າລົງຢ່າງ ຫຼວງຫຼາຍ, ປີຜ່ານມາ ໃນໄລຍະເດືອນຕຸລາ ນໍ້າຂອງບົກແຫ້ງລົງເຫຼືອ 1 ແມັດ ເທົ່ານັ້ນ ເມື່ອທຽບໃສ່ໄລຍະນໍ້າປົກກະຕິ ນໍ້າຂອງຈະຢູ່ທີ່ຣະດັບ 7 ແມັດ.

ຕໍ່ສະພາບການດັ່ງກ່າວ ເຈົ້າໜ້າທີ່ຂອງກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ຢືນຢັນວ່າ ປີ 2019 ຜ່ານມາ ສະຖານະການ ພັຍແລ້ງ ຮຸນແຮງກວ່າປີ 2018 ມັນສົ່ງຜົລກະທົບ ຕໍ່ການດຳລົງຊີວິດ ປະຈຳວັນຂອງປະຊາຊົນ.

ສ່ວນໃນຕົ້ນປີ 2020 ສະພາບນໍ້າຂອງບົກແຫ້ງ ໄດ້ປະກົດຂຶ້ນໃຫ້ເຫັນແລ້ວ ຕັ້ງແຕ່ຕົ້ນເດືອນມົກຣາ ໂດຍສະເພາະ ໃນນະຄອນຫຼວງ ວຽງຈັນ ແລະ ແຂວງຫນອງຄາຍ ຂອງໄທ ເຮືອຂົນສົ່ງ ແລະ ເຮືອນໍາທ່ຽວບໍ່ສາມາດ ອອກແລ່ນບໍຣິການໄດ້. ພ້ອມນີ້ ໃນປີ 2020 ນີ້ ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ກໍໄດ້ອອກແຈ້ງເຕືອນແລ້ວປີນີ້ ພັຍແລ້ງເຣີ້ມແລ້ວ ແລະ ປະຣິມານນໍ້າຝົນຈະມີໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.