ເຂື່ອນຈີນກັກນ້ຳ ແມ່ຂອງ ບົກແຫ້ງ

ແມ່ນໍ້າຂອງ ໃນເຂດປະເທດລາວ ທີ່ ກໍາລັງບົກແຫ້ງ ໃນປັຈຈຸບັນ
ແມ່ນໍ້າຂອງ ໃນເຂດປະເທດລາວ ທີ່ ກໍາລັງບົກແຫ້ງ ໃນປັຈຈຸບັນ (RFA)

0:00 / 0:00

ເຂື່ອນຈິງຫົງ ຢູ່ແຂວງຢູນານ ຂອງຈີນ ຈະປ່ອຍນ້ຳໜ້ອຍລົງອີກ ນັບແຕ່ວັນທີ 1 ມົກກະຣາ ເປັນຕົ້ນໄປ ເພື່ອທົດລອງອຸປກອນໃນເຂື່ອນ. ການລົດລະດັບການປ່ອຍນ້ຳຈາກ 1,500 ແມັດກ້ອນ ຕໍ່ວິນາທີ ມາເປັນ 800-1,000 ແມັດກ້ອນ ຕໍ່ວິນາທີ່ ນັບແຕ່ ວັນທີ 1-3 ມົກກະຣາ ແລະ ຫລັງຈາກນັ້ນ ກໍຈະປ່ອຍໃຫ້ເຫລືອພຽງແຕ່ 500 ແມັດກ້ອນ ຕໍ່ວິນາທີ.

ການກັກນ້ຳຂອງເຂື່ອນຈີນ ຈະສົ່ງຜົນກະທົບ ຕໍ່ປະຊາຊົນທີ່ຢູ່ຕອນລຸ່ມຂອງແມ່ນ້ຳຂອງ ຄື; ລາວ, ໄທ, ວຽດນາມ ແລ ກັມພູຊາ. ອົງການ ພາກປະຊາສັງຄົມຮຽກຮ້ອງ ໃຫ້ຣັຖບານປະເທດແມ່ນ້ຳຂອງ ປະຊຸມກັນກ່ຽວກັບບັນຫາດັ່ງກ່າວ. ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກ ຊຽງຂອງ ແຂວງຊຽງຮາຍ ຂອງໄທ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຈີນເລື້ອງການປິດ-ເປີດເຂື່ອນ ຖືວ່າ ເປັນບັນຫາມາດົນນານແລ້ວນະ ລົດການປ່ອຍນ້ຳ ຫລຸດການປ່ອຍນ້ຳອີ່ຫຍັງແນວໃດ ກໍມີບັນຫາ ກັບ ປະເທດທ້າຍນ້ຳມາຕລອດ ແລະບັນຫາເຫຼົ່ານີ້ ເຮົາຄິດວ່າຣັຖບານກໍຮູ້ວ່າ ໄດ້ສ້າງຜົນກະທົບຕໍ່ຄົນປະເທດ ທ້າຍນ້ຳແນວໃດ ເພາະສະນັ້ນ ສິ່ງທີ່ພວກເຮົາພຍາຍາມຮຽກຮ້ອງ ຕລອດເວລາກໍຄື ພວກເຮົາຈະເຮັດແນວໃດ ຈະຮວມກັນເຮັດແນວໃດ ເພື່ອແກ້ໄຂບັນຫາ ຍ້ອນຕອນນີ້ ການຫລຸດການປ່ອຍນ້ຳເພິ່ນ ການປ່ອຍນ້ຳມັນ ກໍເປັນການບອກໃຫ້ຮັບຮູ້ ເທົ່ານັ້ນເອງ."

ທາງຫ້ອງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີການປະຊຸມກັນ ກຽມຮັບມືກັບບັນຫາດັ່ງກ່າວ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຕັ້ງແຕ່ມື້ວານນີ້ມາ ເພິ່ນກໍອັດລົງ ຄະນະບໍຣິຫານງານ ຄະນະຂອງເມືອງພວກເຮົາ ຫາກໍ່ປະຊຸມກັນມານີ້ ບັນຫານ້ຳ ປັດຈຸບັນນີ້ ກໍແກ້ບໍ່ ທັນຕົກ ດຽວນີ້ ກໍຜ່ານການປະຊຸມຢູ່ຫ້ອງການປົກຄອງເມືອງ ພວກເຮົາກຽມຮັບມືຢູ່ໂດຍຕລອດ ຫັ້ນແຫລະ ໄດ້ແຈ້ງ ແຈ້ງໝົດແລ້ວ ໄດ້ກ່າວເຕືອນປະຊາຊົນ ແຕ່ລະບ້ານ ເຝົ້າລະວັງໝົດ."

ເຈົ້າໜ້າທີ່ກ່າວຕື່ມອີກວ່າ ກະຊວງຊັພຍາກອນນ້ຳຂອງຈີນ ໄດ້ເຮັດໜັງສືແຈ້ງການເຖິງ ຫ້ອງການປົກຄອງເມືອງຕົ້ນເຜິ້ງ ໃນວັນທີ 31 ທັນວາ 2019 ກ່ຽວກັບ ການຈະລົດລະດັບການປ່ອຍນ້ຳ.

ການປ່ອຍນ້ຳຂອງເຂື່ອນຈີນ ດຳເນີນໄປໂດຍບໍ່ມີກຳນົດເວລາ ວ່າຈະກັບຄືນມາປ່ອຍນ້ຳໃນລະດັບປົກກະຕິເມື່ອໃດ ແລະ ບັນຫາດັ່ງກ່າວ ປະຊາຊົນກໍກັງວົນວ່າ ມັນຈະສົ່ງຜົນກະທົບ ຕໍ່ການເດີນເຮືອ ໂດຍສະເພາະເຮືອນຂນາດ 80-100 ຕັນ ຢູ່ໃນລາວ ຈະບໍ່ສາມາດແລ່ນໄດ້.