ສວນກ້ວຍສ້າງມົລພິດໃສ່ ຫ້ວຍນໍ້າ

ອຸ່ນແກ້ວ ສຸກສະຫວັນ
2016.03.16
F-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ທີ່ຕິດກັບຫ້ວຍນໍ້າ
RFA/VD

ປະຊາຊົນ ບ້ານທາດ ແລະ ບ້ານໂພຄຳ ເມືອງລອງ ແຂວງ ຫຼວງນ້ຳທາ ມີຄວາມກັງວົນ ທີ່ມີສິ່ງ ເສດເຫລືອ ແລະ ສານເຄມີ ຢູ່ ສວນກ້ວຍ ຂອງຄົນຈີນ ຍ້ອນວ່າ ສວນກ້ວຍ ແມ່ນປູກ ຢູ່ລຽບຕາມ ຫ້ວຍນໍ້າບັກ ທີ່ ປະຊາຊົນ ທັງ 2 ບ້ານ ນີ້ອຸປໂພກ ແລະ ບໍລິໂພກ ໃນຊີວິດ ປະຈຳວັນ.

ແຕ່ມາຮອດ ປີ 2013 ນັກລົງທຶນ ຈີນ ໄດ້ມາ ສຳປະທານ ປູກກ້ວຍ ລຽບຕາມ ຫ້ວຍນ້ຳບັກ ແລະ ຖິ້ມ ສິ່ງເສດເຫລືອ ເປັນຕົ້ນຖົງ ປຸຍເຄມີ, ຖົງຢາງ ແລະ ກະຕຸກຢາ ຂ້າ ຫຍ້າ ແລະ ສິ່ງເສດເຫລືອ ອື່ນໆ ລົງໃສ່ ຫ້ວຍນໍ້າ, ເຮັດໃຫ້ ປະຊາຊົນ ທີ່ໃຊ້ນໍ້າ ມີຄວາມກັງວົນ. ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ມິນາ ວ່າ:

“ເຂົາບໍ່ເກັບ ໜ່າ ຊຸດແລ້ວ ນາຍບ້ານ ບ້ານນ້ຳບັກ ບ້ານເຮົາ ບອກເຂົາ ບໍ່ໃຫ້ຖີ້ມໃສ່ນ້ຳ ໃຫ້ເຂົາຈູດ ຈູດດຽວນີ້ ກະໄຄແລ້ວ ຍາມເຂົາໃສ່ຢາ ແມ່ນເຂົາ ຖິ້ມສະ ຖິ້ມຊາຍ ເອົາໄຫລນ້ຳມາ ແລະ ກໍ່ ປະຊາຊົນ ຂັດຂ້ອງ ແລ້ວບອກໃຫ້ ນາຍບ້ານ ປະກາດ ເລີຍໜ່າ”.

ປະຊາຊົນ ທ່ານນີ້ ໄດ້ກ່າວ ຕື່ມອີກວ່າ ນອກຈາກ ສິ່ງເສດເຫລືອ ແລ້ວ ຍັງມີ ສານເຄມີ ທີ່ໃຊ້ຢູ່ ໃນສວນກ້ວຍ ຈະຊຶມລົງມາ ໃສ່ນໍ້າຫ້ວຍ ແລະ ສົ່ງ ຜົນກະທົບ ຕໍ່ ສຸຂພາບ ຂອງ ປະຊາຊົນ ແລະ ທີ່ຜ່ານມາ ປະຊາຊົນ ໄດ້ສະເໜີ ໄປຫາ ໜ່ວຍງານ ທີ່ກ່ຽວຂ້ອງ ແຕ່ ຍັງບໍ່ມີ ເຈົ້າໜ້າທີ່ ທ່ານໃດ ອອກມາ ກວດສອບ ເບິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.