ປຸຍເຄມີອາຈເຮັດໃຫ້ ປາຕາຍ
2018.11.13

ຫຼັງຈາກເກີດເຫດຝູງປາຕາຍ ແລະສັດນໍ້າຈໍານວນຫຼາຍຕາຍໂດຍບໍ່ຮູ້ສາເຫດ ຢູ່ນໍ້າຕອນບ້ານໃຫຍ່ນາຈະເຣີນ ເມືອງສັງທອງ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 8 ພຶສຈິກາ ຜ່ານມາ, ຫຼ້າສຸດເຈົ້າໜ້າທີ່ກ່ຽວຂ້ອງ ຣາຍງານວ່າ ຈາກການເອົາຕົວຢ່າງ ປາຕາຍ ແລະນໍ້າໄປວິຈັຍ ໃນ ເບື້ອງຕົ້ນ ບໍ່ພົບສານເຄມີຮ້າຍແຮງ ໃນໂຕປາແຕ່ຢ່າງໃດ ແຕ່ທາງເຈົ້າໜ້າທີ່ ສັນນິຖານວ່າ ອາດເກີດຈາກປູ່ຍເຄມີ ໃນສວນກ້ວຍຮົ່ວໄຫຼ ລົງນໍ້າ. ດັ່ງເຈົ້າໜ້າທີ່ ຄນະກັມມະການ ກວດສອບສາເຫດປາຕາຍ ຢູ່ນໍ້າຕອນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 13 ພຶສຈິກາ ນີ້ວ່າ:
“ປະສົມປຸຍຕິ ປຸຍມັນຮົ່ວຕິເບາະ ເບິ່ງການວິຈັຍ ປາເທື່ອທໍາອິດ ບໍ່ມີສານຜພິດຕົກຄ້າງນະ ນໍ້າຫັ້ນກໍບໍ່ມີສານເຄມີເຈືອປົນ.”
ທ່ານກ່າວຕື່ມວ່າ ຈາກການ ສອບສວນພົບວ່າ ມີສວນກ້ວຍແຫ່ງນຶ່ງ ຢູ່ແຄມນໍ້າຕອນ ແທ້ ຊຶ່ງທາງເຈົ້າໜ້າທີ່ກໍາລັງ ລົງໄປຕິດຕາມກວດກາ ໃນສວນກ້ວຍດັ່ງກ່າວ ພ້ອມກັບສອບຖາມເຈົ້າຂອງສວນວ່າ ໃຫ້ພະນັກງານ ໃຊ້ສານເຄມີ ປົກຕິຫຼືບໍ; ແລະ ໃນຂນະດຽວກັນ ເຈົ້າໜ້າທີ່ ທີ່ອອກໄປເກັບຂໍ້ມູນ ກໍໄດ້ສົ່ງຕົວຢ່າງ ປາຕາຍ ແລະນໍ້າ ໄປໃຫ້ທາງກະຊວງກະສິກັມ ແລະປ່າໄມ້ ເພື່ອວິຈັຍຕຶ່ມອີກ ເພື່ອຈະໄດ້ ຄໍາຕອບທີ່ ແນນອນ, ແຕ່ຄາດວ່າຕ້ອງໃຊ້ເວລາ ພໍສົມຄວນ.
ທ່ານວ່າ ປັຈຈຸບັນ ເຖິງແມ່ນວ່າ ຍັງບໍ່ສາມາດສລຸບຜົນໄດ້ ຢ່າງຄັກແນ່ ເທື່ອກໍຕາມ ແຕ່ຫ້າມປະຊາຊົນ ນໍາປາຫຼືສັດນໍ້າ ຈາກນໍ້າຕອນໄປກິນ ຫຼືຂາຍຢ່າງເດັດຂາດ ເພາະອາດສົ່ງຜົນກະທົບ ຕໍ່ສຸຂພາບຮ້າຍແຮງ ຈົນກວ່າທາງສູນກາງ ຈະມີຣາຍງານຜົນ ການວິຈັຍ ສາເຫດປາຕາຍ ຢ່າງຄັກແນ່.
ຢ່າງໃດກໍຕາມ ເຫດການຝູງປາຕາຍ ທີ່ເກິດຂຶ້ນເທື່ອນີ້ ປະຊາຊົນຫລາຍຄົນເຊື່ອວ່າ ເປັນຍ້ອນສານເຄມີ ໃນສວນກ້ວຍ ຮົ່ວໄຫລ ລົງນໍ້າ ເພາະ ຕາມປົກຕິແລ້ວ ບໍ່ເຄີຍມີເຫດການ ປາຕາຍ ຢ່າງຫລວງຫລາຍ ຢູ່ນໍ້າຕອນ ເຊັ່ນນີ້ມາກ່ອນ.