ຄົນເມົາເຫຼົ້າຖືກຕໍາຣວດ ຕົບຫົວ ເລື່ອງບານປາຍ

ໄຊຍາ
2021.05.17
ຄົນເມົາເຫຼົ້າຖືກຕໍາຣວດ ຕົບຫົວ ເລື່ອງບານປາຍ ທ້າວ ຄຳໄພ ເອື້ອອາລີ ຫລື ຕຸ້ຍ ອາຍຸ 37 ປີ ໄດ້ຖືກຕຳຣວດຈັບ ແຕ່ຍັງບໍ່ໄດ້ ຄໍາຊີ້ແຈງຈາກເຈົ້າໜ້າທີ່ ວ່າຈັບໃນຂໍ້ຫາໃດ.
ນັກຂ່າວພົລເມືອງ

ວັນທີ 14 ພຶສພາ ຜ່ານມານີ້ ເກີດເຫດຜູ້ຊາຍຄົນນຶ່ງ ຊື່ ທ້າວ ຄຳໄພ ເອື້ອອາລີ ຫລື ຕຸ້ຍ ອາຍຸ 37 ປີ ຊາວບ້ານທາງຄົບຄຸ້ມ ໂພນສາວເອ້ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ດື່ມເຫລົ້າເມົາ ແລ້ວຂັບຣົດ ແລະ ໃຊ້ພ້າຟັນຣົດຈັກໂຕເອງ ຢູ່ຕໍ່ໜ້າດ່ານກວດ ກາຂອງຕຳຣວດ ເຂດບ້ານດອນຕະລາດ ເມືອງຈຳປາສັກ ແຂວງຈຳປາສັກ.

ເຊີ່ງເຈົ້າໜ້າທີ່ຕຳຣວດ ທີ່ເຫັນເຫດການດັ່ງກ່າວກໍພຍາຍາມເຂົ້າໄປຫ້າມລາວ ໃຫ້ສງົບສະຕິອາຣົມ ແຕ່ພັດມີຕຳຣວດຄົນນຶ່ງພາດພັ້ງ ມືໄປຕົບຫົວຜູ້ກ່ຽວ ຈື່ງເຮັດໃຫ້ທ້າວ ຄຳໄພ ເກີດຄວາມບໍ່ພໍໃຈ ແລະ ຕຳຣວດຄົນດັ່ງ ກ່າວໄດ້ຂໍໂທດລາວ. ແຕ່ຫຼັງຈາກນັ້ນເຫດການ ດັ່ງກ່າວ ຜ່ານໄປປະກົດວ່າ ທ້າວ ຄຳໄພ ໄດ້ຖືກຕຳຣວດຈັບ ໂດຍທີ່ຍັງບໍ່ມີການຊີ້ແຈງ ຈາກພາກສ່ວນກ່ຽວຂ້ອງ ເຖິງສາເຫດການ ຈັບໂຕ.

ກ່ຽວກັບເຫດການດັ່ງກ່າວ ໄດ້ກາຍເປັນປະເດັນ ທີ່ສົນໃຈຂອງສັງຄົມລາວ ເຊີ່ງເຮັດໃຫ້ຊາວລາວຫລາຍຄົນ ເຫັນວ່າການກະທໍາຂອງ ເຈົ້າໜ້າທີ່ຕຳຣວດ ທີ່ຕົບຫົວຊາວບ້ານນັ້ນ ເປັນພຶດຕິກັມທີ່ບໍ່ເໝາະສົມ ແລະ ຖືເປັນການເຮັດເກີນກວ່າເຫດ. ດັ່ງຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 17 ພຶສພາ ວ່າ:

"ມັນບໍ່ເໝາະສົມຄິດວ່າບໍ່ຄັກແຫຼະຖ້າລາວລົງມື ກ່ອນເຈົ້າໜ້າທີ່ມີສິດເຮັດລາວໄດ້ ແຕ່ລາວບໍ່ທັນເຮັດຫຍັງ ຕາມອ້າຍຄິດວ່າຊັ້ນສະ."

ໃນຂນະທີ່ຊາວລາວ ອີກທ່ານນຶ່ງທີ່ເຫັນຄລິບວີດີໂອ ເຫດການດັ່ງກ່າວ ກ່າວວ່າຕົນເອງຄິດວ່າ ເຈົ້າໜ້າທີ່ຕຳຣວດຄົນດັ່ງກ່າວເຮັດ ບໍ່ເໝາະສົມ ແລະເກີນກວ່າເຫດ. ອັນທີ່ຈິງຫາກ ພົບວ່າ ທ້າວ ຄຳໄພ ເຮັດຜິດຣະບຽບແທ້ ກໍຄວນລົງໂທດລາວ ດ້ວຍການປັບໃໝ ຫຼື ຕັກເຕືອນຈື່ງສົມເຫດສົມຜົລກວ່ານີ້.

"ເບື້ອງຕົ້ນເຮົາເບິ່ງເນື້ອໃນແທ້ໆ ກະຄິດວ່າໜ້າຈະເກີນກວ່າເຫດຫັ່ນແຫຼະ ແນວນີ້ມັນກະບໍ່ຖືກເນາະການຜິດຣະບຽບມັນກໍຄວນປັບໃໝ ໃຊ້ຣະບຽບການເນາະ."

ຊາວລາວອີກຄົນນຶ່ງ ທີ່ເບິ່ງຄລິບວີດີໂອເຫດການດັ່ງກ່າວ ຜ່ານທາງສື່ສັງຄົມອອນລາຍ ກໍຮູ້ສຶກວ່າທີ່ນາຍຕຳຣວດ ຄົນດັ່ງກ່າວລົງມື ເຮັດແນວນັ້ນ ກໍເປັນສີ່ງທີ່ບໍ່ຖືກຕ້ອງ ຄົນທີ່ໃຊ້ ສື່ສັງຄົມອອນລາຍ ສ່ວນໃຫຍ່ ໄດ້ສະແດງຄວາມເຫັນວ່າ ບໍ່ເໝາະສົມ.

"ກະຄອມເມັ້ນໄປຕາມຂະເຈົ້າຄອມເມັ້ນ ກັນໄປຫັ້ນກະບໍ່ໄດ້ຄິດຫຍັງຫຼາຍ. ຕາມຄວາມເຫັນຫັ້ນແຫຼະ ເຫັນຂະເຈົ້າຄອມເມັ້ນກັນໄປ ຫັ້ນລະ."

ຕໍ່ເຫດການນີ້ໃນເບື້ອງຕົ້ນ ເຈົ້າໜ້າທີ່ຫ້ອງການ ປກສ-ປກຊ ແຂວງຈຳປາສັກ ທີ່ໄດ້ຊີ້ແຈງວ່າ ປັຈຈຸບັນພາກສ່ວນກ່ຽວຂ້ອງກຳລັງ ສອບຖາມຂໍ້ມູນໂຕຈີງ ກ່ຽວກັບເຫດການດັ່ງກ່າວ ຄັນຫາກມີລາຍຣະອຽດ ຄົບຖ້ວນກໍຈະມີການຖແລງຂ່າວ ໃຫ້ສັງຄົມໄດ້ຮັບຮູ້.

"ກະຍັງເລັ່ງຢູ່ຍັງໂທຖາມຂະເຈົ້າຢູ່ ຫົວໜ້າເພິ່ນກະໂທນໍາຢູ່ ເມືອງເພິ່ນຈະຕ້ອງຣາຍງານ ມາໃຫ້ເຮົາເຮົາຈັ່ງສິສາມາດສົ່ງໃຫ້."

ທາງດ້ານນັກວິຊາການ ແລະກົດໝາຍໃນລາວທ່ານນຶ່ງໄດ້ກ່າວວ່າ ຄັນເວົ້າເຣື່ອງກົດໝາຍແລ້ວ ທາງຜູ້ເສັຽຫາຍກໍສາມາດຟ້ອງຮ້ອງ ຕໍ່ຕຳຣວດຄົນດັ່ງກ່າວໄດ້ ແຕ່ວ່ານາຍຕຳຣວດ ຜູ້ຕົບຫົວ ທ້າວ ຄຳໄພ ແມ່ນໝູ່ກັນກັບທ້າວ ຄຳໄພ ຈື່ງບໍ່ແນ່ໃຈວ່າຈະມີການຟ້ອງ ຮ້ອງກັນຫລືບໍ່ ແລະມາຮອດປັຈຈຸບັນ ກໍຍັງບໍ່ຮູ້ຄັກວ່າພາກສ່ວນ ທີ່ກ່ຽວຂ້ອງຈະດຳເນີນການ ແນວໃດຕໍ່ກໍຣະນີດັ່ງກ່າວ.

"ຄັນວ່າຕາມກົດໝາຍແທ້ໆ ນີ້ກາສາມາດຮ້ອງຟ້ອງໄດ້ ຕາມຂໍ້ມູນຄວາມຈິງແທ້ໆຫັ້ນ ແມ່ນຕ່າງຄົນຕ່າງຜິດເພາະວ່າອີກຢ່າງຜູ້ທີ່ໄປ ຕົບຫົວນັ້ນເຂົາກະເປັນຄົນຮັກແພງກັນ ຊິນ່າ ແຕ່ວ່າມື້ນັ້ນເມົາຊື່ໆ ໂວຍວາຍມາຫຼາຍບ່ອນ ຄືເຂົາບອກຫັ້ນແຫຼະ."

ຢ່າງໃດກໍຕາມໃນຕອນແລງ ຂອງວັນທີ 17 ພືສພາ ນີ້ ທ່ານ ພັນໂທ ຄຳແດງ ວົງຄຳສອນ ຄະນະຮັບຜິດຊອບຕ້ານເຊື້ອໂຄວິດ-19 ປະຈຳ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ຖແລງຊີ້ແຈງ ຕໍ່ເຫດການດັ່ງກ່າວ ຈາກການຮັບສະລະພາບຂອງ ທ້າວ ຄຳໄພ ຣະບຸ ວ່າກ່ອນເກີດເຫດຜູ້ກ່ຽວ ໄດ້ດື່ມເຫລົ້າພ້ອມເສບຢາບ້າ ແລ້ວຂັບຣົດອອກມາໃສ່ນໍ້າມັນ ໂດຍບໍ່ໃສ່ຜ້າອັດປາກ ແຕ່ຫຼັງຈາກຕື່ມນໍ້າມັນ ແລ້ວນໍ້າມັນໄດ້ຍ້ອຍລົງກາງທາງ ເຮັດໃຫ້ເກີດອາການ ໃຈຮ້າຍພໍມາຮອດຈຸດ ເກີດເຫດຜູ້ກ່ຽວ ຈຶ່ງຮ້ອງໂວຍວາຍ ແລະ ໃຊ້ພ້າຟັນ ຣົດຈັກ ຂອງຕົນເອງ. ອີກທັງໃຊ້ພ້າຟັນໂຕະ ບ່ອນເຮັດວຽກ ຂອງເຈົ້າໜ້າທີ່ 3 ບາດ. ເຮັດໃຫ້ເຈົ້າໜ້າທີ່ຕຳຣວດ ພຍາຍາມສະກັດ ກັ້ນເອົາພ້າອອກຈາກມື ແລ້ວຈຶ່ງເກີດເຫດການ ຕຳຣວດຕົບຫົວ ຜູ້ກ່ຽວ.

ໂດຍທັງຕຳຣວດຄົນດັ່ງກ່າວ ແລະ ຜູ້ກ່ຽວແມ່ນຮູ້ຈັກກັນດີ. ແຕ່ຫລັງຈາກນັ້ນ ທ້າວ ຄຳໄພ ໄດ້ອາລະວາດຂຶ້ນອີກ ເຮັດໃຫ້ເຈົ້າໜ້າທີ່ ຕ້ອງກັກໂຕໄວ້. ທ່ານ ພັນໂທ ຄຳແດງ ຍັງໄດ້ ຊີ້ແຈງຕື່ມວ່າ ຜູ້ກ່ຽວສາຣະພາບ ຕື່ມວ່າກ່ອນໜ້ານີ້ ເຄີຍເສບຢາເສບຕິດ ມາແຕ່ປີ 2019 ແລະ ດື່ມເຫລົ້າເປັນປະຈຳ ດັ່ງນັ້ນ ເຈົ້າໜ້າທີ່ຈື່ງໄດ້ຄວບຄຸມໂຕ ໄປສອບສວນ ແລະ ຈະໄດ້ນຳສເນີ ໃຫ້ຂັ້ນເທີງພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.