ມົລພິດຈາກໂຮງງານຊິເມັນ​​​

ໂຮງງານ ຜລິດ ຊິເມັນ ຂອງຈີນ ຢູ່ ເມືອງຄູນຄໍາ ແຂວງ ຄໍາມ່ວນ ຂາດຄວາມ ຮັບຜິດຊອບ ເຣື່ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໃນເຂດ ໃກ້ຄຽງ.

ທາງການລາວ ພ້ອມດ້ວຍ ນັກລົງທຶນຈີນ ທໍາພິທີເປີດ ໂຮງງານຜລິດຊິເມັນ ຢູ່ເມືອງຄູນຄໍາ ແຂວງຄໍາ່ວນ Citizen Journalist

ໂຮງງານຜລິດຊິເມັນ ລ້ານຊ້າງລາວ ຂອງ ບໍຣິສັດ YIG ຊຶ່ງ ຕັ້ງຢູ່ ບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ນັ້ນ, ໄດ້ເລີ່ມຜລິດ ຊີເມັນ ມາຕັ້ງແຕ່ ເດືອນມິນາ ຜ່ານມາ ແຕ່ ຍັງຂາດຄວາມ ຮັບຜິດຊອບ ເຣື່ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ, ເຊັ່ນຕົວຢ່າງ ບໍ່ມີ ການວັດແທກ ສຽງ ທີ່ນອງນັນ ແລະ ຝຸ່ນລະອອງ ທີ່ ເກີດຈາກ ໂຮງງານ ຮວມທັງ ບໍ່ໄດ້ປະເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ການເປີດ ການຜລິດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ ຕໍ່ RFA ໃນວັນທີ 8 ມິຖຸນາ ນີ້:

"ໃນຣະຍະ ຜ່ານມາ ຂອງຊ່ວງ ກໍ່ສ້າງນີ້ ຂະເຈົ້າກະເລັ່ງ ເຮັດວຽກ ສ້າງໂຮງງານ ໃຫ້ແລ້ວ ແຕ່ເຣື່ອງ ບັນຫາ ສິ່ງແວດລ້ອມ ນີ້ ຂະເຈົ້າ ກະຍັງບໍ່ທັນ ໃຫ້ຄວາມ ສໍາຄັນຫຼາຍ ເຂົາຍັງບໍ່ມີ ຝ່າຍທີ່ ຮັບຜິດຊອບ ວຽກ ສິ່ງແວດລ້ອມ ສະເພາະ ເນາະ ເຄື່ອງວັດແທກ ສຽງ ກັບເຄື່ອງ ວັດແທກ ຝຸ່ນລະອອງ ກະຍັງບໍ່ທັນ ຕິດຕັ້ງ".

ທ່ານກ່າວຕື່ມວ່າ ທາງ ໂຮງງານ ຍັງບໍ່ສ້າງ ບ່ອນບໍາບັດ ຂີ້ເຫຍື້ອ ສິ່ງເສດເຫລືອ ຈາກ ການຜລິດຊິເມັນ, ມີພຽງແຕ່ ບ່ອນບໍາບັດ ນໍ້າເສັຽ. ເມື່ອບໍ່ດົນ ມານີ້ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ສັ່ງໃຫ້ ໂຮງງານ ກໍາກັບ ເຣື່ອງນີ້ ແລະ ເຈົ້າຂອງ ບໍຣິສັດ ກໍຮັບປາກວ່າ ຈະເຮັດຕາມ. ແຕ່ວ່າມາເຖິງ ປັຈຈຸບັນ ຍັງບໍ່ມີ ຄວາມຄືບໜ້າ.

ທ່ານກ່າວອີກວ່າ ຊ່ວງ ຣະດູຮ້ອນ ຜ່ານມາ ໂຮງງານ ໄດ້ປ່ອຍຝຸ່ນລະອອງ ຈາກທໍ່ຣະບາຍ ເປັນຈໍານວນ ຫຼວງຫຼາຍ ແລະ ທັງເຮັດ ສຽງດັງ ລົບກວນ ຊາວບ້ານ ທີ່ຢູ່ໃກ້ຄຽງ, ແລະໃນຊ່ວງ ຣະດູຝົນ ກໍອາຈເກີດ ຜົລກະທົບ ຕື່ມອີກ ເພາະວ່າບ່ອນ ບໍາບັດ ນໍ້າເສັຽ ຂອງ ໂຮງງານ ຕັ້ງຢູ່ໃກ້ກັບ ຫ້ວຍ ທີ່ ປະຊາຊົນ ອາສັຍໃຊ້ນໍ້າ ໃນຊີວິດ ປະຈໍາວັນ ຊຶ່ງ ມີໂອກາດສູງ ທີ່ນໍ້າເສັຽ ໃນບ່ອນບໍາບັດ ນັ້ນ ຈະໄຫລ ລົ້ນລົງສູ່ ຫ້ວຍນໍ້າລໍາທານ.

ສ່ວນການຊົດເຊີຍ ທີ່ດິນ ໃຫ້ແກ່ຜູ້ຖືກ ຜົລກະທົບ 13 ຄອບຄົວນັ້ນ ຫລ້າສຸດ ທາງ ບໍຣິສັດ ໄດ້ຊົດເຊີຍ ໄປ ຮຽບຮ້ອຍແລ້ວ ເຫລືອແຕ່ ການເອົາໃຈໃສ່ ທາງດ້ານ ສິ່ງແວດລ້ອມ ທີ່ຍັງເປັນ ບັນຫາ ຢູ່. ໂຮງງານ ຊິເມັນ ລ້ານຊ້າງລາວ ເປັນຂອງ ຈີນແລະລາວ ຮ່ວມກັນ ລົງທຶນ ໂດຍໃຊ້ ງົບປະມານ ກໍ່ສ້າງ 12 ລ້ານ ໂດລາ ສະຫະຣັຖ. ໂຮງງານນີ້ ຜລິດຊິເມັນ 1 ລ້ານຕັນ ຕໍ່ປີ ເພື່ອສນອງ ໂຄງການ ກໍ່ສ້າງຕ່າງໆ ໃນ ສປປລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org