ນະຄອນຫຼວງມີມົລພິດ ໃນອາກາດ ເພີ້ມຂຶ້ນ
ນະຄອນຫຼວງວຽງຈັນ ມີ ຝຸ່ນລະອອງ ມົລພິດ ທາງອາກາດ ເພີ່ມຂຶ້ນ ຍ້ອນ ການຂຍາຍຕົວ ຂອງ ໂຮງງານ ອຸດສາຫະກັມ.
-
ມະນີຈັນ
2020-07-23 -
-
-
Your browser doesn’t support HTML5 audio
ນະຄອນຫຼວງວຽງຈັນ ມີບັນຫາດ້ານມົລພິດ ທາງອາກາດເພີ່ມຂຶ້ນ ໃນໄລຍະ 2-3 ປີຜ່ານມາ ຍ້ອນການຂຍາຍໂຕ ທາງດ້ານອຸດສາຫະກັມ. ອັນທີ່ເຫັນໄດ້ຈະແຈ້ງ ໃນປັດຈຸບັນ ກໍແມ່ນ ກິ່ນຄັວນຂິວ ຈາກໂຮງງານອຸດສາຫະກັມ ແລະມີຝຸ່ນລະອອງຂນາດນ້ອຍ ຫລື PM 2.5. ກ່ຽວກັບເຣື່ອງນີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ:
“ຄັວນຫັ້ນຫຼາຍແມ່ນແຫຼະ ດຽວນີ້ຫັ້ນກໍຍັງບໍ່ມີມາຕການ ຫຍັງເທື່ອກ່ຽວກັບ ບັນຫາຝຸ່ນລະອອງ ແມ່ນຫຍັງນີ໋ ເພາະວ່າມັນແບບບາງຄົນກໍ ຕາແດງໝົດນະ.”
ທ່ານກ່າວຕື່ມອີກວ່າ ໃນຣະດູແລ້ງ ຝຸ່ນຈະໜາ ແລະປິວໄປຕາມອາກາດ ບໍ່ຈັກວ່າຝຸ່ນຈາກໂຮງງານ ຫຼືການຈູດເຜົາຂີ້ເຫຍື້ອ ຊຶ່ງລ້ວນແລ້ວ ແຕ່ກະທົບ ຕໍ່ຊີວິດຂອງຜູ້ຄົນ ແລະ ມີຄວາມສ່ຽງ ຕໍ່ສຸຂພາບຫຼາຍ ໂດຍສະເພາະ ດວງຕາ.
ອີງຕາມຂໍ້ມູລຈາກເວັບໄຊທ airvisual ວັນທີ 16 ມິນາ 2020, ມີຝຸ່ນຂນາດນ້ອຍ PM2.5 ເກີນມາຕຖານສະເລັ່ຽ ຢູ່ທີ່ຣະດັບ 326 ຈາກ ຣະດັບປົກຕິ 50 ໄດ້ປົກຄຸມຫລາຍແຂວງ ຂອງ ປະເທດລາວ ເປັນຕົ້ນແຂວງຊຽງຂວາງ, ແຂວງຫລວງພຣະບາງ, ອຸດົມໄຊ ແລະ ນະຄອນຫລວງວຽງຈັນ, ນັບວ່າມີມົລພິດ ທາງອາກາດ ຮ້າຍແຮງສຸດ ໃນປີ 2020 ຍ້ອນປັຈຈັຍນຶ່ງ ກໍມາຈາກ ໂຮງງານອຸດສາຫະກັມ.
ເມື່ອປີ 2017-2018 ທາງການລາວ ໄດ້ສັ່ງໂຈະໂຮງງານ ຫຼອມໝໍ້ໄຟ ແລະໂຮງງານປະກອບ ຊິ້ນສ່ວນ electronic 19 ແຫ່ງ ໃນທົ່ວ ປະເທດ ທີ່ບໍ່ໄດ້ມາຕຖານ ສົ່ງກິ່ນເໝັນຂິວ ກະທົບ ໃສ່ຜູ້ຄົນ ແລະຕໍ່ສິ່ງແວດລ້ອມ ຊຶ່ງໃນນັ້ນ ມີໂຮງງານຫລອມໝໍ້ໄຟຂອງຈີນ ຈາກເຂດ ພັທນາກວມລວມ ໄຊເສດຖາ ນໍາດ້ວຍ.
ແລະຊາວນະຄອນຫລວງ ອີກຜູ້ນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເມື່ອປີກ່ອນ ກໍເຫັນຄວັນ ດໍາໆ ປິວຢູ່ທ້ອງຟ້າ ແຕ່ບໍ່ຮູ້ວ່າມາຈາກ ໂຮງງານອຸດສາຫະກັມໃດ:
“ເບິ່ງທາງທ້ອງຟ້າ ມັນຈະເປັນດໍາໆ ແລ້ວກະເປັນບ່ອນໆ ຄ້າຍກັບຄັວນຫັ້ນນ່າ ດໍາໆ ມາທາງພຸ້ນ.”
ກ່ຽວກັບເຣຶ່ອງນີ້ ຊາວນະຄອນຫລວງ ອີກຜູ້ນຶ່ງຢູ່ເຂດເມືອງໄຊທານີ ກໍເວົ້າວ່າດຽວນີ້ສະພາບອາກາດ ໃນປະເທດລາວເລີ່ມປ່ຽນແປງໄປ ໃນທິດທາງ ທີ່ບໍ່ດີຕໍ່ສຸຂພາບ ຍ້ອນມີການ ຕັດໄມ້-ທໍາລາຍປ່າ ຊຶ່ງໃນເຂດຕົວເມືອງ ຕົ້ນໄມ້ເຫລືອໜ້ອຍເຕັມທີ. ທ່ານເວົ້າວ່າການຕັ້ງ ໂຮງງານອຸດສາຫະກັມ ຢູ່ໃກ້ເຂດຕົວເມືອງ ແລະໃນຊຸມຊົນໃຫຍ່ ຣັຖບານລາວ ຕ້ອງຄໍານຶງ ເຖິງຜົລກະທົບ ທາງດ້ານສະພາບແວດລ້ອມ ເປັນສໍາຄັນ:
“ເພາະວ່າ ສະພາບການ ມີການປ່ຽນແປງແລ້ວ ຄູ່ມື້ນີ້ຄືວ່າແຫຼະ ມັນມີການວິວັດໄປ ບໍ່ຄືເກົ່າແລ້ວ ຍ້ອນທັມຊາດນີແລ້ວ ເຮົາບໍ່ປົກປັກຮັກສາ ມັນກະເປັນເຣື່ອງໃໝ່ໄປແລ້ວ.”
ແຕ່ຊາວໄຊເສດຖາ ຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ ບໍ່ມີໂຮງງານ ອຸດສາຫະກັມໃດ ປ່ອຍມົລພິດອອກມາໃຫ້ເຫັນ ດົນແລ້ວ ຍ້ອນທາງການ ເພິ່ນລົງມາກວດກາ ຕິດຕາມ ແລະສັ່ງໃຫ້ ໂຮງງານ ທີ່ບໍ່ໄດ້ມາຕຖານນັ້ນ ແກ້ໄຂ ຄືນໝົດແລ້ວ:
“ໂຕນີ້ ບໍ່ມີແລ້ວ ພວກພາກສ່ວນທີ່ກ່ຽວຂ້ອງ ເພິ່ນກະໄດ້ກໍາກັບຕລອດຢູ່ ໂຕນີ້ບໍ່ໄດ້ມີແລ້ວ ເພິ່ນກະວ່າເນັ້ນໜັກ ກ່ຽວກັບສິ່ງແວດລ້ອມ. ເພິ່ນລົງຕິດຕາມຕລອດ ຖືວ່າບໍ່ມີບັນຫາ ຫຍັງດອກ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກໍກ່າວຕໍ່ RFA ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າປັດຈຸບັນບັນຫາດັ່ງກ່າວ ຖືເປັນສິ່ງທ້າທາຍ ສໍາລັບຣັຖບານລາວ ທີ່ຈະຕ້ອງຫາທາງແກ້ໄຂ ຢ່າງຮີບດ່ວນ ແລະໃນຕອນນີ້ກໍພຍາຍາມ ຄວບຄຸມ ເພື່ອບໍ່ໃຫ້ແກັສ ຄາບອນ ໄດອ໋ອກຊາຍ ໃນອາກາດເພີ່ມສູງຂຶ້ນ ໂດຍສະເພາະໃນເຂດ ນະຄອນຫລວງວຽງຈັນ:
“ປັດຈຸບັນ ການຄວບຄຸມຂອງຣັຖບານ ກໍພຍາຍາມຄວບຄຸມ ທົ່ວປະເທດຫັ້ນແຫລະ ແຕ່ວ່າຫລັກໆ ໄທເຮົາກໍຄວບຄຸມ ຢູ່ນະຄອນຫລວງ ເປັນຈຸດໃຈກາງ ເພື່ອການທົດລອງ ຫັ້ນນ່າ ເພາະວ່າ ໄທເຮົາກໍເຫັນຫລາຍໆ ປະເທດ ທີ່ມີຜົລກະທົບ ໄທເຮົາກໍພຍາຍາມຣະວັງ ທີ່ສຸດ ບໍ່ໃຫ້ມັນມີຜົລ ກະທົບຕໍ່ໜ້າ.”
ທ່ານເວົ້າວ່າຫາກແກັສ ຄາບອນໄດອ໋ອກຊາຍ ມີປາຣິມານໜາແໜ້ນເກີນໄປ ຈະເຮັດໃຫ້ເກີດຜົລກະທົບ ຕໍ່ຮ່າງກາຍຂອງຜູ້ຄົນທີ່ສູດດົມ ເຂົ້າໄປໂດຍຈະມີຄວາມຮູ້ສຶກສົ້ມປາກ ເກີດອາການຄັນດັງຄັນຄໍ ຊຶ່ງໄລຍະຜ່ານມາ ທາງການລາວກໍພຍາຍາມຄວບຄຸມ ບໍ່ໃຫ້ບັນຫານີ້ ເກີດຂຶ້ນ ໂດຍສະເພາະ ໃນນະຄອນຫລວງວຽງຈັນ ຊຶ່ງເປັນເຂດ ຊຸມຊົນຫລາຍ.
ກ່ຽວກັບເຣື່ອງນີ້ ນັກວິຊາການກະຊວງວິທຍາສາດ ແລະເທັກໂນໂລຊີ ທ່ານນຶ່ງກໍກ່າວ ໃນທໍານອງດຽວກັນນັ້ນວ່າ ປັດຈຸບັນທາງການລາວ ກໍພຍາຍາມ ທີ່ຈະຕິດຕາມ ໂຮງງານ ອຸດສາຫະກັມ ທຸກແຫ່ງໃນປະເທດລາວ ເພື່ອຄວບຄຸມ ແລະ ເຮັດໃຫ້ໄດ້ມາຕຖານ ແຕ່ຣະບົບ ເທັກໂນໂລຊີ ພາຍໃນປະເທດ ກໍຍັງບໍ່ທັນສມັຍ:
“ຂະເຈົ້າກໍພຍາຍາມຄວບຄຸມ ແລ້ວກະຈັດການ. ເອີ ຕ່າງແຕ່ວ່າ ມັນຍັງບໍ່ໝາຍເຖິງວ່າ ຣະບົບເຕັກນິກ ມັນອາຈຈະຍັງບໍ່ສູງເທື່ອ.”
ເພື່ອຫຼຸດຜ່ອນຜົລກະທົບ ເຣຶ່ອງມົລພິດທາງອາກາດ ໃນຂັ້ນຕໍ່ໄປຣັຖບານລາວ ມີບົດບັນທຶກຄວາມເຂົ້າໃຈກັນ ຫຼື MOU ຜ່ານຣະບົບ ອອນລາຍ ຣະຫວ່າງ ກະຊວງຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຂອງລາວ ແລະ ກະຊວງນິເວດ ວິທຍາ ແລະສິ່ງແວດລ້ອມ ຂອງຈີນ ໃນມື້ວັນທີ 16 ກໍຣະກະດາ 2020 ນີ້ ເພື່ອສ້າງເຂດສາທີດ ການປ່ອຍອາຍແກັສ ຄາບອນໄດອັອກຊາຍ ຕໍ່າຢູ່ພາຍໃນເຂດພັທນາ ກວມລວມໄຊເສດຖາ ນະຄອນຫລວງວຽງຈັນ ຊຶ່ງຖືເປັນຈຸດ ທີ່ຈະເກີດ ແກັສ ຄາບອນ ໄດອັອກໄຊທ ໃນປະຣິມານສູງ ຍ້ອນມີ ໂຮງງານ ອຸດສາຫະກັມ ເປັນຈໍານວນຫລາຍ.
ປັດຈຸບັນ ມີໂຮງງານອຸດສາຫະກັມ ຂນາດນ້ອຍ ແລະໃຫຍ່ປະມານ 30 ແຫ່ງ ຕັ້ງຢູ່ໃນເຂດພັທນາກວມລວມ ໄຊເສດຖາ ຊຶ່ງສ່ວນໃຫຍ່ ເປັນບໍຣິສັດ ຂອງຈີນ ຮວມເຖິງໂຮງກັ່ນນໍ້າມັນ ປິໂຕຣລຽມ ແຫ່ງທໍາອິດ ຂອງລາວ ນໍາດ້ວຍ.
ເຂດພັທນາກວມລວມ ໄຊເສດຖາ ເປັນໂຄງການຮ່ວມທຶນ ຣະຫວ່າງ ບໍຣິສັດອຸດສາຫະກັມ Yunnan Donggyan Industrial ຈໍາກັດ ຂອງຈີນ ຖືຫຸ້ນ 70%, ບໍຣິສັດນໍ້າມັນ ເຊື້ອໄຟລາວ- 20% ແລະ ບໍຣິສັດຮ່ວມທຶນ ລາວ-ຈີນ 10%, ມູນຄ່າການລົງທຶນ ທັງໝົດ 179.2 ລ້ານໂດລາ ສະຫະຣັຖ.