ແຜນຫຼຸດຜ່ອນການນຳໃຊ້ ພລາສຕິກ ປີ 2021
2020.11.19
ໃນປີ 2021 ທີ່ ຈະມາເຖີງນີ້, ທາງການລາວ ຈະໃຫ້ປະຊາຊົນ ແລະ ພໍ່ຄ້າ-ແມ່ຄ້າ ຢູ່ ສູນການຄ້າຕ່າງໆ ໃຫ້ຫຼຸດຜ່ອນການໃຊ້ຖົງຢາງ ພລາສຕິກ ເພື່ອໃຫ້ຫຼຸດຜ່ອນຂີ້ເຫຍື້ອ ຈຳນວນຫຼາຍ ໃນຂນະທີ່ ປະຊາຊົນ ຈຳນວນນຶ່ງ ກໍຍັງບໍ່ທັນໝັ້ນໃຈວ່າ ມາຕການ ດັ່ງກ່າວ ຈະ ປະຕິບັດໄດ້ຫຼາຍປານໃດ ເພາະຫຼາຍຄົນ ກໍຍັງຄິດວ່າ ຖ້າບໍ່ໃສ່ຖົງພລາສຕິກ ກໍຈະຂາຍສິນຄ້າຍາກ. ແມ່ຄ້າຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ພືສຈິກາ ວ່າ:
"ຂາຍມັນກະຢາກຍາກຫັ້ນນ່າ ຄືຊິ້ນເຮົາ ເຮົາເຮັດແລ້ວເຮົາກໍຕ້ອງແຊ່ຊ່ອງແຂງ ເຮົາກໍຕ້ອງອັດສູນຍາກາດຫັ້ນນ່າ ຄັນບໍ່ແພັກສູນຍາກາດ ມັນກະບໍ່ໄດ້ຫັ້ນນ່າ ແຕ່ບ້ານເຮົາຈະເຮັດໄດ້ບໍ່ ກະບໍ່ຮູ້ ລາວຍັງບໍ່ມີເດ້ ໃຊ້ແບບສະບາຍບໍ່ໄດ້ມີໃຜເວົ້າ."
ນາງຍັງກ່າວຕື່ມອີກວ່າ ຖ້າລູກຄ້າມາຊື້ເຄື່ອງຂອງ ແລ້ວນຳເອົາຖົງຜ້າ ກະຕ່າ ມານຳ ໃນເວລາມາຊື້ເຄື່ອງຂອງ ກໍຈະເປັນຜົນດີຫຼາຍ:
"ຄັນເພິ່ນອອກມາວ່າ ເອີ ງົດໃຫ້ໃຊ້ເຮົາກໍຈະເຮັດຕາມລະບຽບ ເພິ່ນເຮັດມາຫັ້ນແຫຼະ ຄືໄທເນາະ ບໍ່ໃຊ້ຖົງເຂົາກະເຂົ້າໃຈ ເຮົາກະເຂົ້າໃຈ ລູກຄ້າກະເຂົ້າໃຈ ສິ່ງແວດລ້ອມ ອີ່ຫຍັງກະດີຂຶ້ນຫຼາຍ ຄືນອກເມືອງ ນຳຕາມປ່າ ເຮົາຂີ່ລົດໄປເນາະ ມັນກະມີແຫຼະຖົງຢາງເກາະ ຢູ່ເນາະ."
ປັດຈຸບັນ ບັນຫາທີ່ເກີດຂຶ້ນກໍຄື ຜູ້ທີ່ມາຊື້ເຄື່ອງຢູ່ຕລາດ ບໍ່ເອົາຖົງມານຳ ແລ້ວຜູ້ຂາຍເຄື່ອງ ກໍຕ້ອງກຽມຖົງພລາສຕິກ ໄວ້ໃຫ້ ເພື່ອຄວາມ ສະບາຍ. ສ່ວນວ່າ ແມ່ຄ້າອີກທ່ານນຶ່ງ ກໍເວົ້າວ່າ ຖ້າຄົນລາວ ຈະບໍ່ໃຊ້ ຖົງພລາສຕິກເລີຍ ກໍເປັນໄປບໍ່ໄດ້ ຕ້ອງຄ່ອຍໆ ເຮັດໄປ ແລະ ວ່າໃນເວລາ ທີ່ຕົນເອງໄປຊື້ເຄື່ອງຢູ່ຕລາດ ກໍຍັງຈຳເປັນຕ້ອງໄດ້ໃສ່ຖົງພລາສຕິກ ຢູ່:
"ລາວນີ້ບໍ່ໝັ້ນໃຈເດີ ເປັນໄປບໍ່ໄດ້ດອກ ມັນບໍ່ມີລະບຽບດີໄດ້ປານນັ້ນນ່າ ເພາະວ່າເຮົາຊື້ເຄື່ອງຫຼາຍ ເຮົາຊື້ເຄື່ອງຂາຍມາຫຼາຍ ກະຍັງໄດ້ໃຊ້ຢູ່ ກະຍັງຈຳເປັນໄດ້ໃຊ້ຢູ່ ມັນກະຫາກຍາກຫັ້ນແຫຼະ."
ປະຊາຊົນ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ປັດຈຸບັນ ເຫັນຢູ່ຕລາດຂົວດິນ ເລີ່ມບໍ່ມີຖົງພລາສຕິກ ກັນແລ້ວ ເລີ່ມມາໄດ້ 2 ຫາ 3 ເດືອນ ແຕ່ຕລາດອື່ນກໍຍັງເຫັນໃຊ້ ກັນຫຼາຍຢູ່ ແຕ່ ຖ້າທາງການໃຫ້ຫຼຸດ ຜ່ອນຂວດ ພລາສຕິກ ຈະຕ້ອງໄປລົມກັບບໍຣິສັດທີ່ຜລິດນັ້ນ:
ສ່ວນຫຼາຍຂ້ອຍເຫັນອາຫານ ທົ່ວໄປເສີບນ້ຳ ກໍມີແຕ່ຂວດພລາສຕິກ ເອົາໃຫ້ລູກຄ້າ ຄືຄິດເອົາແຕ່ກຳໄລຫັ້ນນ່າ ຣັຖບານໜ້າຈະໄປເວົ້າກັບ ບໍຣິສັດ ທຸກຢ່າງທີ່ຜລິດ ຂວດພລາສຕິກ ນ້ອຍໆອອກມາຫັ້ນນ່າ ທີ່ຈິງເປັນຣັຖວິສາຫະກິດ ໜ້າຈະເປັນຣັຖຄຸ້ມຄອງ ແຕ່ເປັນຫຍັງຣັຖຄືຜະລິດເອງ.
ເຈົ້າໜ້າທີ່ສູນການຄ້າປາກຊັນ ທ່ານນຶ່ງ ທີ່ຂໍສະຫງວນຊື່ ກ່າວວ່າ ປັດຈຸບັນທາງສູນການຄ້າໄດ້ຮັບເລື່ອງການຫຼຸດຜ່ອນ ບໍ່ນຳໃຊ້ຖົງພລາສຕິກ ທີ່ທາງການຈະເລີ່ມໃຊ້ ໃນເດືອນມົກກະຣາ ປີ 2021 ໃນທຸກໆ ວັນພຸດ:
"ທາງເຮົາກຳລັງສັ່ງເຮັດຖົງຜ້າ ຢູ່ແລ້ວ ອາດຈະມີກິຈກັມ ແຈກຖົງຜ້າ ຫຼືວ່າ ໃຫ້ລູກຄ້າເລືອກຊື້ ສົມມຸດວ່າ ລູກຄ້າທ່ານໃດ ທີ່ບໍ່ຮູ້ຂ່າວແລ້ວ ມາໃນມື້ທີ່ເຮົາເລີ່ມງົດໃຊ້ຫັ້ນນ່າ ເຮົາຈະມີຖົງ ພລາສຕິກ ໃຫ້ໃຊ້ຢູ່ ແຕ່ວ່າລູກຄ້າຕ້ອງຈ່າຍເງິນເພີ່ມ ເພື່ອລະລາຍພຶດຕິກັມ ວ່າລູກຄ້າຈະ ຕ້ອງພົກຖົງຜ້າມາ."
ເຈົ້າໜ້າທີ່ ຮ້ານຊູບເປີມາກເກັດ ເຈມາດ ທ່ານນຶ່ງ ກ່າວວ່າ ຮ້ານຍັງບໍ່ທັນໄດ້ເລີ່ມເທື່ອ ແຕ່ເຫັນແຈ້ງການອອກມາແລ້ວ ແຕ່ທາງຮ້ານກໍຈະມີ ໂປໂມຊັ້ນ ແຈກຖົງຟີ:
"ສຳລັບຮ້ານພວກເຮົາກໍເຂົ້າຮ່ວມໂຄງການ ແລ້ວຫຼຸດເອົາຖົງຢາງພລາສຕິກ ໃຫ້ລູກຄ້າເນາະ ເຮົາຍັງບໍ່ທັນໄດ້ເລີ່ມນຳໃຊ້ ມີແຕ່ເຫັນເພິ່ນ ແຈ້ງການອອກມາໃຫ້ນຳໃຊ້ ໃນທ້າຍປີນີ້ ກະໃຫ້ລູກຄ້າ ນຳເອົາຖົງມາ ແຕ່ບ້ານເອົງ ຮ້ານເຮົາກະມີແຈກໃຫ້ລູກຄ້າ 2 ອັນ ທີ່ວ່າລູກຄ້າ ມີບັດສະມາຊິກ."
ເຈົ້າໜ້າທີ່ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ສາເຫດທີ່ທາງການເລີ່ມລົນນະຣົງ ຫຼຸດຜ່ອນການໃຊ້ຖົງພລາສຕິກ ກໍຍ້ອນວ່າ ເພື່ອຫຼຸດຜ່ອນບັນຫາ ຂີ້ເຫຍື້ອລົງ:
"ສ່ວນໃຫຍ່ກະຊິເປັນເຂດໃນເມືອງ ກໍຊິເວົ້າເລື່ອງຂອງຂີ້ເຫຍື້ອ ນີ້ຫຼາຍ ປົກກະຕິ ແມ່ນເວລາເອົາຂີ້ເຫຍື້ອ ໄປຖິ້ມຢູ່ຫຼັກ 32 ຊຶ່ງວ່າພື້ນທີ່ ມັນກະບໍ່ພໍທີ່ຈະກຳຈັດ ທີ່ຄຳຄັນເວລາຖິ້ມ ຂີ້ເຫຍື້ອຊະຊາຍ ມັນກະບໍ່ໄດ້ ຮັບການຄຸ້ມຄອງ ເວລາມັນກະປິວມັນຫຍັງໄປກໍຕິດຕາມຄອງ ລະບາຍນ້ຳຕັນກະມີ."
ທ່ານ ກ່າວຕື່ມອີກວ່າ ປັດຈຸບັນ ບໍ່ຮູ້ໂຕເລກຂີ້ເຫຍື້ອວ່າ ມີຈຳນວນເທົ່າໃດ ແຕ່ຖ້າຫາກ ປະຊາຊົນເຮັດໄດ້ກໍຈະເປັນການດີຫຼາຍເພາະຫຼາຍ ປະເທດກໍເຮັດກັນຫຼາຍແລ້ວ.
ອີງຕາມການຣາຍງານ ຂອງ ທ່ານ ແສງພອນ ແພງສຸວັນ ຮັກສາການຫົວໜ້າຜແນກຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໃນວັນທີ 17 ພືສຈິກາ ທີ່ຜ່ານມາ ວ່າການຈັດຕັ້ງ ປະຕິບັດ ໂຄງການວຽງຈັນ ສະອາດຈະເລີ່ມຂຶ້ນ ໃນປີ 2021 ຈະມີສູນການຄ້າ 7 ແຫ່ງ ແລະ ຕລາດ 2 ແຫ່ງ ລວມທັງ ສູນການຄ້າ ລາຊາບີ ສູນການຄ້າພາກຊັນ ຕະຫຼາດໜອງຈັນ ແລະ ຕລາດ ໂພນສະຫວ່າງ ໂດຍຈະເລີ່ມຢຸດນຳໃຊ້ ຖົງພລາສຕິກ ໃນທຸກໆວັນພຸດ ນັບແຕ່ເດືອນ ມົກກະຣາ ປີ 2021 ເປັນຕົ້ນໄປ.
ຕາມຣາຍງານ ຂ່າວຂອງສື່ມວນຊົນລາວ ໃນວັນທີ 29 ມິຖຸນາ 2020 ຢູ່ນະຄອນຫລວງວຽງຈັນ ມີຂີ້ເຫຍື້ອປະມານ 600 ຕັນ ໃນແຕ່ລະມື້ ແຕ່ຂະແໜງຮັບຜິດຊອບສາມາດ ກໍາຈັດໄດ້ພຽງ 50 ເປີເຊັນ ຂອງ ປະຣິມານຂີ້ເຫຍື້ອທັງໝົດ.