ຂົວຫັກຍ້ອນຣົດບັນທຸກໜັກ
ປະຊາຊົນ ໃນ ຫຼາຍບ້ານ ຢູ່ເຂດ ເມືອງເມິງ ແຂວງ ບໍ່ແກ້ວ ມີຄວາມ ຫຍຸ້ງຍາກ ໃນການ ເດີນທາງ ຍ້ອນ ຂົວ ທີ່ ສໍາຄັນ ຫັກ ພັງລົງ ດ້ວຍ ຣົດບັນທຸກ ເກີນນໍ້າໜັກ.
-
ສົມເນ
2016-03-22 -
-
-
Your browser doesn’t support HTML5 audio
ປະຊາຊົນ 10 ບ້ານ ເຂດນໍ້າຄາ ເມືອງເມິງ ແຂວງບໍ່ແກ້ວ ປະສົບ ກັບ ຄວາມຫຍຸ້ງຍາກ ໃນການ ໃຊ້ຖນົນ ຍ້ອນ ຣົດບັນທຸກ ຂອງຈີນ ທີ່ ຂົນສົ່ງ ຫລັກເສົາ ໄຟຟ້າ ຈາກ ແຂວງບໍ່ແກ້ວ ໄປຫາ ສວນກ້ວຍ ຂອງຈີນ ເພື່ອ ເອົາໄຟຟ້າ ເຂົ້າຫາ ສວນກ້ວຍ.
ຣົດບັນທຸກ ເຮັດໃຫ້ ຂົວ ນໍ້າຄາ ຫັກ ຍ້ອນນໍ້າໜັກ ເກີນກໍານົດ ທີ່ ຂົວ ຈະຮັບໄດ້. ຕາມຣາຍງານ ຈາກຊາວບ້ານ ເຂດນໍ້າຄາ. ຊາວບ້ານ ເວົ້າວ່າ, ເຫດການ ຂົວ ຫັກ ເກີດຂຶ້ນ ເວລາ 4 ໂມງ ຕອນບ່າຍ ວັນທີ 18 ມິນາ.
ປັດຈຸບັນ ປະຊາຊົນ ທັງ 10 ບ້ານນີ້ ຈໍາເປັນຕ້ອງ ພາກັນ ສ້າງທາງ ທຽວເວັ້ນ ຂົວ ດ້ວຍຕົນເອງ ເພື່ອ ການສັນຈອນ ໄປມາຄ້າຂາຍ ປະກອບການ ຫາຢູ່ຫາກິນ ປະຈໍາວັນ ໃນລະຍະ ລໍຖ້າ ການສ້ອມແປງ. ສໍາລັບ ຄົນຂັບຣົດ ທີ່ ເປັນຊາວຈີນ ນັ້ນ ເຈົ້າໜ້າທີ່ ໄດ້ກັກຕົວ ໄວ້ ຊົ່ວຄາວ.
ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງວ່າ ຈະໃຫ້ ບໍຣິສັດ ຈີນ ທີ່ ເປັນຕົ້ນເຫດ ເຮັດໃຫ້ ຂົວຫັກ ນັ້ນເປັນຜູ້ ສ້ອມແປງ ທັງໝົດ ຊຶ່ງຄາດວ່າ ຈະໃຊ້ ເວລາ ປະມານ 3 ເດືອນ. ຖ້າຫາກວ່າ ຂົວນີ້ ສ້າງບໍ່ແລ້ວ ກ່ອນ ຣະດູຝົນ ກໍຈະເຮັດ ໃຫ້ການ ສັນຈອນ ຫຍຸ້ງຍາກ ຫຼາຍຂຶ້ນ.