ຂ.ໄຊສົມບູນໂຈະການສ້າງທາງ
2016.01.29
ໂຄງການ ກໍ່ສ້າງ ເສັ້ນທາງ ຂົວນໍ້າຍອນ ໄປຫາ ບ້ານ ລ້ອງແຈ້ງ ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ຖືກ ໂຈະ ຊົ່ວຄາວ ຍ້ອນບັນຫາ ຄວາມ ບໍ່ສະຫງົບ. ເຈົ້າໜ້າທີ່ ຂອງ ໂຄງການ ກໍ່ສ້າງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 28 ມົກກະຣາ ວ່າ:
ຫລັງຈາກທີ່ ເກີດເຫດ ຣະເບີດແຕກ ຢູ່ເຂດບ້ານ ຜານົກກົກ ເມືອງ ລ້ອງແຈ້ງ ແຂວງ ໄຊສົມບຸນ ໃນ ວັນທີ 24 ມົກກະຣາ ຜ່ານມາ ເຮັດໃຫ້ມີ ຄົນຈີນ ເສັຽຊີວິດ 2 ຄົນ ແລະ ບາດເຈັບ 1 ຄົນ ນັ້ນ ເປັນນຶ່ງ ໃນເຫດຜົນ ຫລັກ ໃນຄໍາສັ່ງ ໃຫ້ໂຈະ ການ ກໍ່ສ້າງ ຂອງ ເສັ້ນທາງ ດັ່ງກ່າວ.
ເສັ້ນທາງ ແຕ່ ຂົວນໍ້າຍອນ ໄປຫາ ບ້ານ ລ້ອງແຈ້ງ ມີຄວາມຍາວ 40 ກິໂລແມັດ ໜ້າກວ້າງ 6 ແມັດ ປູຢາງ 2 ຊັ້ນ ມູນຄ່າ ການກໍ່ສ້າງ ປະມານ 300 ຕື້ ກີບ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.
ສະເພາະ ເຫດການ ວາງຣະເບີດ ທີ່ ເກີດຂຶ້ນຢູ່ ເຂດເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໃນເດືອນ ທັນວາ ປີ 2015 ເປັນຕົ້ນມາ ມີຄື:
ວັນທີ 28 ທັນວາ 2015 ມີການ ວາງຣະເບີດ ຢູ່ເສັ້ນທາງ ໄປແຄັມ ພູມິງນິງ ເຮັດໃຫ້ຣົດ ຂົນສົ່ງທໍ່ ຣະບາຍນໍ້າ ຂອງ ໂຄງການ ກໍ່ສ້າງເຂື່ອນ ນໍ້າງື່ມ 3 ເສັຽຫາຍໜັກ.
ວັນທີ 30 ທັນວາ 2015 ມີການ ວາງຣະເບີດ ຢູ່ບ້ານ ນໍ້າຜານ້ອຍ ແຕ່ ເຈົ້າໜ້າທີ່ ທະຫານ ສາມາດ ເກັບກູ້ ຣະເບີດ ເອົາໄວ້ໄດ້.
ວັນທີ 21 ມົກກະຣາ 2016 ເກີດເຫດ ຣະເບີດ ຢູ່ ເສັ້ນທາງ ຣະຫວ່າງ ບ້ານ ຫຼວງພັນໄຊ ໄປຫາ ບ້ານ ພູກອງເຂົ້າ ເຮັດໃຫ້ ເຈົ້າໜ້າທີ່ ທະຫານ ທີ່ ປະຕິບັດ ໜ້າທີ່ ໄດ້ ຮັບບາດເຈັບ 3 ຄົນ.
ແລະ ຫລ້າສຸດ ວັນທີ 24 ມົກກະຣາ ທີ່ຜ່ານມາ ກໍເກີດເຫດ ຣະເບີດ ຢູ່ເຂດບ້ານ ຜານົກກົກ ເຮັດໃຫ້ ມີຄົນຈີນ ເສັຽຊີວິດ 2 ຄົນ ແລະ ບາດເຈັບ 1 ຄົນ.