ມ.ຫ້ວຍຊາຍ ປາຕາຍຢູ່ ນໍ້າງາວ

ປາຕາຍເປັນຝຸງ ຢູ່ວັງສະຫງວນ ລຳນ້ຳງາວ ຢູ່ເຂດບ້ານປຸ່ງ ເມືອງຫ້ວຍຊາຍ ເມື່ອວັນທີ 12 ກຸມພາ 2017
ປາຕາຍເປັນຝຸງ ຢູ່ວັງສະຫງວນ ລຳນ້ຳງາວ ຢູ່ເຂດບ້ານປຸ່ງ ເມືອງຫ້ວຍຊາຍ ເມື່ອວັນທີ 12 ກຸມພາ 2017 (Photo courtesy of tholakhong)

0:00 / 0:00

ເຈົ້າໜ້າທີ່ ທາງການ ແຂວງບໍ່ແກ້ວ ກຳລັງສືບຫາ ສາເຫດ ອັນແທ້ຈິງ ທີ່ເຮັດໃຫ້ ປາຕາຍ ຢ່າງຫຼວງຫຼາຍ ຢູ່ວັງສະຫງວນ ໃນລຳນ້ຳງາວ ຢູ່ເຂດບ້ານປຸ່ງ ເມືອງຫ້ວຍຊາຍ ເມື່ອວັນທີ 12 ກຸມພາ 2017. ເບື້ອງຕົ້ນ ເຈົ້າໜ້າທີ່ ສັນນິຖານ ວ່າອາຈເປັນຍ້ອນ ສານເຄມີ ຈາກສວນ ປູກກ້ວຍຈີນ ທີ່ໄຫລລົງໃສ່ ລຳນ້ຳນັ້ນ ຫລືເປັນຍ້ອນ ຄົນຮ້າຍ ໄປລັກເບື່ອປາ ໄປຂາຍ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ຕໍ່ RFA ໃນວັນທີ 14 ກຸມພາ ນີ້:

"ວັງສະຫງວນ ຂອງບ້ານນໍ ກໍຕາຍຫຼາຍເຕີບ ເປັນຮ້ອຍຫວ່າເປົ໋າ ຫັ້ນແຫຼະນໍ ປັດຈຸບັນນີ້ ກຳລັງເອົາປາ ຫລືວ່າ ເອົາເລືອດ ຂອງຄົນ ໄປກວດເບິ່ງ ເຮົາກໍບໍ່ຮູ້ວ່າ ສາເຫດ ມັນຈະເກີດ ມາຈາກບ່ອນໃດນໍ ສົງສັຍຄິດ ວ່າແມ່ນທາງຈີນ ນີ້ກໍເຮັດ ສວນກ້ວຍຢູ່ ເທີງ ນ້ຳນີ້ນໍ ແລ້ວເພິ່ນປ່ອຍ ສານພິດ ລົງມາ ແລະ ທີສອງ ກໍແມ່ນຄົນຮ້າຍໄປ ເບື່ອລະນໍ ໄປເບື່ອ".

ທ່ານກ່າວວ່າ ທາງການແຂວງບໍ່ແກ້ວ ໄດ້ສົ່ງຕົວຢ່າງ ປາຕາຍ ແລະເລືອດ ຂອງຜູ້ທີ່ໄດ້ກິນ ປານັ້ນ ໄປໃຫ້ທາງ ນະຄອນຫຼວງວຽງຈັນ ແລ້ວ ເພື່ອກວດຫາ ສາເຫດ ວ່າປາຕາຍ ຍ້ອນຫຍັງກັນແທ້. ປາທີ່ຕາຍນັ້ນ ເປັນປາ ທັມຊາດ ຫຼາຍຊນິດ. ຊາວບ້ານ 2 ຄົນ ທຳອິດ ທີ່ເຂົ້າໄປ ເກັບເອົາປາ ໃນມື້ເກີດເຫດນັ້ນ ເຄີຍມີປະຫວັດ ລັກເບື່ອປາ ໃນວັງສະຫງວນ ແຫ່ງນີ້ມາແລ້ວ ແລະ ຖືກດຳເນີນຄະດີ ເມື່ອ ຫຼາຍປີກ່ອນ ຊຶ່ງຂນະນີ້ ທາງ ເຈົ້າໜ້າທີ່ ຕຳຣວດ ໄດ້ກັກຕົວໄວ້ ເພື່ອສອບສວນ.

ເພື່ອປ້ອງກັນບັນຫາ ເຈົ້າໜ້າທີ່ແຂວງນີ້ ກຳລັງສຶກສາອົບຮົມ ໃຫ້ຄວາມຮູ້ ແກ່ປະຊາຊົນ 4 ບ້ານຄື ບ້ານນ້ຳງາວ ບ້ານໜອງຄຳ, ບ້ານ ພິມນະສິນ ແລະບ້ານປຸ່ງ ທີ່ໃຊ້ນ້ຳງາວ ນັ້ນຮ່ວມກັນ. ດັ່ງທ່ານກ່າວວ່າ:

"ສົ່ງເຈົ້າໜ້າທີ່ ລົງໄປປ້ອງກັນແລ້ວ ເພາະວ່າ 4 ບ້ານນີ້ ມັນຢູ່ໃກ້ຄຽງ ມັນໃຊ້ນໍ້າແຫລ່ງ ດຽວກັນ ແລ້ວປັດຈຸບັນນີ້ ໄດ້ມີຈຳນວນນຶ່ງ ເອົາປາໄປ ຈຳໜ່າຍ ຢູ່ທີ່ບ້ານ ໃກ້ຄຽງຫັ້ນ ແລ້ວບັດນີ້ ປັດຈຸບັນ ຂະເຈົ້າຮັບປະທານປາ ກໍເຂົ້າມາ ສູນອະນາມັຍ ອັນທີນຶ່ງ ອາການ ແມ່ນເຈັບທ້ອງ ອັນທີສອງ ມາແລ້ວ ເປັນວິນ ມີ 2-3 ຣາຍ ແລ້ວນໍ".

ກ່ຽວກັບ ກໍຣະນີປາຕາຍ ທີ່ວ່ານັ້ນ ທ່ານເວົ້າຕື່ມອີກວ່າ ເມື່ອໄດ້ຮັບ ຜົລສະຫລຸບ ຈາກທາງ ນະຄອນຫຼວງ ວຽງຈັນ ແລ້ວວ່າຍ້ອນ ສາ- ເຫດໃດ, ທາງຫ້ອງການ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍຈະເອົາ ມາດຕະການເດັດຂາດ ດຳເນີນຄະດີ ຜູ້ກະທໍາຜິດ ຕາມຣະບຽບ ກົດໝາຍຕໍ່ໄປ.