ງົວຕາຍ 31 ໂຕໃກ້ເຂດ ອຸດສາຫະກັມ ມ.ໄຊເສດຖາ
2018.04.27
ເຈົ້າໜ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ເມືອງໄຊເສດຖາ ກໍາລັງສືບຫາສາເຫດ ງົວ 31 ໂຕ ທີ່ຕາຍຢູ່ໃກ້ກັບເຂດ ອຸດສາຫະກັມ ເມືອງ ໄຊເສດຖາ ນັບແຕ່ກ່ອນປີໃໝ່ລາວ ມາຮອດ ວັນທີ 22 ເມສາ ຜ່ານມາ, ດັ່ງເຈົ້າໜ້າທີ່ ຫ້ອງການ ດັ່ງກ່າວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 25 ເມສາ ນີ້ວ່າ:
“ດຽວນີ້ສາເຫດ ພວກເຮົາຍັງບໍ່ສາມາດສລຸບໄດ້ ວ່າມັນເປັນສາເຫດຫຍັງ ແຕ່ວ່າພວກເຮົາຍັງເອົາ ນໍ້າຢູ່ໃນເຂດຫັ້ນ ໄປວິຈັຍ ເບິ່ງວ່າ ມັນ ຈະເປັນນໍານໍ້າບໍ ຫຼືມັນຈະເປັນນໍາພຍາດແນວໃດ ພວກເຮົາຍັງລໍຖ້າ ຜົນວິຈັຍຢູ່ ເຂົາເຈົ້າລົງໄປຕິດຕາມ ການວິຈັຍຢູ່.”
ທ່ານອະທິບາຍວ່າ ຍັງບໍ່ສາມາດສລຸບໄດ້ເທື່ອວ່າ ງົວຕາຍຍ້ອນຫຍັງແທ້ ອາດຈະເປັນນໍານໍ້າ ທີ່ງົວກິນເຂົ້າໄປມີສານປົນເປື້ອນ ຕາຍຍ້ອນ ພຍາດ ຫຼື ຕາຍຍ້ອນອາກາດຮ້ອນຫຼາຍ ຍັງສະຫຼຸບບໍ່ທັນໄດ້ ຕ້ອງລໍຖ້າຜົນການວິຈັຍ ອອກມາກ່ອນ.
ທ່ານວ່າ ຫລັງຈາກເກີດເຫດດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ນໍາເອົາ ຊາກງົວທີ່ຕາຍນັ້ນໄປຝັງດິນ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນ ເອົາງົວໄປກິນ ຫຼື ນໍາຊີ້ນໄປຂາຍ ເພາະຢ້ານເປັນອັນຕະລາຍ. ສ່ວນປະຊາຊົນ ຜູ້ທີ່ເປັນເຈົ້າຂອງງົວ ກໍບໍ່ໄດ້ອອກມາ ຮຽກຮ້ອງຂໍຄວາມ ຊ່ວຍເຫຼືອ ແຕ່ຢ່າງໃດ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ແຈ້ງໃຫ້ປະຊາຊົນ ຜູ້ທີ່ລ້ຽງສັດ ແບບປ່ອຍໄປຕາມ ທັມມະຊາດນັ້ນ ໃຫ້ເບິ່ງແຍງສັດລ້ຽງຂອງຕົນ ໃຫ້ດີກວ່າເກົ່າ ເພື່ອບໍ່ໃຫ້ສັດລ້ຽງ ອອກໄປຫາກິນ ນໍ້າຢູ່ບໍຣິເວນດັ່ງກ່າວ.