ບັນຫາຫຍຸ້ງຍາກຂອງ ຜູ້ເຄາະຮ້າຍ ເຂື່ອນແຕກ

ພູວົງສ໌
2019.02.13
ພາຍໃນສູນພັກເຊົາຊົ່ວຄາວ ທີ່ຊາວບ້ານຜູ້ເຄາະຮ້າຍ ຕ້ອງໄດ້ອາໃສຢູ່ຕໍ່ໄປຢ່າງນ້ອຍ 3 ປີ ກ່ອນຈະໄດ້ຍ້າຍເຂົ້າໄປຢູ່ ເຮືອນຖາວອນ
Photo Courtesy of: Korea CSO group

ເຈົ້າໜ້າທີ່ຜູ້ຕາງໜ້າກຸ່ມເຄືອຂ່າຍ ອົງການຈັດຕັ້ງພາກປະຊາສັງຄົມ ປະເທສເກົາຫຼີໃຕ້, ທີ່ໄດ້ໄປຢ້ຽມຢາມຜູ້ປະສົພພັຍສັນ ເຂື່ອນເຊປຽນ- ເຊນ້ຳນ້ອຍແຕກ, ທີ່ເມືອງສນາມໄຊ ແຂວງອັດຕະປື ເມື່ອເດືອນມົກກະຣາ ທີ່ຜ່ານມານັ້ນ, ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ, ການຟື້ນຟູຊີວິຕການເປັນຢູ່ຂອງຊາວບ້ານ, ທີ່ປະສົພພັຍເຂື່ອນແຕກນັ້ນ ຍັງດຳເນີນໄປຢ່າງຊ້າ. ຊາວບ້ານສ່ວນໃຫຍ່ ຢູ່ໃນສະພາວະທີ່ຫຍຸ້ງຍາກ, ຂາດເຂີນເຄື່ອງໃຊ້ສອຍທີ່ຈຳເປັນໃນຊີວິຕປະຈຳວັນ ແລະ ເຂົ້າປາອາຫານ ແມ່ນຖືວ່າຢູ່ໃນສຖານະການ ທີ່ ຫຍຸ້ງຍາກທີ່ສຸດ. ດັ່ງຍານາງໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ກຸມພາ ນີ້ວ່າ:

“Their lives are not really in good condition and they are kind of lack of basic needs for their lives. Food is the most difficult thing that they are the most in difficult situation because they only get their rice from the government and only 5,000 kip per day for their basic meal.”

ຍານາງວ່າ: ຊີວິຕການເປັນຢູ່ຂອງພວກຜູ້ປະສົພພັຍ ແມ່ນບໍ່ຄ່ອຍຈະດີເລີຍ ແລະ ພວກເຂົາກໍຂາດສິ່ງຈຳເປັນພື້ນຖານໃນຊີວິຕປະຈຳວັນ. ເຂົ້າປາອາຫານ ແມ່ນສິ່ງທີ່ຫຍຸ້ງຍາກທີ່ສຸດສຳລັບຊາວບ້ານ ເພາະວ່າພວກເຂົາພຽງແຕ່ໄດ້ຮັບເຂົ້າສານ ຈາກຣັຖບານຈັດຫາມາໃຫ້ ແລະ ສຳລັບຄ່າອາຫານແມ່ນ 5 ພັນ ກີບຕໍ່ມື້.

ຍານາງກ່າວຕື່ມວ່າ ນອກຈາກເງິນຊື້ອາຫານທີ່ໜ້ອຍ ບໍ່ພຽງພໍຕໍ່ການກິນຢູ່ໃນແຕ່ລະມື້ແລ້ວ, ຊາວບ້ານຍັງບໍ່ມີນ້ຳດື່ມທີ່ພຽງພໍ ເມື່ອທຽບກັບ ຊີວິຕກ່ອນເຂື່ອນແຕກ. ເຮືອນພັກຊົ່ວຄາວ ທີ່ຊາວບ້ານອາໃສຢູ່ ທີ່ປຸກດ້ວຍສັງກະສີ ເຮັດໃຫ້ເກີດຄວາມຮ້ອນສູງ ໃນເວລາກາງເວັນ ແລະ ໜາວແຮງ ເມື່ອຕົກກາງຄືນ.

“Now the temporary house is made of steel and it is not good for their hot weather in the day time. At night time, they have difficulty with a cold.”

ເຮືອນພັກຊົ່ວຄາວຖືກສ້າງດ້ວຍເຫຼັກ ແລະມັນບໍ່ດີຕໍ່ຊາວບ້ານເມື່ອອາກາດຮ້ອນໃນຕອນກາງເວັນ. ຕົກມາຕອນກາງຄືນ, ເຮືອນພັກຊົ່ວຄາວ ກໍໜາວເກີນໄປ ແລະ ຊາວບ້ານລຳບາກ.

ນອກຈາກນີ້, ຊາວບ້ານຈຳນວນນຶ່ງ ເກີດປ່ວຍທາງຈິຕ ແລະ ມີອາການທາງປະສາດ, ບາງຄົນຢູ່ໃນສພາວະເພີ້ຝັນ ເມີ່ລອຍ ຢ້ານກົວວ່າ ຈະເກີດເຂື່ອນແຕກຊ້ຳອີກ ແລະ ຍັງຝັນເຫັນພາບ ມື້ທີ່ເຂື່ອນແຕກນັ້ນຢູ່ທຸກມື້.

“Some of them expressed their trauma. Some of them are dreaming of that night that evening of the incident. Some of them are very scared of the collapse every day. When they visit their houses again they feel like scary.”

ຍານາງວ່າ: ບາງຄົນສະແດງອາການລະເມີເພີ້ຝັນ ຢ້ານກົວ. ບາງຄົນຍັງຄົງຝັນເຫັນເຫຕການເຂື່ອນແຕກໃນແລງ ແລະຄືນມື້ນັ້ນ. ບາງຄົນ ຢ້ານວ່າ ເຂື່ອນຊິແຕກທຸກມື້. ເມື່ອພວກເຂົາກັບເມືອຢາມເຮືອນເກົ່າເຂົາອີກເທື່ອນຶ່ງ ພວກເຂົາ ຮູ້ສຶກຢ້ານ.

ອີງຕາມການສອບຖາມຂອງເຈົ້າໜ້າທີ່ຜູ້ຕາງໜ້າຈາກເກົາຫຼີໃຕ້ນາງນີ້ ທີ່ໄດ້ສອບຖາມ ຊາວບ້ານໃນເຂດຄ້າຍພັກຊົ່ວຄາວ 4 ຄ້າຍ ອັນໄດ້ແກ່ ຄ້າຍພັກຊົ່ວຄາວບ້ານປິ່ນດົງ, ດົງບາກ, ດອນບົກ ແລະ ຕະມໍຢອດ ແລ້ວແມ່ນວ່າ ຊາວບ້ານສ່ວນໃຫຍ່ ຂາດການມີສ່ວນຮ່ວມໃນການ ຕັດສິນໃຈ ຕໍ່ການສ້າງແຜນຟື້ນຟູຊີວິຕການເປັນຢູ່ຂອງພວກເຂົາ ລວມທັງຂາດການຮັບຮູ້ຂໍ້ມູນຕ່າງໆຈາກພາກສ່ວນກ່ຽວຂ້ອງ.

“The people said they have not gotten any way to participate in a process of the reconstruction and re-habitation after the dam collapsed. They did not even get any explain about the cause of the dam collapse. So, I think the stakeholders and actors of the Xe-pian Xe-namnoy project, they do not give enough chance or enough opportunity for the villagers, people or effected people to get to know the current situation and get to know the cause and what the plan for the reconstruction  or something.”

ປະຊາຊົນເວົ້າວ່າ ພວກເຂົາບໍ່ໄດ້ເຂົ້າຮ່ວມໃນຂບວນການຟື້ນຟູ ແລະ ຈັດສັນທີ່ຢູ່ ພາຍຫຼັງເກີດເຫຕການເຂື່ອນແຕກ. ພວກເຂົາບໍ່ໄດ້ຮັບ ການອະທິບາຍ ເຖິງສາເຫຕຂອງເຂື່ອນແຕກນັ້ນ. ຂ້າພະເຈົ້າຄຶດວ່າ ໝາຍເຖິງໂຕແທນກຸ່ມພາກປະຊາສັງຄົມເກົາຫຼີໃຕ້ ຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ຜູ້ຖືຮຸ້ນໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ຍັງບໍ່ໄດ້ເປີດໂອກາດພຽງພໍໃຫ້ຊາວບ້ານທີ່ໄດ້ຮັບຜົລກະທົບ ຮັບຮູ້ເຖິງສະຖານະການ ຫຼ້າສຸດ ແລະ ສາເຫຕຂອງເຂື່ອນແຕກ ຫຼືແມ້ກະທັ້ງວ່າແຜນຂອງການຟື້ນຟູຊີວິຕ ຫຼັງຈາກເຂື່ອນແຕກ ເປັນແນວໃດແດ່?

ຍານາງກ່າວມ້ວນທ້າຍວ່າ ສິ່ງທີ່ຊາວບ້ານຕ້ອງການທີ່ສຸດໃນເວລານີ້ ແມ່ນຂະບວນການກັບເຂົ້າສູ່ຊີວິຕການເປັນຢູ່ຢ່າງມີອິສຣະ ຄືແຕ່ກ່ອນ ເພາະຊາວບ້ານສ່ວນໃຫຍ່ ເປັນຊາວໄຮ່ຊາວນາ ກໍຢາກກັບໄປຊອກຢູ່ຫາກິນຕາມເຄີຍ, ເຊິ່ງການຢູ່ໃນຄ້າຍພັກ ຊົ່ວຄາວທີ່ທາງການຈັດສັນ ໄວ້ໃຫ້ ແມ່ນເຕັມໄປດ້ວຍຄວາມກົດດັນ, ອຶດອັດໃຈ ແລະ ຮູ້ສຶກສິ້ນຫວັງກັບຊີວິຕ.

ຢ່າງໃດກໍຕາມ, ປະຈຸບັນ, ທາງການລາວກໍພວມເລັ່ງຟື້ນຟູຊີວິຕການເປັນຢູ່ໃຫ້ແກ່ຊາວບ້ານ, ໂດຍແມ່ນສຳນັກງານນາຍົກຣັຖມົນຕຣີ ກໍໄດ້ອອກແຈ້ງການໃນວັນທີ 06 ກຸມພາ ຮຽກຮ້ອງໃຫ້ຄນະກັມມະການສະເພາະກິຈ ເລັ່ງຟື້ນຟູຊີວິຕການເປັນຢູ່ ຜູ້ປະສົພພັຍໂດຍໄວ. ເມື່ອວັນທີ່ 07 ກຸມພາ ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ທັງເປັນປະທານຄນະສະເພາະກິຈແກ້ໄຂພັຍພິບັຕ ຣະດັບຊາຕ ທີ່ເມືອງສນາມໄຊ ກໍໄດ້ເລັ່ງໃຫ້ພາກສ່ວນກ່ຽວຂ້ອງ ຊອກຫາພື້ນທີ່ ເພື່ອຈັດສັນ ທີ່ດິນໃຫ້ແກ່ປະຊາຊົນ ສາມາດທຳການຜລິຕ ໃຫ້ທັນກັບຣະດູການປູກຝັງ ແລະ ເຮັດນາໃນຣະດູນາປີ ທີ່ຈະມາເຖິງນີ້.

ສ່ວນການກໍ່ສ້າງເຮືອນຢູ່ຖາວອນໃຫ້ຜູ້ປະສົພພັຍນັ້ນ, ທຸກຢ່າງຍັງຢູ່ຣະຫວ່າງການວາງແຜນ ແລະຄາດວ່າຜູ້ປະສົພພັຍຍັງຈະຕ້ອງອາໃສ ຢູ່ເຮືອນພັກຊົ່ວຄາວ ຕາມຄ້າຍພັກຊົ່ວຄາວທີ່ທາງການຈັດໄວ້ໃຫ້ຢ່າງໜ້ອຍ 3 ປີ, ອີງຕາມຂໍ້ມູນຈາກທາງການ ແລະ ການສອບຖາມ ຊາວບ້ານ.

ການເຂົ້າໄປຢ້ຽມຢາມຊາວເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບຈາກສັນເຂື່ອນ D ແຕກ ຂອງໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນເທື່ອນີ້ ແມ່ນເປັນສ່ວນນຶ່ງ ຂອງການຮິບໂຮມຂໍ້ມູນຫຼ້າສຸດຈາກພາກສ່ວນຕ່າງໆ ຮວມທັງສຽງຂອງປະຊາຊົນ ຜູ້ໄດ້ຮັບຜົລກະທົບ ເພື່ອ ກຸ່ມເຄືອຂ່າຍພາກປະຊາສັງຄົມເກົາຫຼີໃຕ້ ຈະໄດ້ນຳສເນີຂໍ້ມູນເຫຼົ່ານີ້ ໃຫ້ຣັຖບານເກົາຫຼີໃຕ້ ສ້າງກົລໄກດ້ານນິຕິກັມທີ່ດີ ຣະຫວ່າງການລົງທຶນ ຈາກພາກຣັຖຮ່ວມກັບເອກະຊົນ ຫຼື Public Private Partnership ຫຼື ທີ່ຮູ້ຈັກກັນດີ ໃນນາມກົລໄກ PPP. ທັງນີ້, ກໍເພື່ອຮັບປະກັນໃຫ້ ການລົງທຶນຈາກເກົາຫຼີໃຕ້ໃນຕໍ່ໜ້າ ໃຫ້ມີຄວາມໂປ່ງໃສທີ່ສຸດ, ປ້ອງກັນຜົລກະທົບທີ່ອາຈເກີດຂຶ້ນ ຫຼືຖ້າເກີດຜົລກະທົບ ກໍຕ້ອງມີມາຕການ ຕອບໂຕ້ ແລະ ແກ້ໄຂ ທີ່ເປັນທັມ ແລະ ທັນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.