ເກີດເຫດໄຟໄໝ້ກອງໄມ້ ຂອງ ວຽດນາມ
ໄຟໄໝ້ ກອງໄມ້ ຂອງ ນັກທຸຣະກິດ ວຽດນາມ ຢູ່ ແຂວງອັດຕະປື
-
ໄມຊູລີ
2018-11-20 -
-
-
Your browser doesn’t support HTML5 audio
ເມື່ອເວລາປະມານ 7 ໂມງແລງ ຂອງວັນທີ 19 ພຶສຈິກາ ຜ່ານມາ ໄຟໄໝ້ກອງໄມ້ ຈໍານວນບໍ່ຕໍ່າກວ່າ 100 ແມັດກ້ອນ ຢູ່ບ້ານຫາດຊາຍ -ຂາວ ເມືອງໄຊເສດຖາ ແຂວງອັດຕະປື, ໄມ້ດັ່ງກ່າວ ເປັນໄມ້ຂອງນັກທຸຣະກິດວຽດນາມ ທີ່ເອົາມາກອງໄວ້ ຍ້ອນບໍ່ສາມາດເຄື່ອນຍ້າຍ ອອກນອກປະເທດ, ເຈົ້າໜ້າທີ່ ເຊື່ອວ່າ ມີຄົນມາລັກຈູດໄມ້ນັ້ນ ແຕ່ຍັງບໍ່ສາມາດຮູ້ ຜູ້ທີຜູ້ລົງມືຈູດນັ້ນເທື່ອ, ດັ່ງເຈົ້າໜ້າທີ່ ເມືອງໄຊເສດຖາ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 20 ພຶສຈິກາ ນີ້ວ່າ:
“ໄມ້ວຽດນະ ເຫັນກອງແຕ່ດົນແລ້ວ ຊິແມ່ນແຕ່ຄໍາສັ່ງເລກທີ 15 ແລ້ວເນາະ ທາງບໍຣິສັດ ກໍຊິສະລໍ ເຣື້ອງການຊື້ຂາຍ ຫຼືວ່າການຜລິດ ກໍບໍ່ ຮູ້ນໍາເພິ່ນ ແຕ່ບໍ່ຮູ້ວ່າ ໃຜຈູດເນາະ.”
ທ່ານກ່າວວ່າ ປັຈຈຸບັນ ໄຟໄໝ້ກອງໄມ້ ດັ່ງກ່າວ ກໍມອດລົງແລ້ວ ແຕ່ກໍໄດ້ໄໝ້ໄປເກືອບໝົດກອງ ຊຶ່ງທາງເຈົ້າໜ້າທີ່ ກໍາລັງສອບສວນຢູ່ວ່າ ມີຈັກແມດກ້ອນແທ້ ແລະຊອກຫາ ບໍຣິສັດທີ່ເປັນເຈົ້າຂອງໄມ້ ມາສອບສວນຕື່ມ. ໃນຂນະດຽວກັນເຈົ້າໜ້າທີ່ຕໍາຣວດ ສະເພາະກິຈ ກໍກໍາລັງ ສືບສວນ ແລະຕິດຕາມຫາ ຜູ້ຈູດເຜົາກອງໄມ້ເທື່ອນີ້ ເພື່ອມາດໍາເນີນຄະດີ ຕາມກົດໝາຍ.
ປະຊາຊົນທີ່ເຫັນເຫດການ ທີ່ບໍ່ປະສົງ ອອກສຽງ ໃຫ້ຂໍ້ມູນ ຕໍ່ວິທຍຸເອເຊັຍເສຣີວ່າ ໃນຂນະທີ່ໄຟໄໝ້ ກອງໄມ້ຢູ່ ໃນຕອນກາງຄືນນັ້ນກໍບໍ່ ເຫັນວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຟ້າວມາມອດໄຟ ແຕ່ຢ່າງໃດ ແລະ ກໍບໍ່ມີຜູ້ໃດ ໃຫ້ຄວາມສົນໃຈຕໍ່ ເຫດການດັ່ງກ່າວ ລໍຖ້າຈົນໄຟມອດ ໄປເອງ ເຈົ້າໜ້າທີ່ ຈຶ່ງມາກວດສອບ ຊອກຫາສາເຫດ ຕາມຂັ້ນຕອນ.
ກ່ຽວກັບເຫດໄຟໄໝ້ກອງໄມ້ ຄັ້ງນີ້ ວິທຍຸເອເຊັຍເສຣີ ຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ເພື່ອສອບຖາມກ່ຽວກັບ ຄວາມຄືບໜ້າ ຂອງການສືບສວນ ແຕ່ເຈົ້າໜ້າທີ່ ຍັງບໍ່ອະນຸຍາດໃຫ້ ຂໍ້ມູນເທື່ອ.
ຢ່າງໃດກໍຕາມ ກ່ອນໜ້ານີ້ ກໍເຄີຍ ເກິດເຫດໄຟໄໝ້ ກອງໄມ້ ຢູ່ເມືອງສນາມໄຊ ແຂວງອັດຕະປື, ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ສລຸບໄດ້ວ່າ ເກີດຍ້ອນສາເຫດຫຍັງແທ້, ແລະ ເມື່ອ ເດືອນມົກກະຣາ ຜ່ານມາ ເກີດເຫດໄຟໄໝ້ ຢູ່ຕລາດຫລັກສາມ ເມືອງ ສນາມໄຊ ແຕ່ກໍຍັງບໍ່ມີ ການສລຸບເຫດການ ທີ່ຄັກແນ່ເຊັ່ນດຽວກັນ.