ໂຮງງານຕົ້ມຢາງຕີນຣົດສ້າງ ມົລພິດ

ຈໍາປາທອງ
2015.09.16
F-Oudomxay ເມືອງໄຊ ແຂວງ ອຸດົມໄຊ
Wikipedia

ຊາວບ້ານ ຂວາງຄໍາ, ບ້ານ ໜູຕືນ ແລະ ນໍ້າກໍ້ ເມືອງ ນາໝໍ້ ແຂວງ ອຸດົມໄຊ ໄດ້ຮັບ ຜົນກະທົບ ຍ້ອນ ນໍ້າເສັຽ ຈາກ ໂຮງງານ ຕົ້ມຢາງ ຕີນ ຣົດ, ໄດ້ໄຫລລົງ ສູ່ ລໍານໍ້າ ເຮັດໃຫ້ ປາຕາຍ ແລະ ນໍ້າ ໃນລໍານໍ້າ ເປື້ອນ ເປັນ ມົລພິດ ພາຍຫຼັງ ທີ່ ມີຝົນ ຕົກໜັກ ຫຼາຍມື້.

ຊາວບ້ານ ທ່ານນຶ່ງ ໄດ້ ເວົ້າຕໍ່ ເອເຊັຽເສຣີ ວ່າ, ເຂົາເຈົ້າ ໄດ້ຮັບ ຜົນກະທົບ ຈາກ ກິ່ນເໝັນ ຂອງ ໂຮງງານ, ແລະ ປະຊາຊົນ ບໍ່ ສາມາດ ນໍາໃຊ້ນໍ້າ ຈາກ ລໍານໍ້າ ໄດ້ ຍ້ອນວ່າ ນໍ້າ ເປື້ອນ ເປັນ ມົລພິດ, ຕົ້ນໄມ້ ໃບຫຍ້າ ໃນ ບໍຣິເວນ ອ້ອມ ຮອບ ກໍ ແຫ້ງຕາຍ.

ອີງຕາມ ການບອກເລົ່າ ຂອງ ຊາວບ້ານ, ໂຮງງານ ດັ່ງກ່າວ ໄດ້ ມາຕັ້ງຢູ່ ເມືອງ ນາໝໍ້ ໄດ້ ຫຼາຍປີ ແລ້ວ, ແຕ່ວ່າ ໃນປີ ທີ່ ຜ່ານມາ ມີຊາວບ້ານ ມາຮ້ອງທຸກ ນໍາ ຫ້ອງການ ຂອງເມືອງ ແລະ ແຂວງ, ຈຶ່ງ ມີຄໍາສັ່ງ ໃຫ້ ໂຮງງານ ດັ່ງກ່າວ ຢຸດ ການຜລິດ, ຍ້ອນວ່າ ໂຮງງານ ໄດ້ສົ່ງ ຜົນກະທົບ ຕໍ່ ຊາວບ້ານ. ດັ່ງ ເຈົ້າໜ້າທີ່ ເມືອງ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ມື້ກ່ອນ ກະໄດ້ເມືອ ຮ່ວມ ລົງບ້ານ ເຂດ ກຸ່ມນັ້ນ ແຕ່ວ່າ ເຂົາເຈົ້າ ຍ້າຍ ບໍ່ໃຫ້ເຮັດ ແລ້ວ ຫັ້ນນະ ມັນມີ ຜົນກະທົບ ຫຼາຍ, ຈາກນັ້ນ ກະບໍ່ໄດ້ ຮັບຊາບວ່າ ມັນເປັນ ແນວໃດ".

ນອກຈາກ ນີ້ ຊາວບ້ານ ຍັງ ເວົ້າອີກວ່າ ໄດ້ແຈ້ງ ໄປຫາ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ເມືອງ ແລ້ວ, ແຕ່ ຍັງບໍ່ທັນ ມີຜູ້ໃດ ເຂົ້າມາ ແກ້ໄຂ ບັນຫາ ດັ່ງກ່າວ. ທີ່ ຜ່ານມາ ເມືອງ ນາໝໍ້ ແຂວງ ອຸດົມໄຊ ຍັງ ມີບັນຫາ ເຣື້ອງ ການຕົ້ມກັ່ນ ແຮ່ ຊືນ, ທີ່ ສົ່ງ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ແລະ ປະຊາຊົນ ທີ່ ຢູ່ໃກ້ຄຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.