ທາງການເພີ້ມຮັກສາຖນົນ 13 ເໜືອ

ເສັ້ນທາງເລຂທີ 13 ເໜືອ ໃນພາກເໜືອ ຂອງເມືອງກາສີ ແຂວງຫຼວງພຣະບາງ
ເສັ້ນທາງເລຂທີ 13 ເໜືອ ໃນພາກເໜືອ ຂອງເມືອງກາສີ ແຂວງຫຼວງພຣະບາງ (Screen captured from Bikinglao video)

0:00 / 0:00

ປັຈຈຸບັນ ເຈົ້າໜ້າທີ່ ຕໍາຣວດ ແລະ ທະຫານ ໄດ້ເພີ້ມກໍາລັງ ໜ່ວຍຮັກສາ ຄວາມປອດພັຍ ຕາມຖນົນ ເລຂທີ 13 ເໜືອ ທັ້ງກາງເວນ ແລະ ກາງຄືນ ຕັ້ງແຕ່ ເຂດ ເມືອງກາສີ ແຂວງວຽງຈັນ ໄປ ເຖິງ ເຂດ ເມືອງພູຄູນ ແຂວງ ຫຼວງພຣະບາງ ເພື່ອປ້ອງກັນ ເຫດ ຄົົນຮ້າຍ ລັດຍິງ ຣົຖເມ ຮວມທັງ ປະຊາຊົນ ພາຍຫລັງ ມີເຫດການ ເກີດຂຶ້ນ 2 ເທື່ອແລ້ວ ໃນຕົ້ນປີນີ້. ດັ່ງ ຊາວບ້ານ ຜູ້ນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນ ທີ14 ມິນາ ນີ້ວ່າ:

“ກວດກາ ຫຼາຍກໍ ທະຫານ ຍາມຢູ່ ທາງເລີຍ ມື້ເວນກໍຍາມ ມື້ຄືນກໍຍາມ ເຂົາມັກຍິງ ແຕ່ຕອນແລງ ນະ ໄປນໍາກັນ ຫຼາຍຄົນ ກໍບໍ່ເປັນຫຍັງ ຢ້ານແດ່ ບໍ່ຢ້ານແດ່”.

ຊາວບ້ານ ຜູ້ນີ້ ກ່າວຕື່ມວ່າ ການເພີ້ມ ກອງກໍາລັງ ຂອງ ເຈົ້າໜ້າທີ່ ປະຈໍາຢູ່ຕາມ ແຄມທາງ ໃນຫຼາຍຈຸດ ນັ້ນ ໄດ້ສ້າງ ຄວາມອົບອຸ່ນໃຫ້ ປະຊາຊົນ ພໍສົມຄວນ ເພາະເຊື່ອວ່າ ຈະເຮັດໃຫ້ ຄົນຮ້າຍ ບໍ່ກ້າກໍ່ເຫດ ອີກ ແລະ ປະຊາຊົນ ສ່ວນໃຫຽ່ ກໍມີສະຕິ ຣະວັງຕົວ ຫຼາຍຂື້ນ ແລະ ພຍາຍາມ ຫລີກລ່ຽງ ເດີນທາງ ຕອນກາງຄືນ ຖ້າບໍ່ມີ ຄວາມຈໍາເປັນ.

ເຖິງຢ່າງໃດ ກໍຕາມ ກໍຍັງມີ ປະຊາຊົນ ຈໍານວນ ບໍ່ໜ້ອຍ ທີ່ ຍັງບໍ່ມີ ຄວາມເຊື່ອໝັ້ນ ໃນຄວາມ ປອດພັຍ ແລະ ກໍບໍ່ພາກັນ ຍ່າງຜ່ານ ເສັ້ນທາງ ນີ້ອີກ ເປັນຕົ້ນ ຊາວຫຼວງພຣະບາງ ຜູ້ນຶ່ງ ທີ່ເຄີຍຢູ່ ໃນເຫດການ ຄົນຮ້າຍ ລັດຍິງ ຣົຖເມ ສາຍ ວຽງຈັນ-ຫຼວງນໍ້າທາ ຢູ່ເຂດ ເມືອງກາສີ ເມື່ອວັນທີ 14 ມົກກະຣາ ຜ່ານມາ ທ່ານວ່າ:

“ຕັ້ງແຕ່ເກິດເຫດ ມື້ນັ້ນ ເລາະ ກໍບໍ່ໄດ້ ໄປແລ້ວ ມີແຕ່ໄປ ວຽງຈັນ ກະໄດ້ ຂຶ້ນຍົນໄປ ແຫຼະສິລົງ ວຽງ ອີກ ກະວ່າໄດ້ຊື້ ປີ້ຍົນໄວ້ ຢ້ານໂອ ເຫດການມັນ ກະແຮ່ງເກິດຂື້ນຫຼາຍ ຢູ່ຣົຖເມ ຊິ ກໍມີທະຫານ ເຮົາໄປນໍາເດ່”.

ຢ່າງໃດກໍຕາມ ມາຮອດ ປັຈຈຸບັນນີ້ ເຈົ້າໜ້າທີ່ ທາງການລາວ ກໍາລັງ ຕິດຕາມ ຈັບກຸ່ມ ທີ່ກໍ່ເຫດ ຄວາມບໍ່ສງົບ ທັ້ງໃນ ແຂວງວຽງຈັນ ແລະ ແຂວງ ໄຊສົມບູນ ແລະ ແຂວງ ຫຼວງພຣະບາງ ແຕ່ຍັງບໍ່ມີ ຣາຍງານວ່າ ຈັບກຸ່ມໃດ ໄດ້ເທື່ອ.