ທາງກ້ອງຂົວຣົດໄຟ ໃຊ້ໄດ້ແລ້ວ
2020.08.19

ຫຼັງຈາກປະຊາຊົນ ຜູ້ໃຊ້ຣົດໃຊ້ຖນົນຫຼາຍຄົນ ຈົ່ມກ່ຽວກັບເສັ້ນທາງລອດທາງຣົດໄຟລາວ-ຈີນ ຢູ່ຈຸດເສື່ອມຕໍ່ຣະຫວ່າງ ບ້ານຫ້ວຍແດນງາມ ກັບບ້ານໜອງວຽງຄໍາ ດົງໂດກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີນໍ້າອ່ັງ ແລະເປັນຂີ້ຕົມ, ມາຮອດປັດຈຸບັນ ບໍຣິສັດຜູ້ຮັບເໝົາເຂດ ດັ່ງກ່າວໄດ້ເຮັດຮ່ອງຣະບາຍນໍ້າ ສໍາເຣັດແລ້ວ ເພື່ອໃຫ້ສາມາດຣະບາຍນໍ້າຝົນໄດ້ ທັນເວລາ, ດັ່ງຊາວບ້ານຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ສິງຫານີ້ວ່າ:
“ກະຖືວ່່າແກ້ໄຂ ກະຖືວ່າດີສົມຄວນແລ້ວກະພຶງພໍໃຈ ແລະເພິ່ນເຮັດໃຫ້ດີແລ້ວ ເພິ່ນເຮັດຄອງໃຫ້ໃໝ່ໝົດ ຄອງມາຕຖານໃຫ້ໃໝ່ໝົດກະຖື ວ່າຖາວອນເລີຍແຫຼະໂຕນີ້ ເຄີຍຖ້ວມຜ່ານມາແມ່ນ ບາງບ່ອນ ມັນຍັງບໍ່ທັນແລ້ວ ມັນຍັງບໍ່ຖືກຊ່ວງຍາມຝົນ ແລ້ວຂະເຈົ້າ ອັດໄວ້ໃຫ້ຫັ້ນນະ.”
ສໍາລັບເສັ້ນທາງລອດທາງຣົດໄຟຈຸດນີ້ ກໍໄດ້ຮັບການແກ້ໄຂແລ້ວ, ແຕ່ຍັງບໍ່ມີຣາຍງານວ່າ ຈຸດອື່ນ ຈະໄດ້ຮັບການແກ້ໄຂ ຫຼືບໍ່, ດັ່ງຊາວບ້ານ ອີກຄົນນຶ່ງ ເວົ້າວ່າ:
“ດຽວນີ້ສ້ອມແປງໃຫ້ແລ້ວ ເພິ່ນຂຸດຮ່ອງແມ່ນຫຍັງ ຣະບາຍນໍ້າດີແລ້ວ ຝົນຕົກກະນໍ້າບໍ່ອັ່ງເນາະ ເຣື່ອງນໍ້າອັ່ງນີ້ ຄຶດວ່າຈະບໍ່ອັ່ງແລ້ວ ເພາະ ວ່າ ຮ່ອງທີ່ເພິ່ນເຮັດ ມັນເປັນຮ່ອງມາຕຖານ ເປັນຮ່ອງໃຫຍ່ຫັ່ນນະ ອຸໂມງໂຕນີ້ ມັນຖືວ່າ ໜ້າຈະບໍ່ມີບັນຫານແລ້ວ ສໍາລັບອຸໂມງອື່ນນີ່ ເຮົາກະບໍ່ຮູ້ເນາະ ເພາະມັນກະມີຫຼາຍອຸໂມງຫັ້ນນາ.”
ໃນຂນະທີ່ ຊາວບ້ານອີກຄົນນຶ່ງ ທີ່ໃຊ້ຊົມໃຊ້ທາງເສັ້ນນີ້ ກໍເວົ້າວ່າ ກະຮູ້ສຶກດີໃຈ ທີ່ມີການແກ້ໄຂສ້ອມແປງ, ແຕ່ກໍບໍ່ແນ່ໃຈ ວ່າຈະແກ້ໄຂ ບັນຫາ ນໍ້າອັ່ງນີ້ ໄດ້ດົນປານໃດ, ດັ່ງນາງກ່າວວ່າ:
“ກະດີໃຈກະບໍ່ແນ່ໃຈ ວ່າເພິ່ນຊິສ້ອມແປງປານໃດເນາະ ເພາະວ່າເອື້ອຍໄປອາພາທເມັ້ນ ແລ້ວເອື້ອຍກະກັບຄືນ ບໍ່ໄດ້ໄປທາງເທິງ ເພາະວ່າ ມັນກາຍອາພາທເມັ້ນເອື້ອຍ ຂຶ້ນໄປໜ້ອຍ ນຶ່ງເນາະ.”
ແຕ່ເຖິງຢ່າງໃດກໍຕາມ ໂຄງການດ່ັງກ່າວ ຍັງບໍ່ທັນໄດ້ໄກ່ເກັ່ຍກັບຊາວບ້ານເທື່ອ ກ່ຽວກັບການຈົກຄອງຣະບາຍນໍ້າ ທີ່ຍາວ ແລະຖາວອນ ຊຶ່ງ ເປັນດິນຂອງປະຊາຊົນ, ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ກ່່າວວ່າ:
“ຈັ່ງວ່າ ກະບໍ່ຮູ້ຈັກວ່າ ບ່ອນນໍ້າລົງຫັ່ນນະ ບ່ອນເຮົາຈິລະບາຍນໍ້າໂຕລົງຄອງນັ້ນ ກະບໍ່ຮູ້ວ່າເພິ່ນ ຈິເອົາໄປທາງໃດເນາະ ເພິ່ນບໍ່ທັນໄດ້ລວມ ບໍ່ທັນໄດ້ເວົ້າກັນ ໂຕທີ່ຈະຈົກຄອງລົງໄປລຸ່ມ ຫັ້ນນະ ບໍ່ຮູ້ວ່າເພິ່ນຈົກໄປທາງໃດແທ້ ເພາະວ່າດິນຫັ້ນ ມັນເປັນດິນບຸກຄົນ ແລ້ວເຮົາເອົາໄປນິ່ ມັນຍາກໆ ບໍ່ທັນໄດ້ເວົ້າແກ້ໄຂກັນຫັ້ນນະ ມັນແກ້ໄຂ ພໍມັນທຽວໄປທຽວມາໄດ້ຊື່ໆ ມັນມີຄອງນ້ອຍອອກໄປໄດ້ຊື່ໆດອກ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ແລະຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງ ວຽງຈັນ ເພື່ອຖາມຣາຍຣະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງບໍ່ສາມາດ ອອກຄໍາເຫັນໃດໆໄດ້.
ເມື່ອຕົ້ນເດືອນສິງຫາ ຜ່ານມານີ້ ຊາວບ້ານຫຼາຍຄົນ ທີ່ຂັບຂີ່ຣົດລອດອຸໂມງຈຸດດັ່ງກ່າວ ມີຄວາມຫຍຸ້ງຍາກໃນການສັນຈອນ ອີກທັງຍັງສ່ຽງຕໍ່ ອຸບັດຕິເຫດ ຍ້ອນນໍ້າຝົນ ໄດ້ຖ້ວມອັ່ງ ກ້ອງອຸໂມງດັ່ງກ່າວເປັນ ເວລາຫຼາຍມື້, ໃນຂນະທີ່ຊາວບ້ານບາງຄົນ ຈົ່ມວ່າ ສາເຫດທີ່ນໍ້າອັ່ງ ເປັນຍ້ອນບໍຣິສັດຮັບເໝົາ ເຮັດຮ່ອງຣະບາຍນໍ້າລ່າຊ້າ ແລະ ບໍ່ໄດ້ມາຕຖານ.
ອີງຕາມຂ່າວ ທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານໄປກ່ອນໜ້ານີ້ ເມື່ອຕົ້ນເດືອນສິງຫາ ປີ 2019 ຢູ່ເສັ້ນທາງລອດອຸໂມງ ຣົດໄຟ ລາວ-ຈີນ ຢູ່ຈຸດບ້ານນາຄູນ ເມືອງນາຊາຍທອງ ກໍໄດ້ເກີດ ບັນຫາ ນໍ້າຖ້ວມອັ່ງກ້ອງອຸໂມງມາແລ້ວ ຍ້ອນຜູ້ຮັບເໝົາໄດ້ຂຸດເສັ້ນທາງ ເປັນຂຸມເລິກ ເກີນໄປ, ແຕ່ຕໍ່ມາໄດ້ມີການແກ້ໄຂ ສະພາບດ່ັງກ່າວຈົົນ ເປັນປົກກະຕິແລ້ວ.
ນອກຈາກນັ້ນແລ້ວ ໃນໄລຍະທີ່ຝົນຕົກປີນີ້ ການເຮັດເສັ້ນທາງລອດອຸໂມງ ທາງດ່ວນນະຄອນຫຼວງ ວຽງຈັນ - ວັງວຽງ ກໍໄດ້ເກີດບັນຫາ ນໍ້າຖ້ວມອັ່ງ ເຊັ່ນດຽວກັນ ເປັນຕົ້ນ ຢູ່ຈຸດ ຣະຫວ່າງ ບ້ານອິໄລເໜືອ ຫາບ້ານອິໄລໃຕ້ ເມືອງນາຊາຍທອງ ແລະຢູ່ຈຸດເມືອງຫິນເຫີບ - ເມືອງເຟືອງ ແຂວງວຽງຈັນ ຍ້ອນເຮັດຮ່ອງຣະບາຍນໍ້າ ບໍ່ທັນສໍາເຣັດ.