ນ້ຳຫ້ວຍ ນ້ຳສ້າງ ເຄັມເກີນໄປ, ບໍ່ສາມາດໃຊ້ໄດ້
2019.05.24
ປະຊາຊົນ ຫຼາຍຮ້ອຍຄອບຄົວ ທີ່ອາສັຍ ຢູ່ໃກ້ບໍ່ເກືອບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ບໍ່ສາມາດໃຊ້ ນໍ້າຫ້ວຍ ແລະ ນໍ້າສ້າງ ໄດ້ ຍ້ອນໂຮງງານເກືອ ປ່ອຍນໍ້າເຄັມ ແລ້ວຊຶມລົງໃສ່ ຫ້ວຍ ແລະ ນໍ້າສ້າງ ເຮັດໃຫ້ບໍ່ສາມາດນໍາ ນໍ້ານັ້ນ ມາໃຊ້ ໃນຊີວິດປະຈໍາວັນໄດ້, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ພຶສພາ ນີ້:
“ມັນຕັ້ງເຄັມ ແຕ່ດົນ ແຕ່ກ່ອນມາ ນໍ້າສ້າງ ມັນໃຊ້ບໍ່ໄດ້ ຄຸ້ມບໍ່ເກືອ ຕ້ອງໄປແກ່ເອົາ ນໍ້າບ່ອນອື່ນ ມາໃຊ້ ເພາະວ່າ ລູກບ້ານ ກໍສເນີເອົາ 10 ປາຍກວ່າປີແລ້ວ ຢາກໃຫ້ເຮັດ ນໍ້າປະປາຫັ້ນ.”
ປະຊາຊົນ ຜູ້ນີ້ ກ່າວຕື່ມວ່າ ຫຼັງຈາກ ນໍ້າຫ້ວຍ ແລະ ນໍ້າສ້າງ ບໍ່ສາມາດ ນໍາໃຊ້ໄດ້ ປະຊາຊົນ ຕ້ອງໄປຕັກເອົານໍ້າ ຈາກບ່ອນອື່ນ ມາໃຊ້ ໃນແຕ່ລະມື້ ຊຶ່ງບ່ອນທີ່ໄປຕັກນໍ້າ ກໍຢູ່ໄກ ຫ່າງເຂດບ້ານ ປະມານ 500 ແມັດ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມລໍາບາກ.
ໃນໄລຍະ ຜ່ານມາ ປະຊາຊົນ ທີ່ອາສັຍ ຢູ່ໃກ້ບໍ່ເກືອ ເຄີຍສເນີ ບັນຫານໍ້າເຄັມ ໄປຍັງ ຫ້ອງການແຂວງວຽງຈັນແລ້ວ, ແຕ່ກໍມິດງຽບ ບໍ່ມີເຈົ້າໜ້າທີ່ ຈາກພາກສ່ວນໃດ ລົງມາແກ້ໄຂ ໃຫ້ເລີຍ ຮວມທັງ ຂໍໃຫ້ສ້າງຣະບົບ ນໍ້າປະປາໃຫ້ ກໍມິດງຽບ ເຊັ່ນດຽວກັນ.
ກ່ຽວກັບ ເຣື້ອງທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການນໍ້າປະປາ ເມືອງທຸລະຄົມ ແຂວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ບັນຫານໍ້າເຄັມ ມີມາດົນແລ້ວ ແລະ ຍັງບໍ່ສາມາດ ແກ້ໄຂໄດ້ ສ່ວນການຜລິດ ນໍ້າປະປາ ບໍ່ມີຜົລກະທົບ ຍ້ອນບໍ່ໄດ້ ຢູ່ໃກ້ກັບບໍ່ເກືອ:
“ນໍ້າປະປາ ບໍ່ໄດ້ຮອດ ບໍ່ເກືອໄດ໋ ອັນແຖວນັ້ນ ນໍ້າເຄັມແທ້ ນໍ້າຂະເຈົ້າເຄັມແທ້ ແຕ່ນໍ້າປະປາ ບໍ່ໄດ້ຮອດແຖວພຸ້ນ ເອົານໍ້າງື່ມເຮັດ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ໄລຍະຜ່ານມາ ກໍຮັບຮູ້ວ່າ ປະຊາຊົນ ໃນເຂດບ້ານ ທີ່ຢູ່ໃກ້ ບໍ່ເກືອນັ້ນ ໄດ້ຮັບຜົລກະທົບ, ຊຶ່ງໄລຍະ ຜ່ານມາ ກໍມີເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ລົງມາກວດກາ ແລະ ແນະນໍາ ປະຊາຊົນ ບໍ່ໃຫ້ໃຊ້ນໍ້າ ໃນພື້ນທີ່ ດັ່ງກ່າວ.
ສໍາລັບ ການສ້າງຣະບົບ ນໍ້າປະປາ ໃຫ້ກັບປະຊາຊົນ ໃນເຂດບ້ານ ໃກ້ບໍ່ເກືອນັ້ນ ປັດຈຸບັນ ຍັງບໍ່ມີແຜນ ທີ່ຈະສ້າງ ຍ້ອນບໍ່ມີ ງົບປະມານ.