ອົງການບໍ່ຂຶ້ນກັບຣັຖບານ ຄັດຄ້ານ ເຂື່ອນ ຫຼວງພຣະບາງ
2019.10.02
ຄນະກຳມາທິການ ແມ່ນ້ຳຂອງສາກົນ MRC ເປີດເຜີຍ ໃນມື້ວັນທີ 1 ຕຸລາ 2019 ນີ້ ວ່າຣັຖບານລາວ ໄດ້ແຈ້ງການໃຫ້ກອງເລຂາຄນະ ກຳມາທິການແມ່ນ້ຳຂອງສາກົນ ໃນມື້ວັນທີ 31 ກໍຣະກະດາ 2019 ວ່າ ການກໍ່ສ້າງເຂື່ອນໄຟຟ້າຫຼວງພຣະບາງ ຈະເລິ່ມຂຶ້ນໃນປີ 2020 ແລະຄາດວ່າຈະກໍ່ສ້າງສຳເຣັດ ແລະເປີດໃຊ້ໃນປີ 2027.
ປັດຈຸບັນກຳລັງຢູ່ໃນຂັ້ນຕອນ ການປຶກສາຫາລືລ່ວງໜ້າ ຢ່າງເປັນທາງການ ກັບກອງເລຂາຄນະກຳມາທິການແມ່ນ້ຳຂອງສາກົນ ຊຶ່ງຈະ ພົບພໍ້ກັນ ໃນມື້ວັນທີ 8 ຕຸລາ ນີ້ເພື່ອດຳເນີນຂັ້ນຕອນ ການປຶກສາຫາລືລ່ວງໜ້າ ແລະຈະໄດ້ກຳນົດມື້ເລິ່ມ ຂະບວນການ ດັ່ງກ່າວເປັນ ເວລາ 6 ເດືອນ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ຫລາຍອົງການຈັດຕັ້ງພາກປະຊາຊົນ ຮວມທັງພາກປະຊາຊົນໄທ ບໍ່ເຫັນດີນຳການສ້າງເຂື່ອນ ແລະບໍ່ເຊື່ອໝັ້ນໃນ ການປຶກສາຫາລື ລ່ວງໜ້າທີ່ວ່ານັ້ນ ວ່າຈະໂປ່ງໃສ ແລະແກ້ບັນຫາດ້ວຍຄວາມເປັນຈິງ ຊຶ່ງທີ່ຜ່ານມາ ການປຶກສາຫາລື ລ່ວງໜ້ານັ້ນ ບໍ່ມີປະໂຫຍດ ແລະເພື່ອໃຫ້ມີການສ້າງ ເຂື່ອນ ເທົ່ານັ້ນ, ດັ່ງທີ່ ທ່ານ ນິວັດ ຣອຍແກ້ວ ປະທານກຸ່ມຮັກຊຽງຂອງຂອງໄທ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 2 ຕຸລານີ້ວ່າ:
"ໂຄງການປຶກສາຫາລືລ່ວງໜ້າ ກັບພາກປະຊາຊົນນີ້ ທີ່ຜ່ານມາການປຶກສາສາລື ຄວາມເປັນໄປໄດ້ ມັນບໍ່ໄດ້ປະໂຫຍດອີ່ຫຍັງ ມັນເປັນ ການປຶກສາຫາລື ລ່ວງໜ້າ ເພື່ອໃຫ້ມີການສ້າງເຂື່ອນ ເທົ່ານັ້ນ ມັນບໍ່ແມ່ນໄດ້ປຶກສາຫາລືລ່ວງໜ້າ ເພື່ອແກ້ໄຂ ຫລື ຢຸດຢັ້ງເຂື່ອນ ທີ່ ມັນສ້າງຜົນກະທົບ ເຣຶ່ອງນີ້ MRC ຈະຕ້ອງຍົກປະເດັນຂຶ້ນມາ ເຂົ້າກັບຣັຖບານລາວ ໃຫ້ຊັດເຈນ."
ການຍື່ນສເນີດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຂອງຣັຖບານລາວທີ່ວ່ານັ້ນ ທ່ານ ອັນ ພິສ ຣັດດະ ຫົວໜ້າກອງເລຂາຄນະ ກັມມາທິການ ແມ່ນ້ຳຂອງສາກົນ ກ່າວວ່າ:
“ເປັນການແຈ້ງໃຫ້ບັນດາ ປະເທດສະມາຊິກ ແລະ ມະຫາຊົນ ຮັບຊາບຂໍ້ມູນ ລະອຽດ ແລະສຶກສາຜົນກະທົບຕ່າງໆ ທີ່ອາຈເກີດຂຶ້ນ ຈາກໂຄງການສ້າງເຂື່ອນ ດັ່ງກ່າວ”
ແລະທັງວ່າ
“ພວກ ເຮົາພ້ອມແລ້ວທີ່ຈະອຳນວຍຄວາມສະດວກ ໃຫ້ແກ່ການປຶກສາຫາລື, ສນອງຂໍ້ມູນຕາມຫລັກວິທຍາສາດ, ເປັນກາງ ແລະໃຫ້ ຄຳແນະນຳຕ່າງໆ ແກ່ຄນະກຳມະການຮ່ວມ ແລະພວກເຮົາຍັງຍຶດໝັ້ນໃນການຮັກສາຄວາມໂປ່ງໃສໃຫ້ແກ່ມະຫາຊົນ”
ໃນຂະນະທີ່ມີແຜນທີ່ຈະໂຍກຍ້າຍປະຊາຊົນ ອອກຈາກເຂດທີ່ທາງໂຄງການກວມເອົາ ໄປຢູ່ແຫ່ງໃໝ່.