ຂໍ້ກັງວົນໂຮງໄຟຟ້າ ພະລັງ ຖ່ານຫິນ
2020.08.13

ເຈົ້າໜ້າທີ່ ເມືອງລະມາມ ແຂວງເຊກອງ ຍັງມີຄວາມກັງວົນ ເຣື່ອງຜົລກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະ ບັນຫາ ການໂຍກຍ້າຍ ປະຊາຊົນ ຈາກໂຄງການກໍ່ສ້າງໂຮງໄຟຟ້າ ພະລັງງານຄວາມຮ້ອນຖ່ານຫີນຂນາດ 700 ເມກະວັຕ ທີ່ຈະເຣີ່ມກໍ່ສ້າງ ພາຍໃນ 2020 ນີ້ ຢູ່ທີ່ເມືອງລະມາມ ແຂວງເຊກອງ. ດັ່ງເຈົ້າໜ້າທີ່ຫ້ອງການ ເມືອງລະມາມ ແຂວງເຊກອງ ທ່ານນຶ່ງໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫາ ນີ້ວ່າ:
“ຄັນຊິເວົ້າເຣື່ອງກະທົບນີ້ ເຣື່ອງຝຸ່ນລະອອງ ເຣື່ອງສຽງ ເຣື່ອງອື່ນໆຫັ້ນແຫຼະ ຈັກວ່າສຽງມັນຊິດັງສ່ຳໃດ ຈັກຝຸ່ນມັນຊິມີຜົລກະທົບສ່ຳໃດ ເຮົາກະບໍ່ຮູ້, ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການຂຸດຄົ້ນ ແລະ ຜລິຕໄຟຟ້າຖ່ານຫີນນີ້ ມີລັກສນະ ແບບດຽວກັນກັບ ໂຮງໄຟຟ້າຖ່ານຫີນ ທີ່ແຂວງໄຊຍະບູຣີ ກໍຕ້ອງ ມີຜົລກະທົບ ເຣື່ອງຝຸ່ນຣະອອງຂນາດນ້ອຍ ແບບຫຼີກເວັ້ນບໍ່ໄດ້. ການຂຸດເຈາະຫີນ ກໍຕ້ອງສຽງດັງ ແລະ ອາຈລົບກວນຊາວບ້ານໃກ້ຄຽງ ແລະ ສັດປ່າ ໃນບໍຣິເວນນັ້ນ, ເຊິ່ງບໍຣິສັດເຈົ້າຂອງໂຄງການ ຈະຕ້ອງຄຳນຶງເຖິງຜົລກະທົບ ດັ່ງກ່າວນີ້ ຢ່າງຮອບດ້ານ.
ປັດຈຸບັນ, ທາງການເມືອງລະມາມ ແລະ ແຂວງເຊກອງ ກຳລັງຮິບໂຮມຂໍ້ມູນ ຜົລກະທົບດ້ານສັງຄົມ ເພື່ອຊົດເຊີຍໃຫ້ແກ່ ຜູ້ທີ່ໄດ້ຮັບຜົລ ກະທົບ. ເບື້ອງຕົ້ນ, ມີຈຳນວນ 2 ບ້ານຊົນເຜົ່າ ຄື ບ້ານຕໍກອງແກ້ວ ແລະ ບ້ານປະເຈວ ປະມານ 133 ຄອບຄົວ ຈະໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍ ອອກໄປຢູ່ເຂດຈັດສັນ, ເຊິ່ງມີທີ່ດິນ ປະມານ 20-30 ເຮັກຕ້າຣ ຈະເສັຽໃຫ້ໂຄງການ. ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ປີນີ້ແລ້ວ, ຈະໄດ້ມີການລົງເກັບກຳຂໍ້ມູນ ຕຣຽມໂຍກຍ້າຍບ້ານ ທີ່ບ່ອນໂຮງງານຕັ້ງຢູ່. ມີບ້ານຕໍກອງແກ້ວ ບ້ານປະເຈວ, 133 ຄອບຄົວ, ນີ້ແຫຼະ ຖືກໄຮ່ຖືກນາ ຖືກໂຮງຮຽນ ຖືກອື່ນໆເຂົາ. ບາດນີ້ນິ, ເກັບກຳຂໍ້ມູນລະອຽດ ບ້ານທີ່ໂຍກຍ້າຍ ມີອີ່ຫຍັງແດ່, ຫັ້ນນ່າ ບັງບໍ່ທັນໄດ້ ເຮັດວຽກໂຕນີ້.”
ເຖິງຢ່າງໃດກໍຕາມ, ປັດຈຸບັນນີ້ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ແລະ ຈະຖືກໂຍກຍ້າຍ ຈະໄດ້ຮັບເງິນຊົດເຊີຍ ໜ້ອຍຫຼາຍປານໃດ ເນື່ອງຈາກວ່າ ການຊົດເຊີຍທັງໝົດ ເປັນຄວາມຮັບຜິດຊອບ ຂອງບໍຣິສັດເຈົ້າຂອງໂຄງການ.
ຕາງໜ້າໃຫ້ບໍຣິສັດ ທີເອັສບີພີ ເຊກອງ ພະລັງງານໄຟຟ້າ ແລະ ແຮ່ທາດ ຈຳກັດ, ເຈົ້າຂອງໂຄງການ ໄຟຟ້າພະລັງງານຄວາມຮ້ອນ ຖ່ານຫີນ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງຜົລກະທົບ ໃນດ້ານຕ່າງໆ ແລະ ເງິນຊົດເຊີຍໃຫ້ຊາວບ້ານ ທີ່ຖືກ ຜົລກະທົບນັ້ນ, ຍັງບໍ່ມີຣາຍລະອຽດເທື່ອ. ແຕ່ປັດຈຸບັນ, ທາງບໍຣິສັດ ໄດ້ເຊັນສັນຍາ ກໍ່ສ້າງໄປແລ້ວກັບຣັຖບານລາວ ເມື່ອທ້າຍເດືອນ ກໍຣະກະດາ ທີ່ຜ່ານມາ, ເຊິ່ງຄາດວ່າ ຈະເຣີ່ມກໍ່ສ້າງໄດ້ ຕາມແຜນ ໃນປີ 2020 ນີ້.
“ຍັງເທື່ອ. ຫາກໍ່ເຊັນສັນຍາ ກໍ່ສ້າງຮ່ວມກັນ ຫວ່າງ ທິດ-ສອງທິດຫຼັງນີ້ ຍັງບໍ່ທັນໄດ້ລົງມືກໍ່ສ້າງ. ຕາມແຜນແມ່ນປີນີ້.”
ປັດຈຸບັນ, ຣັຖບານລາວ ເຊັນສັນຍາຊື້-ຂາຍໄຟຟ້າ ໃນໂຄງການໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນ ທີ່ເມືອງລະມາມ ແລະ ໂຄງການ ໄຟຟ້າ ພະລັງງານຄວາມຮ້ອນຖ່ານຫີນ ທີ່ເມືອງກະລຶມ ຈຳນວນ 2 ໂຄງການ ກັບປະເທດກັມພູຊາແລ້ວ, ເມື່ອວັນທີ 11 ກັນຍາ 2019. ໃນ 2 ໂຄງການນີ້, ທາງການລາວ ຈະຕຣຽມກໍ່ສ້າງ ໂຮງໄຟຟ້າຖ່ານຫີນ ທີ່ເມືອງລະມາມ ກ່ອນ, ເຊິ່ງຈະກໍ່ສ້າງພາຍໃນປີ 2020 ນີ້ ແລະ ມີກຳນົດສ້າງໃຫ້ສຳເຣັດ ໃນປີ 2024, ເຊິ່ງໄຟຟ້າທີ່ຜລິຕໄດ້ທັງໝົດ ຈະສົ່ງຂາຍໃຫ້ປະເທດກັມພູຊາ. ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 12 ສິງຫາ ນີ້ວ່າ:
“ເອີ, ຕຣຽມຫັ້ນແລ້ວ ເພາະວ່າດຽວນີ້ເພິ່ນໄດ້ຕລາດນຳກັມພູຊາ 2 ໂຄງການຄາດວ່າ 2024-2025 ນີ້ໄດ໋ໄດ້ສົ່ງ. ຂະເຈົ້າກະເລັ່ງກໍ່ສ້າງ ມັນມີຖ່ານຫີນຂອງເມືອງລະມາມ ແລ້ວກະຖ່ານຫິນ ເມືອງກະລຶມ. ສົ່ງໃຫ້ກັມພູຊາໂດຍຕຣົງ ທີ່ຣັຖບານເພິ່ນເຊັນກັນ, ຫັ້ນນ່າ. ລະມາມນີ້ ເພິ່ນເລັ່ງແລ້ວເດ ຕຣຽມລົງທຶນແລ້ວເດ.”
ທ່ານກ່າວຕື່ມວ່າ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ໃນໂຄງການດັ່ງກ່າວນີ້ ເບື້ອງຕົ້ນ ຈະໄດ້ສຶກສາເພີ່ມຕື່ມ ກ່ຽວກັບຝຸ່ນລະອອງ ຂນາດນ້ອຍ ທີ່ຈະເກີດຈາກ ການຂຸດເຈາະຫີນ ແລະ ຂັ້ນຕອນການຜລິຕໄຟຟ້າ ໃຫ້ມີປະສິດທິພາບສູງ ແລະ ໄດ້ມາຕຖານສາກົລ ເພື່ອຫຼຸດຜ່ອນ ຜົລກະທົບທີ່ຈະເກີດຂຶ້ນ.
ຍານາງ ສົມພອນ ເພັງຄ່ຳ, ນັກວິຊາການ ດ້ານສິ່ງແວດລ້ອມ ແລະ ສຸຂພາບ ຈາກສະຖາບັນພັທນາ ຣະບົບປະເມີນຜົລກະທົບ ໂດຍ ຊຸມຊົນ ປະເທດໄທຍ, ເຊິ່ງຍານາງ ໄດ້ຕິດຕາມ ໂຄງການໂຮງໄຟຟ້າ ຖ່ານຫີນ ຫົງສາລິກໄນ້ ແຂວງໄຊຍະບູຣີ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຮງງານໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນ ຄືໂຄງການ ທີ່ສ້າງຜົລກະທົບ ດ້ານສິ່ງແວດລ້ອມ ສຸຂພາບ ແລະ ສັງຄົມ ທີ່ເຫັນໄດ້ຢ່າງຈະແຈ້ງ, ໂດຍສະເພາະຜົລກະທົບ ດ້ານມົລພິດທາງອາກາດ:
“ມັນມີຂໍ້ມູນພິສູດ ທາງວິຊາການຈະແຈ້ງແລ້ວ, ມັນຈະແຈ້ງແລ້ວວ່າ ມັນມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສຸຂພາບ ຈະແຈ້ງ ແລ້ວກໍ ຣວມເຖິງ ປະເດັນທາງດ້ານສັງຄົມ ດ້ວຍເຊັ່ນກັນ. ຫຼັກໆເລີຍ ທີ່ມັນຈະເປັນໂຕບັນຫາເລີຍ ກະຄືມົລພິດທາງອາກາດ, ມັນຈະກະທົບໜ້ອຍ ຫຼາຍປານໃດ ມັນກະຂຶ້ນຢູ່ກັບວ່າ ບໍຣິສັດນັ້ນ ເຂົາຈະລົງທຶນກັບໂຕເທັກໂນໂລຢີ້ ໃນການດັກຈັບ ສານພິດພວກນີ້ ຫຼາຍໜ້ອຍ ປານໃດ.”
ຍານາງກ່າວຕື່ມວ່າ ມົລພິດທາງອາກາດ ໃນໂຮງໄຟຟ້າຖ່ານຫີນ ຈະໜັກຫຼືເບົາ ຂຶ້ນຢູ່ກັບເທັກໂນໂລຢີ້ ທີຄວບຄຸມມົລພິດຂອງໂຮງໄຟຟ້າ. ຫາກເປັນໂຮງໄຟຟ້າ ທີ່ມີການສຶກສາ ຜົລກະທົບບໍ່ລະອຽດ, ບໍ່ຮອບດ້ານ ແລະ ບໍ່ໄດ້ມາຕຖານສາກົລ ກໍມີຄວາມສ່ຽງສູງ ທີ່ມົລພິດທາງ ອາກາດໃນພື້ນທີ່ເມືອງລະມາມ ຈະເໝັນ ແລະ ຂິວ ຮຸນແຮງ.
ກໍຣະນີໂຮງໄຟຟ້າຖ່ານຫີນຫົງສາ ແຂວງໄຊຍະບູຣີ ກໍຍັງຖືກຕັ້ງຄຳຖາມ ຈາກນັກວິຊາການໃນໄທຍ ແລະ ພາກປະຊາສັງຄົມ ຢ່າງຕໍ່ເນື່ອງ ວ່າມີມາຕຖານ ໃນການກວດວັດແທກ ຫາສານເຄມີ ແລະ ຝຸ່ນລະອອງ ຂນາດນ້ອຍ ທີ່ເປັນອັນຕະລາຍ ຕໍ່ສິ່ງແວດລ້ອມ ແລະ ສຸຂພາບ ຂອງປະຊາຊົນ ທີ່ອາສັຍຢູ່ໃກ້ກັບໂຮງໄຟຟ້າ ໄດ້ຕາມມາຕຖານ ຫຼືບໍ່?
ອີກຢ່າງນຶ່ງ, ໂຮງໄຟຟ້າຖ່ານຫີນແມ່ເມາະ ໃນແຂວງລຳປາງ ປະເທດໄທຍ ກໍເປັນໂຮງໄຟຟ້າຖ່ານຫີນ ຄືກັນກັບໂຮງໄຟຟ້າຫົງສາ ກໍໄດ້ ສ້າງຜົລກະທົບ ໃຫ້ປະຊາຊົນຢ່າງໜ້ອຍ 130 ຄົນ ທີ່ອາສັຍຢູ່ໃກ້ ກັບໂຮງໄຟຟ້າ ນັບແຕ່ໂຄງການ ຕັ້ງຂຶ້ນມາ, ເຊິ່ງຂະເຈົ້າມີອາການ ເຈັບຕາ, ຕາແດງ, ໄອ, ຈາມ, ຂີ້ມູກໄຫຼ ແລະ ຮ້າຍແຮງທີ່ສຸດ ກໍກາຍເປັນມະເຣັງ.
ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເມືອງລະມາມ ເຈົ້າຂອງໂຄງການ ແມ່ນບໍຣິສັດ ທີເອັສບີພີ ເຊກອງ ພະລັງງານໄຟຟ້າ ແລະ ແຮ່ທາດ ຈຳກັດ ຫຼື TSBP Sekong Power and Company Limited ຂອງຄົນລາວ, ເນື້ອທີ່ທັງໝົດ 228 ກິໂລຕາແມັຕ. ໃນນີ້, ມີເນື້ອທີ່ສຳຣວດ-ຂຸດຄົ້ນ 68 ກິໂລຕາແມັຕ ແລະ ຄາດວ່າ ຈະມີປະຣິມານຖ່ານຫີນ 194 ລ້ານຕັນ. ມູລຄ່າການລົງທຶນ 1,700 ລ້ານໂດລ້າຣສະຫະຣັຖ.