ພາກປະຊາຊົນຮຽກຮ້ອງ ໃຫ້ຍົກເລີກ ໂຄງການເຂື່ອນປາກລາຍ

ມະນີຈັນ
2018.09.21
F-Mekong ຮູບນໍ້າຂອງ ຢູ່ເຂດເມືອງວຽງແກ່ນ ແຂວງຊຽງຮາຍ ປະເທດໄທ.
RFA

ອົງການກອບກູ້ແມ່ນໍ້າຂອງ Save the Mekong ທີ່ເປັນພັນທະມິດ ຂອງຫຼາຍອົງການ ທີ່ບໍ່ຂຶ້ນກັບຣັຖບານ ແລະ ອົງການຊຸມຊົນ ເຂດແມ່ ນໍ້າຂອງ ຮຽກຮ້ອງໃຫ້ມີການສຶກສາ ສໍາຣວດຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂ້າມຊາຍແດນ ຄືນໃໝ່ ທີ່ອາຈເກີດຈາກເຂື່ອນ ປາກລາຍ ຊຶ່ງເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ 4 ຂອງລາວ ຍ້ອນວ່າ ການສໍາຣວດ ຜ່ານມາ ບໍ່ມີຄຸນນະພາບ ແລະບໍ່ໄດ້ມາຕຖານ.

ການສຳຣວດ ທີ່ເຮັດຜ່ານມາ ມີຫຼາຍໆພາກທີ່ກ່າຍມາຈາກ ໂຄງການເຂື່ອນປາກແບງ, ມີຢ່າງໜ້ອຍ 90 ເປີເຊັນ ຊຶ່ງເຮັດໃຫ້ເຫັນວ່າ ເປັນຣາຍງານ ທີ່ບົກຜ່ອງແລະບໍ່ຖືກຕ້ອງ. ຮູບພາບ, ຕາຕະລາງແລະເນື້ອໃນການສຳຣວດ ກໍກ່າຍມາຈາກ ໂຄງການເຂື່ອນປາກແບງ ເປັນສ່ວນໃຫຍ່.

Save the Mekong ອອກຖແລງຂ່າວນີ້ ຂນະທີ່ປະເທດສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ MRC ເປີດກອງປະຊຸມ ຫາຣືກັນ ລ່ວງໜ້າ ທີ່ນະຄອນຫລວງວຽງຈັນ ກ່ຽວກັບການສຶກສາ ສໍາຣວດຜົລກະທົບ ທາງດ້ານສິ່ງແວດລ້ອມແລະສັງຄົມ ຂ້າມຊາຍແດນ ທີ່ຈະ ເກີດຂຶ້ນຈາກເຂື່ອນປາກລາຍ.

ນາງ Maureen Harris ຜູ້ອໍານວຍການ ເຄືອຂ່າຍແມ່ນໍ້າສາກົລ ເຂດເອເຊັຽຕາເວັນອອກສ່ຽງໃຕ້ ທີ່ເປັນເຄືອຂ່າຍຂອງອົງການກອບກູ້ ແມ່ນໍ້າຂອງ ໃຫ້ສັມພາດ ນັກຂ່າວ ກ່ອນໜ້ານີ້ ຕອນນຶ່ງວ່າ

"ນາງເວົ້າວ່າຫຼາຍໆ ໂຄງການໃນເຂດແມ່ນໍ້າຂອງ ຮວມທັງໂຄງການ ເຂື່ອນໄຟຟ້າ ທີ່ສົ່ງຜົລກະທົບ ຂ້າມຊາຍແດນ ຕໍ່ປະຊາຊົນ ຫຼາຍ ລ້ານຄົນ ບໍ່ພຽງແຕ່ຢູ່ໃນປະເທດດຽວ ແຕ່ຫາກທົ່ວອ່າງແມ່ນໍ້າຂອງ ທີ່ເພິ່ງພາແມ່ນໍ້າຂອງ ເພື່ອການດໍາຣົງຊີວິດ ແລະຄວາມພໍພຽງ ທາງອາຫານ ຂອງພວກຂະເຈົ້າ. ພວກເຈົາເຈົ້າສາມາດໄດ້ຮັບ ຜົລກະທົບອັນໜັກໜ່ວງ ຮວມເຖິງເຣື່ອງສິດທິມະນຸດ ຂອງຄົນທ້ອງຖິ່ນ ນຳດ້ວຍ ດັ່ງນັ້ນຈຶ່ງເປັນບັນຫາ ທີ່ຈະຕ້ອງໄດ້ເນັ້ນເຖິງ."

ຖແລງຂ່າວຂອງອົງການ ກອບກູ້ແມ່ນໍ້າຂອງ ຣະບຸອີກວ່າ ເປັນທີ່ຈະແຈ້ງວ່າ ບໍ່ມີການເຂົ້າຮ່ວມຂອງມວນຊົນ ໃນການສຶກສາສໍາຣວດ ໂຄງການເຂື່ອນ ປາກລາຍ. ເພາະວ່າ ຍົກຕົວ ຢ່າງໃນບົດຣາຍງານ ກ່ຽວກັບການເຂົ້າຮ່ວມຂອງມວນຊົນ ໃນໂຄງການເຂື່ອນປາກລາຍ ກໍກ່າຍ ໂດຍກົງຈາກຣາຍງານການສໍາຣວດ ເຂື່ອນປາກແບງ ໂດຍລືມປ່ຽນຊື່ບໍຣິສັດ ທີ່ຈະສ້າງເຂື່ອນປາກລາຍນັ້ນ ຄືຍັງເປັນຊື່ບໍຣິສັດ Datang ທີ່ຈະສ້າງເຂື່ອນປາກແບງ.

ສະນັ້ນ ຣາຍງານຜົລກະທົບ ກ່ຽວກັບເຂື່ອນປາກລາຍ ຈຶ່ງຖືວ່າບໍ່ມີຄຸນນະພາບ ບໍ່ໄດ້ມາຕຖານສາກົລ ຈຶ່ງຮຽກຮ້ອງໃຫ້ມີການ ສຶກສາສໍາຣວດ ອີກເທື່ອໃໝ່ ພ້ອມທັງໂຈະ ການປຶກສາຫາຣືລ່ວງໜ້າ ກ່ຽວກັບເຂື່ອນປາກລາຍນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.