ການເປັນຢູ່ທີ່ແອອັດ ອາດເກີດພຍາດຣະບາດ

ມະນີຈັນ
2018.08.06
F-DR ປະຊາຊົນ ທີ່ຖືກຜົນກະທົບຈາກພັຍນໍ້າ ເມືອງສນາມໄຊ ແຂວງອັດຕະປື ຮັບການປິ່ນປົວ ຈາກນາຍ​ໝໍ ແລະ ແພດ ປະຈຳສູນບັນເທົາທຸກ ຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງ ຈຳປາສັກ.
RFA/LX

ນາຍໝໍ ແລະ ແພດ ຈາກໂຮງໝໍແຂວງ ອັດຕະປື ກັງວົນ ເຣື່ອງພຍາດຣະບາດ ທີ່ອາຈເກີດຂຶ້ນໄດ້ ກັບປະຊາຊົນ ຢູ່ເມືອງສນາມໄຊ ຜູ້ຖືກຜົລກະທົບ ຈາກນໍ້າຖ້ວມ ຍ້ອນເຂື່ອນ ເຊນໍ້ານ້ອຍ-ເຊປຽນແຕກ ເນື່ອງຈາກສະພາບການເປັນຢູ່ ຂອງປະຊາຊົນ ທີ່ພັກເຊົາ ຢູ່ສູນບັນເທົາທຸກຊົ່ວຄາວ ທັງໝົດ 6 ຈຸດ ແອອັດ ແລະ ມີຄວາມສ່ຽງ ທີ່ຈະຕິດເຊື້ອພຍາດ ເພາະການຄວບຄຸມ ເຊື້ອພຍາດ ກໍຍັງບໍ່ມີປະສິດທິພາບ, ອີງ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໂຮງໝໍ ແຂວງອັດຕະປື ຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ສິງຫານີ້:

"ສິ່ງທີ່ມັນຈະເກີດຂຶ້ນ ຕາມຫລັງ ມັນສິ 1 ມາ ພະຍາດສິຕາມມາ ເວົ້າເຣື່ອງຣະບາດ ຄື ປອດ ສີດເຂົ້າທ້ອງ ສິຍາກບໍ່ຍາກ ມັນກໍກັບມາ ຢູ່ຊິນະ ເພາະວ່າ ສັງຄົມມັນແອອັດ ບ່ອນຈຸດຢູ່ແອອັດ ອາຫານການກິນ ກັບເຣື່ອງ ທີມງານ ຂອງໄທເຮົາ ກໍມີຫລາຍຢູ່ ເຮົາເຂົ້າມາຫັ້ນນະ ຣະບົບ ການຄວບຄຸມ ແຕ່ວ່າ ມັນສິໄດ້ ຕາມພໍພຽງບໍ່ ສິໄດ້ຕາມ ຄວາມຕ້ອງການ ການຄວບຄຸມ ສິໄດ້ບໍ່ ຫັ້ນນະ."

ທ່ານກ່າວຕື່ມວ່າ ຂະນະນີ້ ມີຄົນເຈັບ 300 ປາຍຄົນ ທີ່ກໍາລັງປິ່ນປົວ ຢູ່ໂຮງໝໍ ແຂວງອັດຕະປື ແລະຄາດວ່າ ຈະມີເພີ່ມຂຶ້ນເລື້ອຍໆ ໂດຍ ສະເພາະ ຜູ້ເປັນ ພຍາດປອດບວມ, ພຍາດໄຂ້ຫວັດ, ເປັນໄອ ແລະ ຕາແດງ ເນື່ອງຈາກ ສະພາບອາກາດ ແລະ ການເປັນຢູ່ ບໍ່ສະດວກ ຂາດສຸຂອະນາມັຍ. ເປັນຕົ້ນວ່າ ເຣື່ອງນໍ້າດື່ມ, ເຄື່ອງນຸ່ງ, ໝອນ, ຜ້າຫົ່ມ ຊຶ່ງເປັນປັດໃຈສໍາຄັນ ທີ່ອາດເຮັດໃຫ້ ປະຊາຊົນ ທີ່ພັກເຊົາຢູ່ສູນ ຕິດເຊື້ອພຍາດໄດ້.

ບັນຫາສໍາຄັນ ທີ່ທາງການລາວ ຈະຕ້ອງເລັ່ງແກ້ໄຂ ຢ່າງຮີບດ່ວນ ຄື ເຣື່ອງນາຍ​ໝໍ ແລະ​ ແພດ ທີ່ຍັງ ບໍ່ມີພຽງພໍ ຂນະທີ່ຄົນເຈັບ ທີ່ເຂົ້າມາປິ່ນປົວຫຼາຍ ແລະ ຈະຕ້ອງເລັ່ງຫາ ເຄື່ອງມືການແພດ, ວິເຄາະພຍາດ, ເສົາຕັ້ງສາຍສົ່ງນໍ້າເກືອ, ລໍ້ຍູ້ຄົນເຈັບ, ນໍ້າຢາລ້າງບາດ ແລະ ຢາຕ້ານເຊື້ອ ຊຶ່ງ ລ້ວນແຕ່ ຍັງຂາດເຂີນ ຫຼາຍທ່ານກ່າວ:

"ເຮົາກໍຕ້ອງການ ຫລາຍແຫລະ ຕົວນີ້ ເຄື່ອງວິເຄາະນີ້ ມັນຍັງຂາດ ແນ່ຫັ້ນນະ ກັບຢາກັບຫຍັງ ຫັ້ນແລ້ວ ກໍສິບໍ່ພຽງພໍ ຫລາຍຫັ້ນແລ້ວ ຈົນລົ້ນ ໂຮງໝໍພຸ້ນແລ້ວ ແຕ່ລະຈຸດ ແຕ່ລະບ່ອນ ເຮົາກໍມີເຄື່ອງຕໍ່ມັນ ກໍຈົນລົ້ນ ຍັງບໍ່ພໍຕລອດ."

ທ່ານກ່າວຕື່ມວ່າ ປະຊາຊົນ ທີ່ເຂົ້າມາປິ່ນປົວ ນັບມື້ ຈະເພີ່ມຂຶ້ນ ເຮັດໃຫ້ໂຮງໝໍ ແຂວງອັດຕະປື ມີສະພາບແອອັດ ເພາະນອກຈາກ ຄົນເຈັບແລ້ວ ກໍຍັງມີ ຍາດພີ່ນ້ອງ ຂອງຄົນເຈັບ ມານໍາ ທີ່ອາຈຕິດເຊື້ອພຍາດ ໄປນໍາດ້ວຍ. ແຕ່ເບື້ອງຕົ້ນ ທາງນາ​ຍ​ໝໍ ແລະ ແພດ ກໍໃຫ້ຢາຕ້ານເຊື້ອ ໄປກິນ ຊຶ່ງກໍຍັງບໍ່ພຽງພໍ.

ມາເຖິງປັດຈຸບັນ ກໍຍັງມີປະຊາຊົນ ຈໍານວນນຶ່ງ ທີ່ຍັງບໍ່ສາມາດ ເຂົ້າໄປເຖິງ ເພື່ອນໍາຄົນເຈັບ ມາປິ່ນປົວ ຢູ່ໂຮງໝໍໄດ້ ຍ້ອນຣົດເຂົ້າໄປບໍ່ເຖິງ, ໃຊ້ເຮືອບິນເຮເລກັອບເຕີ ກໍມີຄວາມຫຍຸ້ງຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.