ຊາວ​ບ້ານ ຢາກຍ້າຍ ອອກຈາກ ເຂື່ອນເຊກະໝານ 1

ສິດນີ
2018.05.16
f-xekaman1 ເຂື່ອນໄຟຟ້າ ເຊກະໝານ1 ທີ່ແຂວງອັດຕະປື
Screen captured from LNTV video

ປະຊາຊົນ ເຂດບ້ານ ດອນແຄນ ແລະ ບ້ານຕັງເຄີງ ຈຳນວນ 67 ຄອບຄົວ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນເຊກະໝານ 1 ຢູ່ເມືອງ ສານໄຊ ແຂວງອັດຕະປື ຕ້ອງການໂຍກຍ້າຍ ຍ້ອນວ່າ ບ້ານເຮືອນ ແລະ ທີ່ດິນທຳມາຫາກິນ ຂອງພວກຂະເຈົ້າ ເຣີ່ມຖືກນ້ຳຖ້ວມແລ້ວ ຫຼັງຈາກ ການສ້າງເຂື່ອນດັ່ງກ່າວ ໃກ້ຈະສຳເຣັດ. ພວກຂະເຈົ້າ ຕ້ອງການ ຍ້າຍໄປຢູ່ບ່ອນໃໝ່ ແຕ່ບ້ານຈັດສັນ ຍັງສ້າງ ບໍ່ແລ້ວເທື່ອ, ດັ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 15 ພຶສພາ ນີ້ວ່າ:

"ເອີ່ ເພີ່ນກໍຢາກຍ້າຍຫັ້ນແຫລ້ວ ຍ້າຍໄປໄວປານໃດຍິ່ງດີ ແຕ່ໂຄງການ ມັນບໍ່ທັນແລ້ວ ໂຄງການເຮັດເຮືອນຊານບໍ່ທັນແລ້ວ ຄັນໂຍກຍ້າຍ ມາໄວແຮ່ງດີ ແຕ່ຍ້າຍບ້ານນຶ່ງແລ້ວ ຍັງອີກບ້ານສອງ ໃຊ້ບໍ່ດີແລ້ວ ທີ່ມັນຢູ່ສອກຫລີກ ຂນາດແລ້ວ ມັນມີດອນແຄນ ແລະ ຕັງເຄີງ ມັນມີ ສາມບ້ານ ເປົ້າໝາຍໃຫຍ່ ຫັ້ນນ່າ."

ທ່ານກ່າວຕື່ມວ່າ ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ຈາກຜົລກະທົບ ຂອງເຂື່ອນເຊກະໝານ 1 ນັ້ນ, ມີ 2 ກຸ່ມ; ກຸ່ມທີ 1 ຕ້ອງໄດ້ຍ້າຍໄປຢູ່ ບ້ານຈັດສັນ ເຂດລຸ່ມພຽງ ແລະ ກຸ່ມ​ທີ 2 ຕ້ອງຍ້າຍໄປຢູ່ ບ້ານຈັດສັນ ເຂດສຸກສວ່າງ. ແຕ່ມາຮອດປັດຈຸບັນ ການໂຍກຍ້າຍ ສຳເຣັດພຽງແຕ່ ກຸ່ມດຽວ ຄື ກຸ່ມບ້ານສຸກສວ່າງ ທີ່ມີປະຊາກອນ 59 ຄອບຄົວ. ສ່ວນກຸ່ມໄປຢູ່ ເຂດລຸ່ມພຽງນັ້ນ ສາມາດຍ້າຍໄດ້ 31 ຄອບຄົວ ໃນຈຳນວນ 98 ຄອບຄົວ ຍັງເຫຼືອ 67 ຄອບຄົວ ຍັງຢູ່ບ້ານເກົ່າຢູ່ ຍັງລໍຖ້າການໂຍກຍ້າຍ. ສຳລັບ ການສ້າງບ້ານຈັດສັນ ໃຫ້ໃໝ່ນັ້ນ, ເຈົ້າໜ້າ​ທີ່ ບອກວ່າ ຈະໃຫ້ແລ້ວ ພາຍໃນເດືອນ 8 ຫລື ທ້າຍປີນີ້:

"ຍ້າຍບ້ານນຶ່ງແລ້ວ ຍັງຢູ່ ສອງບ້ານ ບ້ານນືຶ່ງຍ້າຍມາແລ້ວ ຍັງດອນແຄນ ກັບຕັງເຄີງຢູ່ບ່ອນເກົ່າ ເຂົາພ້ອມຢູ່ແລ້ວ ແຕ່ຍັງບໍ່ທັນແລ້ວນະ ໂຄງການ ເຮັດເຮືອນຊານ ບໍ່ທັນແລ້ວ ແຕ່ຖືວ່າ ເດືອນ 8 ນີ້ນະ ຫລື ໝົດປີນີ້ 2018 ຖືວ່າ ທັງຫມົດແມ່ນຈະຖືກໂຍກຍ້າຍເຂົາມາ ຫມົດ 2018 ຄົບສຸຂສາລາ ໂຮງຮ່ຳ ໂຮງຮຽນມັນຫມົດ."

ເຂື່ອນເຊກະໝານ 1 ຕັ້ງຢູ່ເມືອງສານໄຊ ແຂວງອັດຕະປື ມີກຳລັງຜລິດໄຟຟ້າ ປະມານ 32 ເມກາວັດ ສ້າງໂດຍ ບໍຣິສັດວຽດນາມ ປັດຈຸບັນ ສ້າງສຳເຣັດແລ້ວ 80 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.