ພັຍແຫ້ງແລ້ງ ກະທົບ ການຜລິດໄຟຟ້າ

ມະນີຈັນ
2020.02.13
F-Namkhan3-dam ເຂື່ອນນໍ້າຄານ 3 ທີ່ຫາກໍສໍາເຣັດການກໍ່ສ້າງ
screen captured from bigfella111 video

ປີ 2019-2020 ນີ້ ລາວ ປະເຊີນກັບພັຍແຫ້ງແລ້ງ ຢ່າງໜັກໜ່ວງ ອັນເຮັດໃຫ້ ເຂື່ອນໄຟຟ້າ ຢູ່ແຂວງພາກເໜືອ ແລະ ພາກກາງ ຜລິດໄຟຟ້າໄດ້ ບໍ່ເຕັມເມັດເຕັມໜ່ວຍ ເຮັດໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການເຕືອນ ແຕ່ເວລາ 13 ໂມງຫາ 23 ໂມງ ຂອງແຕ່ລະມື້ ວ່າ ໃນໄລຍະ ເດືອນມິນາ ຫາ ມິຖຸນາ ປີນີ້ ອາດຈະມີໄຟຟ້າຕົກ ໄຟມອດ ຫລື ສນອງໄຟຟ້າ ໄດ້ບໍ່ພຽງພໍ ໃນບາງພື້ນທີ່, ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວຕໍ່ ອ​າ​ຣ ແອັ​ຟ ເອ (RFA) ໃນມື້ວັນທີ 13 ກຸມພານີ້ວ່າ:

"ເພິ່ນແຈ້ງຕົ້ນເດືອນ 3 ຮອດທ້າຍເດືອນ 6 ເພາະວ່າມັນເປັນຊ່ວງທີ່ຮ້ອນ ລະມັນຈະມັກ ໄຟຕົກ ຕລອດເນາະ ແຕ່ລະປີ ມັນຈະມັກ ມີບັນຫາ ຕລອດຫັ້ນນ່າ ໄລ​ຍະປີໃໝ່ ມັນຈະມີ ໄຟຕົກ ໄຟດັບຕລອດ ເພາະຄົນໃຊ້ໄຟຫລາຍ."

ທ່ານເວົ້າວ່າ ເພື່ອແກ້ໄຂບັນຫາ ທີ່ວ່ານັ້ນ ຂໍໃຫ້ ສໍານັກງານ ອົງການ ບໍຣິສັດ ຫ້າງຮ້ານໂຮງຈັກໂຮງງານ ແລະປະຊາຊົນ ຊ່ອຍກັນປະຢັດໄຟຟ້າ, ຖອດປັກສຽບເຄື່ອງໃຊ້ໄຟຟ້າ ທຸກປະ ເພດເມື່ອບໍ່ໃຊ້ງານ ໂດຍສະເພາະໂຮງງານຢູ່ເຂດ ນະຄອນຫລວງວຽງຈັນ ແລະແຂວງ ວຽງຈັນ ຈະໄດ້ຮັບຜົນກະທົບໜັກໜ່ວງກວ່າໝູ່ ຄືອາດຈະມີໄຟຟ້າຕົກເລື້ອຍ ຫລືມອດໄປເລີຍ.

ເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ອ​າ​ຣ ແອັ​ຟ ເອ (RFA) ໃນມື້ດຽວກັນນີ້ວ່າ ປັດຈຸບັນ ເຂື່ອນໄຟຟ້ານໍ້າງື່ມ 1 ສາມາດຜລິດໄຟຟ້າ ໄດ້ພຽງ  ໜ່ວຍດຽວ ຈາກເຄື່ອງຈັກປັ່ນໄຟ ທີ່ມີທັງໝົດ 7 ໜ່ວຍ. ຍ້ອນວ່າປີນີ້ ປະລິມານນໍ້າ ໃນອ່າງນໍ້າງື່ມ ເຫລືອໜ້ອຍ ເມື່ອທຽບໃສ່ປີກາຍ ແຕ່ເຖິງຢ່າງໃດ ເຂື່ອນນໍ້າງື່ມ 1 ກໍຕ້ອງໄດ້ປ່ອຍ ນໍ້າລົງຊົລປະທານ ເພື່ອໃຫ້ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ເຮັດນາແຊງ:

"ແຕ່ວ່າ ຢູ່ໜ້າເຂື່ອນໜ້ອຍກວ່າປີການ ແຕ່ກ່ອນຫັ້ນ ເຂື່ອນນໍ້າງື່ມ 1 ກັກໄວ້ເດ໊ ຢ້ານຝົນຫລາຍແລ້ວ ມັນສິຖ້ວມ ຄືປີກາຍ ແລ້ວຊ່ວງນີ້ ປ່ອຍເຂື່ອນມາ ໃຫ້ເຮັດຊົລປະທານ ເຂົາເຮັດນາແຊງໄດ້ ໄດ້ຊ່ວງນີ້."

ທ່ານເວົ້າວ່າ ໃນຣະດູຝົນ ທີ່ຜ່ານມາ ເຂື່ອນນໍ້າງື່ມ 1 ແລະ 2 ປ່ອຍນໍ້າອອກ ຈາກເຂື່ອນ ໃນປະລິມານຫລາຍສົມຄວນ ເພາະກັງວົນນໍາ ເຣື່ອງນໍ້າຖ້ວມ ຄືປີ 2018 ແຕ່ປາກົດວ່າ ປີທີ່ຜ່ານມາ ມີຝົນຕົກບໍ່ຫລາຍ ຈຶ່ງເຮັດໃຫ້ນໍ້າໃນອ່າງ ເຫລືອໜ້ອຍ.

ປັດຈຸບັນ ປະເທດລາວ ມີແຫລ່ງຜລິດພະລັງງານ ໄຟຟ້າ 71 ແຫ່ງ ມີກໍາລັງການຜລິດ 9,700 ເມກາວັດ. ແຕ່ຕົກມາໄລຍະນີ້ ມີປະລິມານ ນໍ້າໃນອ່າງເກັບນໍ້າ ຂອງເຂື່ອນ ທັງໝົດໃນເຂດພາກເໜືອ ແລະ ພາກກາງພຽງແຕ່ 50 ເປີເຊັນ.

ກະຊວງພະລັງງານ ແລະ ບໍ່ແຮ່ ຣາຍງານຕື່ມວ່າ ບັນຫາພັຍແຫ້ງແລ້ງ ທີ່ເກີດຂຶ້ນ ເຮັດໃຫ້ການຜລິດໄຟຟ້າ ບໍ່ໄດ້ເຕັມສ່ວນນັ້ນ ຈະບໍ່ກະທົບ ຕໍ່ສັນຍາ ຊື້-ຂາຍ ໄຟຟ້າ ຣະຫວ່າງ ລາວ ກັບປະເທດ ເພື່ອນບ້ານ. ປັດຈຸບັນ ລາວ ສົ່ງໄຟຟ້າ ອອກຂາຍໃຫ້ ໄທຍ, ວຽດນາມ, ກັມພູຊາ ແລະ ມາເລເຊັຽ 5,415 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.