ພາກເໜືອ ເຣີ່ມມີບັນຫາ ຂາດເຂີນນໍ້າ

ຈໍາປາທອງ
2020.02.12
ສາຍລໍານໍ້າອູ ໃນເຂດແຂວງ ຜົ້ງສາລີ.
RFA/SN

ແຂວງພາກເໜືອຂອງລາວ ຮວມທັງ ແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ເຣີ່ມປະສົບກັບບັນຫາ ນໍ້າບົກແຫ້ງ, ການຂາດແຄນນໍ້າ ເປັນຕົ້ນ ຢູ່ຕາມເຂດຊົນນະບົດ ແຕ່ທາງການ ຍັງບໍ່ມີ ມາຕການຮອງຮັບ ເພື່ອຊ່ອຍເຫຼືອ ຍ້ອນບໍ່ມີງົບປະມານ ເປັນຕົ້ນ ຢູ່ບາງບ້ານ ຂອງເມືອງສໍາພັນ, ເມືອງຜົ້ງສາລີ ທີ່ຢູ່ເຂດພູດອຍ ປະຊາຊົນ ຕ້ອງໄດ້ໄປຊອກຫາ ແຫລ່ງນໍ້າ ຢູ່ເຂດອື່ນ ທີ່ຫ່າງໄກ ມາກິນມາໃຊ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການນໍ້າສະອາດ ແຂວງຜົ້ງສາລີ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກຸມພານີ້:

"ສ່ວນຫຼາຍ ເຂດຫ່າງໄກສອກຫຼີກ ໂດຍສະເພາະ ເຂດບ້ານນອກບ້ານຫັ້ນ ເຂດພູດອຍ ຖືວ່າ ມັນແລ້ງ ສ່ວນຫລາຍ ຂະເຈົ້າຖາງປ່າ ເຮັດໄຮ່ແນ່ ບາງຫ້ວຍ ກະມີການບົກແຫ້ງ ຄືກັນເດ ແລ້ງແທ້ ປີນີ້ ຫັ້ນນະ ບໍ່ທັນໄດ້ວ່າງກັນ ເທື່ອເດີ ປີນີ້ ບໍ່ມີງົບປະມານ ຈະລົງເກັບ ຂໍ້ມູນ ບ້ານທີ່ວ່າແຫ້ງ ສ່ວນຫຼາຍ ເຂົາລົງໄປຕັກນໍ້າກັນ ເປັນຊົ່ວໂມງ ກໍມີເດ.”

ທ່ານກ່າວຕື່ມອີກວ່າ ສໍາລັບ ນໍ້າປະປາ ຢູ່ໃນເມືອງ ປັດຈຸບັນ ຍັງບໍ່ມີບັນຫາ. ແຕ່ຢູ່ຕາມເຂດຊົນນະບົດ ໃນໄລຍະເດືອນມິນາ ຫາ ເດືອນເມສາ ທີ່ຈະມາເຖິງນີ້ ຄາດວ່າ ນໍ້າຫ້ວຍ ຈະບົກແຫ້ງລົງ ຫຼາຍກວ່າເກົ່າ.

ໃນຂນະດຽວກັນ ປະຊາຊົນ ເມືອງຜົ້ງສາລີ ກໍເວົ້າວ່າ ປັດຈຸບັນ ນໍ້າບົກແຫ້ງ ລົງຫຼາຍແລ້ວ ແລະ ໃນອີກ 2 ເດືອນຂ້າງໜ້າ ນໍ້າຈະບໍ່ມີພຽງພໍ, ບາງມື້ ຈະບໍ່ໄດ້ອາບນໍ້າ, ຕ້ອງໄດ້ຊື້ນໍ້າ. ຜູ້ທີ່ບໍ່ມີເງິນຊື້ ກໍຕ້ອງໄດ້ໄປຫາ ເອົານໍ້າຢູ່ຕາມຫ້ວຍ, ຕາມໜອງ ມາໃຊ້ ແລະ ການປູກຝັງ ກໍປະເຊີນກັບ ຄວາມຫຍຸ້ງຍາກ ດັ່ງທີ່ນາງກ່າວວ່າ:

"ນໍ້າແຫ້ງ ຫລາຍແລ້ວເດ ຢູ່ພີ້ນີ້ ມີຜົລກະທົບ ຫັ້ນແຫລະ ປູກຊາ ກໍບໍ່ມີນໍ້າຫົດ ມັນກະບໍ່ປົ່ງດີ ນີ້ກະລາຍ ຮັບຕົກໄປໂອະ ເດືອນສີ່ເດືອນຫ້າ ນໍ້າກະບໍ່ພໍໃຊ້ ກະໄດ້ຊື້ຫລາຍເດ ນໍ້າກະບາງເທື່ອ ບໍ່ໄດ້ອາບ ຊື້ເທື່ອນຶ່ງ ກະຕັ້ງ ເປັນແສນປາຍ ຫັ້ນແຫລະ.”

ເຈົ້າໜ້າທີ່ ຫ້ອງການນໍ້າສະອາດ ແຂວງຜົ້ງສາລີ ເວົ້າວ່າ ຕາມເຂດຊົນນະບົດ ບາງແຫ່ງ ບໍ່ມີນໍ້າໃນຫ້ວຍ, ປະຊາຊົນ ບາງຄອບຄົວ ບໍ່ສາມາດ ທໍາການຜລິດໄດ້, ບາງຄອບຄົວ ຕ້ອງໄດ້ຂຸດສ້າງ ພໍໄດ້ນໍ້າໃຊ້ ດັ່ງທີ່ທ່ານກ່າວວ່າ:

"ບາງຈຸດ ຮອດບໍ່ໄຫລ ຫ້ວຍກະມີນະ ຜົລເກັບກ່ຽວ ກະບໍ່ໄດ້ ເກັບກ່ຽວເດ ປີນີ້ ບາງບ້ານ ບາງຄອບຄົວ ຄິດວ່າ ນໍ້ານີ້ ກໍຍັງມີບັຫາຢູ່ ເດືອນຫ້ານີ້ ຝົນຍັງ ບໍ່ຕົກເດ ປະຊາຊົນ ຂະເຈົ້າ ໄປຂຸດເອົາເຮັດບວກ ກະບໍ່ໄດ້ໃຫຍ່ ພຽງແຕ່ ມາຮັບໃຊ້ຄອບຄົວ ຂະເຈົ້ານີ້ນະ.”

ສໍາລັບ ຢູ່ແຂວງຊຽງຂວາງ ປະຊາຊົນ ເວົ້າວ່າ ເມືອງພູກູດ ເປັນເມືອງນຶ່ງ ທີ່ມີບັນຫລາຍ ໃນເຣຶ່ອງນໍ້າບໍ່ສະອາດ ແລະ ເຣີ່ມໄດ້ຮັບ ຜົລກະທົບ ໃນເຣື່ອງນໍ້າບົກແຫ້ງແລ້ວ, ບາງເທື່ອ ຕ້ອງໄດ້ທົນໃຊ້ ນໍ້າຂຸ່ນ ແລະວ່າ ເພື່ອແກ້ໄຂ ບັນຫາທີ່ວ່ານີ້ ໄດ້ສເນີຂໍຄວາມຊ່ອຍເຫຼືອ ໄປຫາທາງການ ເມືອງ ຫລາຍເທື່ອ ຫລາຍປີມາແລ້ວ ແຕ່ກໍຍັງບໍ່ເຫັນມາຊ່ອຍ ດັ່ງທີ່ທ່ານກ່າວວ່າ:

"ແຫ້ງລົງເລື້ອຍໆເດ ບໍ່ມີນໍ້າໃຊ້ ບໍ່ມີນໍ້າໃຊ້ ຢູ່ທຸກມື້ເດ ປີນີ້ ແຫ່ງເດືອນສາມ ຝົນບໍ່ຕົກຈັກຫ່ ບໍ່ສາມາດຫາບໄດ້ເລີຍ ເພາະວ່າ ມັນໄກ ດຽວນີ້ ຂະເຈົ້າ ກໍຂຸດທ່າສ້າງ ກໍເຮົາຊື້ໄດ໋ນີ້ໄປປຸ້ມ ປຸ້ມມັນກະຂຸ່ນ ມັນກະບໍ່ໃສແຫລະ ກະໃຊ້ຕາມມີຕາມເກີດ ບໍ່ສະອາດກໍສິໄດ້ກິນ ກໍເມື່ອຍ ສເນີແລ້ວ ກໍຍັງບໍ່ມາຈັກເທື່ອ.”

ເວົ້າເຖິງໄພແຫ້ງແລ້ງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງໃຫ້ປະຊາຊົນຮູ້ວ່າ ໃນອີກ 2 ເດືອນຂ້າງໜ້າ ຣະດັບນໍ້າ ໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ ຈະບົກແຫ້ງລົງ ຢ່າງຕໍ່ເນຶ່ອງ ໂດຍສະເພາະ ໃນເຂດພາກເໜືອ, ບາງທ້ອງຖິ່ນ ຈະເກີດໄພແຫ້ງແລ້ງຫຼາຍ. ພ້ອມກັນນັ້ນ ກໍໄດ້ເຕືອນປະຊາຊົນ ໃຫ້ໃຊ້ນໍ້າຢ່າງປະຢັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.