ຊາວບ້ານຢາກໄດ້ດິນເປັນ ຄ່າ ຊົດເຊີຍ
2014.03.21

ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ລາວ ທ່ານນື່ງ ເປິດເຜີຍວ່າ ຊາວບ້ານ ທີ່ຖືກ ໂຍກຍ້າຍ ຍ້ອນການ ສ້າງເຂື່ອນ ເຊປ່ຽນ ເຊນໍ້ານ້ອຍ ໃນແຂວງ ຈໍາປາສັກ ຍັງບໍ່ໄດ້ ຮັບການ ຊົດເຊີຍ ທີ່ດິນ ເພາະປູກ ເຮັດໃຫ້ ຊາວບ້ານ ບໍ່ຍອມ ໄປຢູ່ ບ້ານ ທີ່ໂຄງການ ຈັດສັນໃຫ້ ແລ້ວ ຍ້າຍກັບໄປ ຢູ່ໃນ ບ້ານເກົ່າ ຂອງ ພວກ ເຂົາເຈົ້າ ຈົນກ່ວາ ຈະໄດ້ຮັບ ການຊົດເຊີຍ:
“ຂໍໂທດເນາະ1 ອັນນີ້ ເວົ້າຕາມ ພາສາ ເພີ່ນເວົ້າ ທີ່ວ່າ ທາງ ຫ້ອງການ ເພີ່ນເນາະ ກໍວ່າ ມີແຕ່ ເດືອນ ໜ້າ ຈັກເດືອນໃດ ແທ້ ມີ 11 ບ້ານເນາະ ບ້ານນ້ອຍ 8 ບ້ານ ບ້ານໃຫຍ່ ເຂົາຍ້າຍມາ ແຕ່ເຫິງ ແລ້ວ ແຕ່ວ່າບ່ອນ ທໍາມາ ຫາກິນ ຍັງຢູ່ ວ່າຊັ້ນ ເພື່ອການ ທໍາມາ ຫາກິນ ໃຫ້ເຂົາ”.
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ປັຈຈຸບັນ ປະຊາຊົນ ໃນບ້ານ ຈັດສັນ ຈໍານວນນື່ງ ໄດ້ຍ້າຍ ກັບຄືນໄປ ອາສັຍ ຢູ່ ບ້ານເດີມ ຂອງພວກ ເຂົາເຈົ້າ ເພື່ອເຮັດ ການເພາະປູກ ຂນະທີ່ ບາງຄົນ ຕ້ອງຍ່າງ ຈາກບ້ານ ຈັດສັນ ໄປຫາ ໃຮ່ນາ ຮົ້ວສວນ ຂອງພວກ ເຂົາເຈົ້າ ເປັນຕັ້ງ 10 ກິໂລແມັດ ກໍ່ຕາມ ແລະວ່າ ເມື່ອ ອາທິດ ຜ່ານມານີ້ ມີ ເຈົ້າໜ້າທີ່ ຈາກ ໂຄງການ ສ້າງເຂື່ອນ ເຊປຽ່ນ ເຊນໍ້ານ້ອຍ ໄດ້ ເດິນທາງ ໄປ ຢ້ຽມຢາມ ຊາວບ້ານ ທີ່ ໂຍກຍ້າຍ ພ້ອມທັງ ແຈກ ເສື້ອຍືດ ແລະ ເຄື່ອງຂອງ ເລັກໆ ນ້ອຍໆ ແຕ່ ກໍບໍ່ໄດ້ ເອີ່ຍເຖີງ ເຣື້ອງ ຊົດເຊີຍ ທີ່ດິນ ປູກຝັງ ໃຫ້ ຊາວບ້ານ ແຕ່ຢ່າງໃດ.
ຢ່າງໃດ ກໍຕາມ ເຂື່ອນໄຟຟ້າ ເຊປ່ຽນ ເຊນໍ້ານ້ອຍ ຈະສ້າງຂື້ນ ໃນເຂດ ພູພຽງ ບໍຣິເວນ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ແຕ່ ໂຮງໄຟຟ້າ (Power House)ຈະຕັ້ງຢູ່ ບ້ານ ລາດຍາວ ໃຕ້ເມືອງ ສາມະຄີໄຊ ແຂວງ ອັດຕະປື ຄາດວ່າ ຈະມີ ພລັງຜລິດ 410 mega watt ໂດຍ 4 ບໍຣິສັດ ຖືຫຸ້ນ ຄື ບໍຣິສັດ SK ເກົາຫລີ ຖືຫຸ້ນ 26 ສ່ວນຮ້ອຍ, ບໍຣິສັດ (Korea Western Power) 25 ສ່ວນຮ້ອຍ, ບໍຣິສັດ ໄຟຟ້າ ຣາຊບູຣີ ຂອງໄທ 25 ສ່ວນຮ້ອຍ ແລະ ບໍຣິິສັດ ຖືຫຸ້ນ ລາວ (LHSE) 24 ສ່ວນຮ້ອຍ ແລະ ຄາດວ່າ ການ ກໍ່ສ້າງ ຈະເຣີ້ມ ລົງມື ຢ່າງເປັນ ທາງການ ໃນປີນີ້ ໂດຍຈະໃຊ້ ງົບປະມານ ໃນການ ກໍ່ສ້າງ ທັງໝົດ 1ຕຶ້ ກັບ ຊາວລ້ານ ດອນລ່າ ສະຫະຣັຖ.