ຊາວບ້ານ ບ້ານ ຫີນດໍາ ເມືອງ ຊານໄຊ ແຂວງ ອັຕຕະປື, ທີ່ ໄດ້ ຮັບ ຜົລກະທົບ ຈາກ ການ ສ້າງ ເຂື່ອນ ເຊກະໝານ1, ຮຽກຮ້ອງ ໃຫ້ ມີການ ຊົດເຊີຍ ຄວາມ ເສັຽຫາຍ. ຊາວບ້ານ ເວົ້າວ່າ ນັບ ຕັ້ງແຕ່ ເລິ່ມສ້າງ ເຂື່ອນ ນັ້ນມາ, ພວກ ເຂົາເຈົ້າ ບໍ່ ສາມາດ ຫາປາ ມາລ້ຽງ ຊີບ ໄດ້ ບໍ່ຄື ແຕ່ກ່ອນ ຍ້ອນ ນໍ້າ ແຫ້ງລົງ ແລະ ຂຸ່ນ, ມີການ ຕັນນໍ້າ ຢູ່ ເຂື່ອນ ຊຶ່ງ ບ້ານ ຫີນດໍາ ທີ່ ຢູ່ ໃຕ້ ເຂື່ອນ ລົງມາ ບໍ່ສາມາດ ທໍາມາ ຫາກິນ ໄດ້ ໃນ ລໍານໍ້າ ເຊກະໝານ. ດັ່ງ ຊາວບ້ານ ທ່ານນຶ່ງ ເວົ້າວ່າ:
"ຄົນ ຄູ່ມື້ນີ້ ຫາກິນ ຫາຢູ່ ບໍ່ມີປາ, ຍາກໃດ໋ ຄູ່ມື້ ນີ້ ປະຊາຊົນ ບໍ່ໄດ້ ກິນ ອີ່ສັງ ເຂົາ ບໍ່ມີ".
ທ່ານ ເວົ້າວ່າ ທາງການ ໄດ້ບອກ ໃຫ້ ຮູ້ຕື່ມ ອີກວ່າ, ເພິ່ນ ກໍາລັງ ສ້າງ ເຂື່ອນ ເຊກະໝານ2 ຢູ່ ທາງ ລຸ່ມ ຂອງ ບ້ານ ຫີນດໍາ, ແລະ ບ້ານອື່ນໆ ອີກ. ເມື່ອໃດ ທີ່ ເຂື່ອນ ເຊກະໝານ2 ສ້າງ ສໍາເຣັດ ແລະ ອັດນໍ້າ ເຂົ້າ ເຂື່ອນ ຊາວບ້ານ ຫີນດໍາ ບ້ານ ສົມບູນ, ແລະ ອີກ 3 ບ້ານ ຕ້ອງໄດ້ ຍ້າຍອອກ ຈາກ ພື້ນທີ່ ນັ້ນໄປ. ສ່ວນ ການ ຊົດເຊີຍ ຄ່າ ທີ່ດິນ ທາງ ພາກສ່ວນ ກ່ຽວຂ້ອງ ກໍໄດ້ ລົງມາ ສໍາຣວດ, ແລະ ຈະ ຊົດເຊີຍ ໃຫ້ ພຽງຄ່າ ດິນນາ, ແລະ ດິນ ທີ່ມີ ເຄື່ອງປູກ ຂອງຝັງ ເທົ່ານັ້ນ. ສ່ວນດິນ ເຮືອນ ຈະ ບໍ່ໄດ້ ຮັບ ຄ່າ ຊົດເຊີຍ ແຕ່ ປະຊາຊົນ ໃນເຂດ ນັ້ນ ບໍ່ໄດ້ ເຮັດນາ, ເຮັດແຕ່ ສວນ ເປັນຫລັກ ອັນ ຈະເຮັດ ໃຫ້ ຫລາຍ ຄອບຄົວ ຕ້ອງໄດ້ ອອກໜີ ໄປ, ໂດຍ ທີ່ ບໍ່ໄດ້ ຮັບ ຄ່າ ຊົດເຊີຍ ຈາກ ຣັຖບານ:
"ເຂົາເລີຍ ບໍ່ ຊົດເຊີຍ ນະ ຄ່າ ດິນ ປູກຝັງ ນີ້ນະ, ຄ່າ ດິນ ວ່າຊັ້ນຊະ, ອັນນີ້ ສເນີ ຢາກໃຫ້ ຄ່າ ອັນນີ້ ລະ, ຄ່າ ດິນ ຄ່າເນື້ອທີ່ ດິນນາ ຫລື ດິນສວນ ຖ້າຍ້າຍ ໂຕນີ້ ນະ, ເຮົາບໍ່ມີ ບ່ອນດິນ ທໍາການ ຜລິດ ຫັ້ນເດ້, ເມືອ ຢູ່ພຸ້ນ ເຮົາ ຊິເກັບ ອີ່ຫຍັງ ຊິເຮັດ ຢູ່ໃສ ຢາກສເນີ ນໍາ ພັກ-ຣັຖ ນີ້ລະ, ໂຄງການ ເພິ່ນ ກໍ ຢາກໃຫ້ ຊົດເຊີຍ ຫັ້ນລະ ດິນນາ ດິນສວນ ນີ້".
ທ່ານກ່າວ ຕື່ມວ່າ ທຸກ ມື້ນີ້ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ໃນເຂດ ນັ້ນ ທຸກຍາກ ລໍາບາກ ພໍແຮງ ແລ້ວ, ຫາເຊົ້າ ກິນຄໍ່າ ອຶດໆ ຢາກໆ, ແລ້ວຍັງ ຕ້ອງມາ ພົບກັບ ຜົລ ກະທົບ ຈາກ ການ ສ້າງ ເຂື່ອນ ຂອງ ຄົນ ວຽດນາມ ຕື່ມອີກ, ຊຶ່ງ ຕ້ອງໄດ້ ຍ້າຍໄປ ຊອກຫາ ທີ່ຢູ່ ໃໝ່ ອີກ, ຊຶ່ງ ບັນຫາ ດັ່ງກ່າວ ກໍຍັງ ບໍ່ມີພາກ ສ່ວນ ໃດ ໃຫ້ ຄວາມ ຊ່ວຍເຫລືອ ຢ່າງ ຈິງຈັງ ເທື່ອ.
ເຂື່ອນ ໄຟຟ້າ ເຊກະໝານ1 ຕັ້ງຢູ່ ເຂດ ເມືອງ ຊານໄຊ ແຂວງ ອັຕຕະປື ໄດ້ ອັດນໍ້າ ເຂົ້າ ເຂື່ອນ ເມື່ອ ຕົ້ນ ເດືອນ ພຶສພາ ທີ່ ຜ່ານມາ ແລະ ຈະ ເປີດໃຊ້ ຈັກ ປັ່ນ ໄຟຟ້າ ເບີ 1 ໃນ ຕົ້ນປີ 2016. ເຂື່ອນ ດັ່ງກ່າວ ແມ່ນ ຣັຖບານ ວຽດນາມ ລົງທຶນ ສ້າງ ແລະ ບໍຣິສັດ ຊົງດ່າ ເປັນຜູ້ ຮັບເໝົາ ກໍ່ສ້າງ 80 ເປີເຊັນ ຂອງ ໄຟຟ້າ ຈະສົ່ງ ໃຫ້ ວຽດນາມ. ທີ່ ເຫລືອ ຈະໃຊ້ ໃນ ແຂວງ ພາກໃຕ້ ຂອງລາວ.