ໂຄງການພັທນາ ຂ.ໄຊສົມບູນ

ມະນີຈັນ
2015.08.19
F-Laos ທັມມະຊາດ ໃນເຂດພາກເໜືອ ຂອງ ປະເທດລາວ
RFA

ປັດຈຸບັນ ແຂວງ ໄຊສົມບູນ ຊຶ່ງ ເປັນແຂວງ ໃໝ່ ຂອງລາວ ມີໂຄງການ ລົງທຶນ ແລ້ວ ກວ່າ 130 ແຫ່ງ ຊຶ່ງ ສ່ວນໃຫຍ່ ເປັນ ການ ລົງທຶນ ຂອງຣັຖ, ເຊັ່ນ ໂຄງການ ກໍ່ສ້າງ ຖນົນ ຫົນທາງ, ຕຶກອາຄານ ແລະໂຄງການ ພື້ນຖານ ໂຄງຮ່າງ ຕ່າງໆ. ດັ່ງ ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທຶນ ແຂວງ ໄຊສົມບູນ ໄດ້ ກ່າວ:

"ໂຄງການ ສ່ວນຫຼາຍ ກະມີການ ລົງທຶນ ຂອງ ຣັຖ ນີ້ແຫລະ ມີ 130 ປາຍ ໂຄງການ, ຍັງບໍ່ທັນ ມີ ຫຼາຍປານໃດ, ມີ ສ່ວນຫລາຍ ນັກລົງທຶນ ກະສືບຕໍ່ ເຕີມ ປີ ຜ່ານມາ ຫັ້ນ ອັນໃໝ່ແທ້ ບໍ່ທັນມີ ຫຼາຍ".

ທ່ານກ່າວ ຕໍ່ໄປວ່າ ໂຄງການ ຂອງ ຣັຖ ສ່ວນຫຼາຍ ຍັງ ບໍ່ຄືບໜ້າ ເທົ່າທີ່ຄວນ, ເນຶ່ອງຈາກ ການສນອງ ງົບປະມານ ຫລ້າຊ້າ, ເຮັດໃຫ້ ການພັທນາ ແຂວງ ບໍ່ເປັນໄປ ຕາມແຜນ; ສ່ວນ ໂຄງການ ລົງທຶນ ຂອງ ເອກກະຊົນ ຖືວ່າ ຍັງມີໜ້ອຍ ບໍ່ມີ ນັກລົງທຶນ ໃໝ່ ໃຫ້ ຄວາມສົນໃຈ ເຂົ້າມາ ເທື່ອ, ເຖິງແມ່ນ ທາງ ແຂວງ ຈະ ພຍາຍາມ ຢູ່ກໍຕາມ.

ນັບຕັ້ງແຕ່ ຕົ້ນປີນີ້ ມາ ແຂວງ ໄຊສົມບູນ ພຍາຍາມ ຊອກຫາ ນັກ ທຸຣະກິດ ເຂົ້າ ມາລົງທຶນ ຢູ່ ເຂດ ພູເບັ້ຍ ທີ່ ຢູ່ຣະຫວ່າງ ເມືອງ ລ່ອງແຈ້ງ ແລະ ເມືອງ ອະນຸວົງ ເພື່ອ ພັທນາ ເປັນເຂດ ທ່ອງທ່ຽວ ແລະ ແຜນການ ທີ່ຈະສ້າງ ສນາມບິນ ກໍຍັງບໍ່ມີ ຄວາມ ຄືບໜ້າ.

ໂຄງການ ພັທນາ ຢູ່ ແຂວງ ໄຊສົມບູນ ສ່ວນນຶ່ງ ແມ່ນ ບໍຣິສັດ Green partner holding ຂອງຈີນ ທີ່ ອອກແບບ ຜັງເມືອງ ແລະ ສ້າງຕຶກ ອາຄານ ຕ່າງໆ, ຮວມທັງ ການກໍ່ສ້າງ ສນາມບິນ ແລະ ຣະບົບ ສາທາຣະນຸ ປະໂພກ ແລະ ທາງແຂວງນີ້ ຕ້ອງການ ມອບ ໂຄງການ ສ້າງ ເຂື່ອນ ໄຟຟ້າ ແຫ່ງໃດ ແຫ່ງນຶ່ງ ໃຫ້ ບໍຣິສັດ ນີ້ ສຳປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.