ຊາວບ້ານຂໍຄວາມເປັນທັມ ໃນຄະດີ ທີ່ດິນ
2019.06.07

ປະຊາຊົນສາມຄອບຄົວ ຢູ່ບ້ານສີສະຫວ່າງເໜືອ ເມືອງໄຊພູທອງ ແຂວງສະຫວັນນະເຂດ ຮຽກຮ້ອງວ່າບໍ່ໄດ້ ຮັບຄວາມເປັນທັມ ຈາກການ ຕັດສິນ ຂອງສານ ແຂວງສະຫວັນນະເຂດ ກ່ຽວກັບເຣື່ອງທີ່ດິນ ທັງທີ່ວ່າໂຈດ ບໍ່ມີຫຼັກຖານພຽງພໍ. ດັ່ງ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ເສັຽຫາຍ 3 ຄອບຄົວ ໄດ້ເປີດໃຈໃຫ້ສັມພາດ ຕໍ່ນັກຂ່າວ RFA ເມື່ອວັນທີ 06 ມິຖຸນາ ວ່າ :
ບໍ່ໄດ້ຮັບຄວາມເປັນທັມ ຕໍ່ຄຳຕັດສິນ ຂອງ ສານແຂວງສະຫວັນນະເຂດ ຕໍ່ກໍຣະນີ ທີ່ນ້າບ່າວ ຂອງ ທ້າວກິ ໄດ້ຊນະຄະດີ ທັງທີ່ວ່າຍັງ ຂາດຫຼັກຖານ ຢືນຢັນ ແຕ່ສານກໍ່ໄດ້ຕັດສິນໄປແລ້ວວ່າ ນ້າບ່າວ ຂອງ ທ້າວກິ ໄດ້ຄອບຄອງດິນ. ເພື່ອຄວາມກະຈ່າງແຈ້ງ, ພວກເຮົາ ມາຟັງການສັມພາດນຳກັນ. ສຳພາດ...
ໃນຕອນທ້າຍປະຊາຊົນ ຜູ້ເສັຽດິນ ຍັງຝາກໃຫ້ຜູ້ນຳຂັ້ນສູງ ແລະ ວີງວອນຊື່ມວນຊົນ ຜູີ້ຮັກຄວາມເປັນທັມ ຈົ່ງເປັນພຍານ ແລະພິຈາຣະນາ ເຣື່ອງສໍ້ໂກງດິນ ຂອງສາມຄອບຄົວ ຢູ່ບ້ານສີສະຫວ່າງເໜືອ ເມືອງໄຊພູທອງ ແຂວງສະຫວັນນະເຂດ ພວກຂ້າພະເຈົ້າໄດ້ຮັບຄວາມເດືອດ ຮ້ອນຫຼາຍເພາະຄົນກະທໍາຜິດ ຍັງລອຍນວນຢູ່ ຢ້ານວ່າບໍ່ປອດພັຍ ຂໍໃຫ້ພາກສ່ວນກ່ຽວຂ້ອງ ລົງມາແກ້ໄຂໂດຍດ່ວນ.