ຊາວບ້ານຢາກປູກພືດທີ່ໄດ້ ຜົນໄວ
2014.11.27

ຣາຄາ ຢາງພາລາ ຕົກຕໍ່າ ເຮັດໃຫ້ ປະຊາຊົນ ທີ່ ອາສັຍຢູ່ ເຂດ ບ້ານ ຈັດສັນ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ຢາກໃຊ້ ພື້ນທີ່ ທີ່ທາງ ໂຄງການ ຈັດໃຫ້ ປູກ ຢາງພາລາ ນັ້ນ ໄປ ປູກພືດ ອື່ນ ທີ່ມີ ໂອກາດ ມີຣາຍໄດ້ ຫຼາຍກວ່າ ຕາມຄໍາເວົ້າ ຂອງ ຊາວບ້ານ ຢູ່ໃນບ້ານ ຈັດສັນ ເຂດ ເມືອງນານ ແຂວງ ຫລວງ ພຣະບາງ:
"ກໍເອົາແຕ່ ຈິດໃຈ ຂອງ ປະຊາຊົນ ຂະເຈົ້າ ກໍຢາກໃຫ້ ເອົາຄວາມ ຕ້ອງການ ຂອງ ປະຊາຊົນ ຫັ້ນ ມັນຕົ້ນ ຂະເຈົ້າ ຢາກປູກ ແລ້ວ ມາລ້ຽງໝູ ຫັ້ນນະ ສາລີ ນີ້ ກໍມາລ້ຽງ ໝູ ດ້ວຍ ຄືກັນ ຫົວອາຫານ ລ້ຽງໝູ ຄືກັນ".
ທ່ານ ເວົ້າວ່າ ຊາວບ້ານ 200 ກວ່າ ຄອບຄົວ ໃນບ້ານ ຈັດສັນ ນີ້ ໄດ້ຮັບດິນ ປູກຝັງ ຈາກ ໂຄງການ ທີ່ ສນັບສນູນ ໃຫ້ປູກ ຢາງພາ ລາ ເຄິ່ງນຶ່ງ ແລະ ອີກເຄິ່ງນຶ່ງ ປູກເຂົ້າ. ສ່ວນທີ່ ໃຫ້ ປູກ ຢາງພາ ລາ ນັ້ນ ປັຈຈຸບັນ ຊາວບ້ານ ສ່ວນຫລາຍ ຢາກປູກ ພືດ ຊນິດອື່ນ ທີ່ ຈະຊ່ວຍໃຫ້ ມີຣາຍໄດ້ ດີແລະໄວ ເພື່ອ ຈະສາມາດ ລ້ຽງ ຄອບຄົວ ໄດ້ ໂດຍ ບໍ່ ຕ້ອງເພິ່ງພາ ການ ຊ່ວຍເຫລືອ ຈາກ ໂຄງການ ຫລື ທາງການ.
ຣາຄາ ຢາງພາລາ ໃນ ປະເທດ ລາວ ຕົກຕໍ່າ ມາຕັ້ງແຕ່ ປີ 2013 ແລະ ປັຈຈຸບັນ ທາງການ ລາວ ຍັງ ບໍ່ສາມາດ ຫາທາງ ແກ້ໄຂ ໄດ້ ຈຶ່ງສ້າງ ຄວາມ ກັງວົນ ໃຫ້ແກ່ ຊາວ ບ້ານ ວ່າ ຫາກປູກ ຢາງ ພາລາ ຕາມຄໍາ ແນະນໍາ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ຕ້ອງໃຊ້ ເວລາ ດົນນານ ເຖິງ 7 ປີ ຈຶ່ງ ຈະ ເກັບກ່ຽວໄດ້ ນັ້ນ ອາຈເປັນ ການ ຄອຍຖ້າ ທີ່ ບໍ່ຄຸ້ມຄ່າ.
ດັ່ງນັ້ນ ຊາວບ້ານ ຈຶ່ງ ຢາກສເນີ ໃຫ້ ທາງ ໂຄງການ ຊ່ວຍ ສົ່ງເສີມ ການປູກ ພືດຊນິດ ອື່ນ ແທນ ແລະ ທັງຊ່ວຍ ສ້າງ ຣະບົບ ຊົລປະທານ ເພື່ອ ສນອງນໍ້າ ໃຫ້ພື້ນທີ່ ປູກຝັງ ນໍາດ້ວຍ.