ຊາວບ້ານປາກເນີນໄດ້ດິນ ປູກຝັງ

ສົມເນ
2015.05.10
f-villager-xd ຊາວບ້ານ ໃນເຂດ ສ້າງເຂື່ອນ ໄຊຍະບູຣີ
International river

ຊາວບ້ານ ທີ່ ໄດ້ຮັບ ຜົນກະທົບ ຈາກ ເຂື່ອນ ໄຊຍະບຸຣີ ທີ່ ຍ້າຍ ໄປຢູ່ ບ້ານ ປາກເນີນ ເມືອງນ່ານ ແຂວງ ຫລວງ ພຣະບາງ ບອກວ່າ ພວກຕົນ ຫາກໍໄດ້ ຮັບດິນ ປູກຝັງ ຄອບຄົວ ລະ 0.75 ເຮັກຕາ ຈາກ ໂຄງການ ເຂື່ອນ ເພື່ອ ທົດແທນ ດິນ ໄຮ່ນາ ທີ່ ສູນເສັຽ ໃຫ້ ໂຄງການ. ດັ່ງ ຊາວບ້ານ ໄດ້ ເວົ້າວ່າ:

"ເຂົາແບ່ງ ດິນ ທີ່ວ່າ ດິນ ເຮົາເຄີຍ ຈັບຈອງ ຢູ່ ບ້ານເກົ່າ ເຮັດໄຮ່ ເຮັດສວນ ມາແລ້ວ. ເຂົາເຈົ້າ ແບ່ງໃຫ້ ຜູ້ນຶ່ງ ຄອບຄົວ ນຶ່ງ 0.75 ກິໂລຕາ ແມັດ ກໍບໍ່ ຫລາຍ ປານໃດ ມັນບໍ່ຮອດ ເຮັກຕາ ດອກ ຈະ ໃຫ້ ພໍໃຈ ເຕັມທີ່ ມັນກໍ ບໍ່ພໍໃຈ ດອກເນາະ ເພາະວ່າ ດິນມັນ ຄ້ອຍຊັນ ຫລາຍ ຫັ້ນນະ ແລ້ວ ຈະຊອກ ດິນ ບ່ອນພຽງ ມັນບໍ່ມີ ເຂດ ເຮົາພີ້".

ຊາວບ້ານ ທີ່ ໄດ້ຮັບ ຜົນ ກະທົບ ຈາກ ໂຄງການ ເຂື່ອນ ໄຊຍະບູຣີ ມີ ກວ່າ 2,100 ຄົນ ໃນນັ້ນ ມີ ຊາວບ້ານ ຈໍານວນ 450 ຄົນ ໄດ້ ຍ້າຍ ໄປຈາກ ບ້ານ ປາກເນີນ ເກົ່າ ມາຢູ່ ບ້ານ ປາກເນີນ ໃໝ່ ຊຶ່ງ ເປັນບ້ານ ທີ່ ທາງ ໂຄງການ ຈັດສັນ ໃຫ້ ຕັ້ງແຕ່ ຕົ້ນປີ 2013, ແລະ ຊາວບ້ານ ຈໍານວນ 450 ຄົນ ຈາກ ບ້ານ ຫ້ວຍສູຍ ໄດ້ຍ້າຍ ໄປຢູ່ ບ້ານ ຈັດສັນ ໃໝ່ ບ້ານ ນາຕໍໃຫ່ຽ.

ຊາວບ້ານ ວ່າ ພວກຕົນ ບໍ່ທັນໄດ້ ຮັບ ໃບຕາດິນ ທີ່ ຢັ້ງຢືນ ວ່າເປັນ ຂອງ ຕົນເອງ ເທື່ອ. ທີ່ດິນ ທີ່ ໄດ້ຮັບ ຈາກ ໂຄງການ ນີ້ ເປັນດິນ ຄ້ອຍ ບໍ່ ສາມາດ ເຮັດນາ ໄດ້ ນອກຈາກ ປູກພືດ ອື່ນໆ ແທນ. ປະຊາຊົນ ທີ່ ຍ້າຍ ມາຢູ່ ບ້ານ ຈັດສັນ ໃໝ່ ນັ້ນ ໄດ້ ເຮືອນຢູ່ ຄອບຄົວ ລະ ນຶ່ງຫລັງ, ເງິນ ລ້ຽງດູ 120,000 ກີບ ຕໍ່ຄົນ ຕໍ່ເດືອນ ເປັນ ເວລາ 1 ປີ. ມາຮອດ ປັດຈຸບັນ ນີ້ ເງິນ ອຸດໜູນ ດັ່ງກ່າວ ກໍຖືວ່າ ບໍ່ໄດ້ ຮັບ ອີກແລ້ວ. ຊາວບ້ານ ວ່າ ການ ຊ່ວຍເຫລືອ ຂອງ ໂຄງການ ໃນລະຍະ ຜ່ານມາ ລ້າຊ້າ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.