ຊາວບ້ານຍ້າຍຈາກເຂື່ອນຍັງ ລໍາບາກ

ໄມຊູລີ
2016.02.01
F-XD ຄຸ້ມບ້ານໃໝ່ ຂອງຊາວບ້ານ ບ້ານຫ້ວຍສູຍ ທີ່ຕ້ອງໄດ້ໂຍກຍ້າຍ ອອກຈາກພື້ນທີ່ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ
Courtesy of international river

ຊາວບ້ານ ບ້ານນາຕໍໃຫຽ່ ຈໍານວນ 78 ຄອບຄົວ ທີ່ ຍ້າຍມາຈາກ ບ້ານຫ້ວຍສູຍ ຊຶ່ງ ເປັນເຂດ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ນັ້ນ ປັດຈຸບັນນີ້ ກໍມີທີ່ຢູ່ ອາສັຍ ເປັນ ປົກກະຕິ ແລ້ວ, ມີດິນ ປູກຝັງ ຄອບຄົວ ລະ 1 ເຮັກຕາ, ແຕ່ຍັງຂາດ ທຶນຮອນ ໃນການ ປະກອບ ອາຊີພ ໃໝ່ ເປັນຕົ້ນ ການລ້ຽງສັຕ ແລະ ຄ້າຂາຍຍ່ອຍ ຈຶ່ງຢາກໃຫ້ ທາງ ຣັຖຍານ ຊ່ວຍເຫລືອຕື່ມ ດັ່ງ ຊາວບ້ານ ຜູ້ນຶ່ງ ເວົ້າວ່າ:

“ບາງຄອບຄົວ ກໍຂາດເຂີນ ເວົ້າເຣື້ອງເງິນ ເຮັດ ການກະເສດ ເພາະວ່າ ເພິ່ນ ສນອງໃຫ້ ຢູ່ແລ້ວ ແຕ່ວ່າມັນ ບໍ່ພຽງພໍ ເພາະວ່າ ຢາກໄດ້ເງິນ ມາລົງທຶນ ຄ້າຂາຍ ອິຫຍັງຕ່າງໆ ເພາະວ່າ ທາງຂັ້ນເທິງ ເພິ່ນມອບໃຫ້ ຄອບຄົວລະ 1 ເຮັກຕ່າ”.

ທ່ານ ເລົ່າ ໃຫ້ຟັງວ່າ ທີ່ດິນ ທີ່ທາງ ໂຄງການ ຈັດສັນໃຫ້ ຄອບຄົວລະ 1 ເຮັກຕາ ນັ້ນເປັນດິນ ຮົກເຣື້ອຢູ່ ບໍ່ທັນໄດ້ ບຸກເບີກ ແລະ ເປັນດິນ ແຫ້ງແລ້ງ ບໍ່ສາມາດ ປູກຝັງໄດ້ ຫຍັງໄດ້ ນອກຈາກ ປູກເຂົ້າໂພດ.

ບ້ານ ນາຕໍໃຫຽ່ ເປັນບ້ານ ຈັດສັນໃໝ່ ທີ່ ທາງໂຄງການ ສ້າງໃຫ້ ປະຊາຊົນ ທັງໝົດ ເກືອບ 500 ຄົນ, ເປັນເຮືອນ ສອງຊັ້ນ, ມີ ນໍ້າປະປາ ແລະ ໄຟຟ້າ ຕັ້ງຢູ່ ຫ່າງຈາກ ໂຮງໝໍໃຫຽ່ ປະມານ 2 ກິໂລແມັດ. ຊາວບ້ານວ່າ ຫລັງຈາກ ຍ້າຍມາຢູ່ ບັານຈັດສັນ ແລ້ວ ການດໍາຣົງ ຊີວິດ ກໍຝືດເຄືອງ ຍ້ອນຂາດ ທີ່ດິນ ປູກຝັງ.

ປັຈຈຸບັນ ເຂື່ອນ ໄຊຍະບູຣີ ສ້າງ ສໍາເຣັດ ແລ້ວ 60%, ຈະ ຜລິດກະແສ ໄຟຟ້າໄດ້ ພາຍໃນ ປີ 2019 ແລະ ໄຟຟ້າ ປະມານ 95 ສ່ວນຮ້ອຍ ຈະສົ່ງຂາຍ ໃຫ້ ປະເທດໄທ ຕາມ ຣາຍງານ ຂອງ ທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.