ຄົນງານລາວມີບໍ່ຫຼາຍ ຢູ່ເຂື່ອນ ໄຊຍະບູຣີ

ສິດນີ
2017.06.12
f-xayaburi ເຂື່ອນໄຟຟ້າ ໄຊຍະບູຣີ ທີ່ກໍາລັງຢູ່ໃນການກໍ່ສ້າງ
Screen captured VolvoCE APAC video

ເຈົ້າຫນ້າທີ່ແຂວງໄຊຍະບູຣີ ທ່ານນຶ່ງເວົ້າວ່າ ຄົນງານທີ່ເຮັດວຽກ ໃນໂຄງການ ເຂື່ອນ ໄຊຍະບູຣີ ທັງພາກວິຊາການ ແລະ ກຳມະກອນ ນັ້ນສ່ວນໃຫຍ່ ແມ່ນມາຈາກ ຕ່າງປະເທດ ສຳລັບ ຄົນງານລາວ ມີບໍ່ຮອດ 10 ເປີເຊັນ ໃນຈຳນວນ ຄົນງານ ທັງຫມົດ ເກືອບຮອດ ນຶ່ງພັນຄົນ. ດັ່ງທ່ານກ່າວ ໃນວັນທີ 12 ມິຖຸນາ ນີ້ວ່າ:

"ບ່ອນກໍ່ສ້າງຫັ້ນແມ່ນຈະມີ ກຳມະກອນ ຈາກ ຈີນແລະວຽດນາມ ຫລາຍ, ຈາກນັ້ນມາ ກໍຈະເປັນໄທ ແລະຟີລີປີນ ຂະເຈົ້າຈະເອົາຄົນ ຈາກປະເທດ ຂະເຈົ້າມາພ້ອມເລີຍ ຫັ້ນນະ  ເປັນຍຸທສາດ ຂອງຂະເຈົ້າ ເຊັ່ນການທີ່ບໍ່ຢາກ ທີ່ຈະຈ້າງ ຄົນລາວຫລາຍ ບໍ່ຢາກເສັຽເງິນ ໃຫ້ຄົນລາວ ອັນທີສອງມາ ກໍຍ້ອນວ່າ ຄົນລາວເຮົາ ເຣື້ອງຄວາມສາມາດ ທີ່ຈະເຮັດ ຈະບໍ່ມີຄວາມ ສາມາດຫລາຍທໍ່ ຂະເຈົ້າ".

ທ່ານກ່າວຕື່ມວ່າ ການເຂົ້າມາຂອງຄົນງານຕ່າງປະເທດ ກໍດີຢູ່ບ່ອນວ່າ ເຮັດໃຫ້ການກໍ່ສ້າງ ແລ້ວໄວ ເພາະຄົນງານ ຕ່າງປະເທດ ມີສີມືດີ ແຕ່ໃນຂນະດຽວກັນ ບັນຫາ ທີ່ຕາມມາ ກໍແມ່ນວ່າ ບັນຫາ ຢາເສບຕິດ ການຄ້າປະເວນີ ແລະ ບັນຫາ ທາງສັງຄົມ ປະເພດຕ່າງໆ ກໍເຂົ້າມານຳ:

"ອັນນີ້ກຳມະກອນມາເປັນຈຳນວນ ພັນຄົນ ເພາະວ່າມັນ ເປັນເຂື່ອນຂນາດໃຫຍ່ ເຫດການຕ່າງໆ ມັນກໍຈະຕາມມາ ເຊັ່ນການຂາຍ ບໍຣິການ ກໍເກີດຂຶ້ນ ແລະ ກໍບັນຫາ ຢາເສບຕິດ ທີ່ບໍ່ເຄີຍມີ ກໍເລີ້ມມີ ເພາະວ່າ ສ່ວນຫລາຍ ກຳມະກອນ ຂະເຈົ້າ ເຮັດວຽກຫນັກ ແລ້ວກໍຂະເຈົ້າ ຕ້ອງການຕື່ມຫລາຍ".

ເຂື່ອນໄຊຍະບູຣີ ເປັນເຂື່ອນນ້ຳຂອງ ຂນາດໃຫຍ່ ເລີ້ມສ້າງໃນປີ 2012 ໃນປັດຈຸບັນ ສ້າງສຳເຣັດ ແລ້ວປະມານ 80% ຈະສ້າງໃຫ້ ແລ້ວພາຍໃນ ສອງປີຂ້າງຫນ້າ ແລະ ເຂື່ອນ ດັ່ງກ່າວ ສາມາດຜລີດ ກະແສໄຟຟ້າ ໄດ້ກວ່າ 1 ພັນເມກາວັດ ໄຟຟ້າສ່ວນໃຫຍ່ ປະມານ 95% ແມ່ນຂາຍໃຫ້ ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.