39 ຄອບຄົວ ມ.ໄຊ ໄດ້ຄ່າຊົດເຊີຍ

ວຽກງານການເຈາະອຸມົງ ຂອງທາງຣົດໄຟ ລາວ-ຈີນ
ວຽກງານການເຈາະອຸມົງ ຂອງທາງຣົດໄຟ ລາວ-ຈີນ (RFA/VD)

0:00 / 0:00

ປະຊາຊົນເມືອງໄຊ ແຂວງອຸດົມໄຊ 39 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ໄດ້ຮັບຄ່າຊົດເຊີຍ ຈາກ ໂຄງການ ເປັນເງິນ 60 ຕື້ກີບ. ເຈົ້າໜ້າທີ່ເມືອງໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ມີນາວ່າ:

"ໄດ້ເງິນທາງຣົດໄຟໄດ້ 39 [ຄອບຄົວ] ຫລາຍບ້ານ ບ້ານຖິ່ນ ບ້ານອິສັງເຂົາໃຫ້ໝົດແລ້ວນະ ບ້ານເຮົານີ້ຍັງ 20 ປາຍ [ຄອບຄົວ]."

ປະຊາຊົນ 39 ຄອບຄົວ ທີ່ໄດ້ຮັບຄ່າຊົດເຊີຍນັ້ນ ຢູ່ບ້ານ ບ້ານຫ້ວຍຂຸມ, ບ້ານຖິ່ນ ແລະ ບ້ານອື່ນໆ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ຜູ້ທີ່ໄດ້ຮັບຄ່າຊົດເຊີຍ ເທື່ອນີ້ ສ່ວນໃຫຍ່ ແມ່ນຜູ້ທີ່ເສັຽທີ່ດິນປູກຝັງ ໃຫ້ໂຄງການດັ່ງກ່າວ ແລະ ຍັງມີປະຊາຊົນ ຢູ່ເມືອງໄຊ ອີກຫລາຍ ຄອບຄົວ ທີ່ຍັງລໍຖ້າຄ່າຊົດເຊີຍ ໃນງວດຕໍ່ໄປ, ແຕ່ຍັງບໍ່ທັນໄດ້ລະບຸມື້ຊົດເຊີຍ ຢ່າງເປັນທາງການ.

ໃນປີ 2019 ປະຊາຊົນ ຢູ່ເມືອງໄຊ ໄດ້ຮັບຄ່າຊົດເຊີຍແລ້ວ 2 ງວດ - ງວດທຳອິດໂຄງການ ໄດ້ຈ່າຍຄ່າຊົດເຊີຍໃຫ້ ປະຊາຊົນບ້ານ ຫ້ວຍຂຸມ ຈຳນວນ 13 ຄອບຄົວມູນຄ່າປະມານ 4 ຕື້ກີບ ແລະງວດທີສອງ ໂຄງການຈ່າຍໃຫ້ປະຊາຊົນ 92 ຄອບຄົວຢູ່ບ້ານ ຫ້ວຍຂຸມ, ບ້ານນາສາວ, ບ້ານບາງແມງ ແລະ ບ້ານຫ້ວຍຫຍຳ ມູນຄ່າ 24 ຕື້ກີບ.

ປັດຈຸບັນ ການກໍ່ສ້າງທາງຣົດໄຟ ມີຄວາມຄືບໜ້າໄປແລ້ວ 80 ເປີເຊັນ ແຕ່ ຍັງມີປະຊາຊົນ ຢູ່ແຂວງອຸດົມໄຊ ແລະ ຫລວງພຣະບາງ ອີກຫລາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.

ເຖິງຢ່າງໃດກໍຕາມ ທ່ານ ຈະເລີນ ເຢັຽປໍເຮີ ໂສສົກຣັຖບານ ໄດ້ກ່າວຕໍ່ສື່ມວນຊົນ ໃນປະກອງປະຊຸມຣັຖບານ ໃນວັນທີ 24 ເມສາ 2019 ທີ່ຜ່ານມາວ່າ: ທາງຣັຖບານໄດ້ສັ່ງໃຫ້ ພາກສ່ວນກ່ຽວຂ້ອງ ດຳເນີນການຊົດເຊີຍ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ໃຫ້ສຳເລັດໄວ ທີ່ສຸດ ເພື່ອບໍ່ໃຫ້ເກີດຫາງສຽງ ປະຊາຊົນຈົ່ມ ອັນສ້າງພາບພົດ ທີ່ບໍ່ດີຕໍ່ໂຄງການດັ່ງກ່າວ.