ການຄ້າສັດປ່າຢູ່ ລາວ
2019.01.07
ເມື່ອບໍ່ດົນຜ່ານມາ ຂ້າພະເຈົ້າ ໄດ້ມີໂອກາດໄປທຸຣະທາງການ ກັບໝູ່ຄນະ ສິບກວ່າຄົນ ທີ່ເມືອງພິນ ແຂວງສວັນນະເຂດ, ເມື່ອໄປຮອດ ກໍປະມານຕອນທ່ຽງພໍດີ, ພວກໝູ່ກໍເຂົ້າຮ້ານອາຫານ ແຄມທາງແຫ່ງນຶ່ງ ແລ້ວນຶ່ງຊົ່ວໂມງຕໍ່ມາ ພວກໝູ່ກໍເອິ້ນ ຂ້າພະເຈົ້າມາກິນເຂົ້ານຳ. ໝູ່ຜູ້ນຶ່ງເອິ້ນວ່າ “ມາແມ໋ ມາກິນລາບກວາງ" ໝູ່ຜູ້ອື່ນໆ ກໍຮ້ອງຂຶ້ນພ້ອມໆກັນວ່າ “ມາ ມາ ມາກິນລາບກວາງ ແຊບໆ.”
ສອງມື້ຕໍ່ມາ ຫລັງຈາກເຮັດວຽກສຳເຣັດແລ້ວ ພວກເຮົາທັງໝົດ ກໍຂຶ້ນຣົດຕູ້ ຂນາດໃຫຍ່ນັ້ນກັບນະຄອນຫລວງວຽງຈັນ; ແຕ່ອອກມາຈາກ ເມືອງພິນບໍ່ດົນ ຣົດກໍຈອດຕໍ່ໜ້າຮ້ານແຄມທາງ. ພວກເຮົາເກືອບທຸກຄົນ ລົງຣົດ; ຂ້າພະເຈົ້າ ສັງເກດເຫັນໄກ່ຢ້າງ ແຂວນຢູ່ໜ້າຮ້ານສິບ ກວ່າໂຕ; ໝູ່ຜູ້ນຶ່ງກໍບອກຂ້າພະເຈົ້າວ່າ “ຊື້ແມ໊ ໄກ່ປ່າໃດ໋.” ໃນຂນະດຽວກັນ ໝູ່ຜູ້ນັ້ນແລະຄົນອື່ນໆ ກໍຊື້ຜູ້ລະນຶ່ງໂຕສອງໂຕ.
ນັ້ນສະແດງໃຫ້ເຫັນວ່າ ການຄ້າສັດປ່າຢູ່ລາວ ຍັງມີຫຼາຍ ແລະແບບເປີດແປນ ທັງຕາມແຄມທາງແລະໃນຕລາດຕ່າງໆ; ຕົວຢ່າງຢູ່ຕາມ ຕລາດເທສບານ ໃນຫລາຍເມືອງ ຢູ່ແຂວງຊຽງຂວາງ ກໍມີການຂາຍສັດປ່າຫວງຫ້າມທຸກມື້. ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຊຽງຂວາງ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ເປີດເຜີຍເຣື່ອງນີ້ກັບນັກຂ່າວ ວິທຍຸເອເຊັຍເສຣີ ຂອງພວກເຮົາ ມື້ວານນີ້ວ່າ:
“ໂອ່ຫຼາຍແທ້ ກໍຍຶດໄດ້ຫຼາຍຢູ່ ທຳຣາຍຖິ້ມ ເປັນຕົວກະຮອກ ກະເລັ່ນ ຕົວກວາງ ຕົວຟານ ຕົວຮອນ ຕົວເໝັ້ນ ຕົວຫຍັງກໍມີແຫຼະ ນົກ ຄ້າຂາຍຢູ່ຕາມຕລາດນະ ຕລາດນ້ຳງຳກໍມີ ສວນພູຄຳນີ່ກໍມີ ເຂົາກໍລັກເຮັດລັກໄປເອົາອອກມາວາງຂາຍ.”
ເຈົ້າໜ້າທີ່ທ່ານນີ້ໃຫ້ຣາຍລະອຽດຕື່ມວ່າ ຕລາດໃນແຂວງຊຽງຂວາງ ສ່ວນຫລາຍ ທີ່ມີການຂາຍສັດປ່າ ຫວງຫ້າມ ກໍແມ່ນຕລາດເມືອງຄຳ ເມືອງແປກ ແລະເມືອງພູກູດ. ໃນສະເພາະສາມເມືອງນີ້ ໃນປີທີ່ຜ່ານມາ ເຈົ້າໜ້າທີ່ສາມາດກວດກາ ແລະ ຍຶດ ສັດປ່າ ແລະ ຊິ້ນສ່ວນ ສັດປ່າ ໄດ້ຫລາຍເຖິງ 400 ກິໂລກຣາມ ແລະຈັບພວກຄ້າສັດປ່າ ໄດ້ຊາວກວ່າຄົນ. ພວກພໍ່ຄ້າແມ່ຄ້າສ່ວນນຶ່ງ ແມ່ນຊາວບ້ານໃນແຂວງ ຊຽງຂວາງເອງ ແລະອີກສ່ວນນຶ່ງ ມາຈາກຕ່າງແຂວງ.
ພວກພໍ່ຄ້າແມ່ຄ້າພາຍໃນແຂວງ ຮັບສາຣະພາບວ່າ ພວກເຂົາເຂົ້າປ່າ ໂດຍສະເພາະ ປ່າພູນ້ຳງຳ ເພື່ອລັກລ່າສັດປ່າທຸກຊນິດ ນັບແຕ່ ກະຮອກກະແຕຈົນເຖິງກວາງຟານ ຫລືບາງເທື່ອກໍຮັບຊື້ສັດປ່າ ຈາກແຂວງອື່ນ. ພວກຄ້າສັດປ່າເວົ້າວ່າ ສັດປ່າຂາຍດີ ມີຣາຄາແພງ ຄົນນິຍົມຫລາຍ ທັງຄົນລາວແລະຕ່າງປະເທດ ໂດຍສະເພາະຄົນຈີນ.
ເຈົ້າໜ້າທີ່ແຂວງຊຽງຂວາງ ທ່ານນີ້ເວົ້າອີກວ່າ ເຈົ້າໜ້າທີ່ຫ້ອງການ ຂອງທ່ານພ້ອມດ້ວຍ ຜແນກອື່ນໆ ກໍໄດ້ກວດກາ ແລະກວາດລ້າງ ການຄ້າສັດປ່າເລື້ອຍໆ ແຕ່ບໍ່ໄຫວ ຍັງມີການລັກລອບຂາຍຫລາຍຢູ່:
“ຍາມນີ້ ກໍມອບເຈົ້າໜ້າທີ່ຊັບກໍມີແລ້ວ ແຕ່ກໍບໍ່ອັນນັ້ນນະ ເຂົາກໍລັກເຮັດ ລັກໄປເອົາອອກມາວາງຂາຍ ເທື່ອລະເລັກລະນ້ອຍຢູ່ນັ້ນແລ້ວ ກໍທາງພື້ນໂຕະ ມັນຫລາຍເນາະ ແມ່ຄ້າທາງນອກເນາະເອົາມາຂາຍ ແລ້ວກໍແມ່ຄ້າຢູ່ໃນເມືອງໄປຮັບຊື້ເອົາເນາະ ເຂົາໄດ້ແລ້ວ ເຂົາໂທມາ ແລ້ວເຂົາກໍໄປເອົາຊັ່ນນະ.”
ຕໍ່ຄຳຖາມຂອງນັກຂ່າວຂອງພວກເຮົາ ທີ່ວ່າເປັນຫຍັງຈຶ່ງປາບບໍ່ໄຫວ, ເຈົ້າໜ້າທີ່ທ່ານນີ້ຕອບວ່າ ບໍ່ໄຫວເພາະພວກເຮົາມີກຳລັງຊັບ ແລະ ກຳລັງຄົນໜ້ອຍ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ.
ເມືອງສອງປີກ່ອນ ຂ້າພະເຈົ້າຂີ່ຣົດຈາກນະຄອນຫລວງວຽງຈັນ ລົງໄປຢາມພີ່ນ້ອງທີ່ເມືອງ ທ່າແຂກ ແຂວງຄຳມ່ວນ; ເມື່ອມາເຖິງຕລາດ ທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄຳໄຊ ກໍຈອດຣົດຢູ່ຕໍ່ໜ້າຕລາດ ແລະໃກ້ໆກັບປ້ານໃຫຍ່ໆສູງໆບ້ານນຶ່ງ ທີ່ຂຽນໃນທຳນອງວ່າ ຫ້າມຄ້າຂາຍສັດປ່າ; ສັດປ່າ ເປັນຊັພຍາກອນທັມມະຊາດ ອັນລ້ຳຄ່າ ທຸກຄົນມີສ່ວນໃນການປົກປັກຮັກສາ.
ເມື່ອອ່ານປ້ານແລ້ວ ຂ້າພະເຈົ້າ ກໍຍ່າງເຂົ້າໄປໃນຕລາດ ຍ່າງເຂົ້າໄປເລິກໆທາງຫລັງ ແມ່ຄ້າສອງສາມຄົນກໍຖາມວ່າ ຊື້ບໍ່ສັດປ່າ ເອົາບໍ່ ກະຕ່າຍ ລິ່ນຫລືແລນ. ໃນເວລານັ້ນ ຂ້າພະເຈົ້າ ກໍສັງເກດເຫັນ ສັດປ່າຕີງດຸກດິກດຸກດິກ ຢູໃນກະເປົາປ່ານ ທີ່ວາງໄວ້ ກັບພື້ນໃກ້ໆກັບ ໂຕະຂາຍເຄື່ອງອື່ນໆ.
ຊາວບ້ານທົ່ງນາມີຜູ້ນຶ່ງເວົ້າສູ່ຟັງວ່າ ນອກຈາກຈະເຮັດໄຮ່ເຮັດນາແລ້ວ ຊາວບ້ານໃນເຂດນີ້ ຍັງມີອາຊີບຊອກຫາຈັບສັດປ່າ ມາກິນແລະຂາຍ; ດຽວນີ້ແມ໊ແຕ່ເຕົ່າ ກໍຫາຍາກ ເຕົ່າໂຕໃດ ມີສີເຫລືອງໆຫລືສີຄຳ ແຮ່ງໄດ້ຣາຄາດີ.
ອາທິດນຶ່ງຕໍ່ມາ ຂ້າພະເຈົ້າກໍໄປທ່ຽວ ແຂວງຈຳປາສັກ ແນ່ນອນກໍໄດ້ໄປເບິ່ງຕາດຟານ ແລະໄດ້ເຂົ້າໄປກິນເຂົ້າເຊົ້າ ຢູ່ຮ້ານອາຫານແຫ່ງນຶ່ງ; ເມື່ອຍ່າງເຂົ້າໄປ ຂ້າພະເຈົ້າກໍເຫັນເຕົາໄຟ ທີ່ມີຖ່ານໄຟຮ້ອນໆແດງໆຢູ່ ແລະເຈົ້າຂອງຮ້ານ ກໍຖາມທັນທີວ່າ
“ກິນຊິ້ນແຫ້ງກວາງຫລືໝູ່ປ່າບໍ່ ຈີ່ສົດໆຮ້ອນເລີຍໃດ໋.”
ເມື່ອສອງອາທິດກ່ອນ ຢູ່ຕລາດຜ່ອນປົນບ້ານເປັ່ງຈານ ເມືອງຣັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຈົ້າໜ້າທີ່ຕຳຣວດ ກໍຈັບ ນາງເດືອນ ອາຍຸ 30 ປີ ແລະນາງນ້ອຍ ອາຍຸ 33 ປີ ຄົນລາວຈາກເມືອງປາກຊັນ ແຂວງບໍຄຳໄຊ ພ້ອມຍຶດສັດປ່າ ຂອງພວກເຂົາ ຊຶ່ງມີເຫງັນນຶ່ງໂຕ ແລະກະຮອກ 73 ໂຕ ທີ່ມີທັງກະຮອກບິນ ກະຮອກແດງ ແລະກະຮອກດຳ. ຊາວລາວທັງສອງຄົນ ຖືກກ່າວຫາຄະດີ ມີສັດປ່າຫວງຫ້າມ ຢູ່ໃນຄອບຄອງແລະເພື່ອຂາຍ.