ນໍ້າປະປາຂາດງົປ ການຜລິດເພີ້ມ

ຫ້ວຍໜອງຄອງບຶງ ໃນນະຄອນຫລວງວຽງຈັນ
ຫ້ວຍໜອງຄອງບຶງ ໃນນະຄອນຫລວງວຽງຈັນ (Mek/fb)

0:00 / 0:00

ຣັຖວິສາຫະກິຈ ນໍ້າປະປາ ບໍ່ສາມາດ ຕອບສນອງ ນໍ້າ ຕາມຄວາມ ຕ້ອງການ ຂອງ ປະຊາກອນ ທີ່ກໍາລັງ ເພີ້ມຂຶ້ນ ໃນຂະນະທີ່ ເສຖກິຈ ສັງຄົມ ມີການພັທນາ ຢ່າງວ່ອງໄວ ເນື່ອງຈາກວ່າ ພາກສ່ວນ ດັ່ງກ່າວ ຂາດງົປມານ ໃນການເພີ້ມ ບໍຣິມາດ ການຜລິດ.

ການຂຍາຍໂຕ ທາງດ້ານເສຖກິຈ ສັງຄົມ ຢ່າງວ່ອງໄວ ຄຽງຄູ່ກັບການເພີ້ມຂຶ້ນ ຂອງປະຊາກອນ ຮວມທັງ ການໂຍກຍ້າຍເຂົ້າໄປ ຊອກວຽກເຮັດງານທໍາ ໃນຕົວເມືອງ ເຮັດໃຫ້ ການສນອງນໍ້າປະປາ ບໍ່ພຽງພໍ ກັບຄວາມຕ້ອງການ ຂອງປະຊາຊົນ ໃນຂະນະທີ່ ການຜລິດນໍ້າ ຂອງໂຮງງານນໍ້າປະປາ ມີການຂຍາຍໂຕ ຢ່າງຊັກຊ້າ ຍ້ອນຂາດງົປມານ.
ປະຊາຊົນ ບາງພື້ນທີ່ ໃນນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຍັງປະສົບກັບ ບັນຫາ ນໍ້າມາ ບໍ່ປົກກະຕິ ແລະ ຂາດແຄນນໍ້າໃຊ້ ເນື່ອງຈາກວ່າ ມີການຊົມໃຊ້ນໍ້າຫລາຍຂຶ້ນ, ໂດຍສະເພາະ ແມ່ນໃນລະຍະ ຣະດູແລ້ງ ແລະ ອາກາດຮ້ອນ ທີ່ມີຄົນໃຊ້ນໍ້າຫລາຍ ຈົນເຮັດໃຫ້ນໍ້າ ມາບໍ່ປົກກະຕິ ເປັນເວລາ ຫລາຍເດືອນ.
ຊາວລາວ ທີ່ເຄີຍ ປະສົບກັບບັນຫາ ການຂາດແຄນນໍ້າໃຊ້ ກ່າວໃນຕອນນຶ່ງ ວ່າ:

“ນໍ້າກະບໍ່ຂຶ້ນ ບໍ່ຂຶ້ນພໍ ກະປະມານ ເຄິ່ງມື້ນີ້ແຫລະ ເພາະວ່າ ມັນຈ່າຍບໍ່ທັນ ບາງບ້ານກໍຈໍາເປັນ ໄດ້ໃຊ້ຫລາຍຫັ໋ນນ໋າ ປະຊາກອນຫລາຍເດ. ສົມມຸດວ່າ ຄົນໃນເຮືອນເຮົາ 5-6 ຄົນ, 7-8 ຄົນ, ເຮົາກະຕ້ອງໄດ້ໃຊ້ຫລາຍ ໃຊ້ລ້າງຖ້ວຍ, ອາບນໍ້າ, ໃຊ້ທຸກຢ່າງຫັ໋ນແຫລະ ມັນມາຄ່ອຍ ກະຕອນ ຄົນໃຊ້ຫລາຍ ຫັ໋ນແຫລະ. ປັດໃຈຄົນໃຊ້ຫລາຍ ກະຕອນແລງເບາະ ຕອນເຂົາເຮັດກິນ ເຮັດຫຍັງ ຫັ໋ນແຫລະ, ລ້າງຜັກລ້າງເຫຍື້ອແມ່ນບໍ່, ອາບນໍ້ານີ້ແຫລະ ປະມານນີ້ ນິແຫລະ.”

ສະພາບການດັ່ງກ່າວ ໄດ້ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ຈຶ່ງເຮັດໃຫ້ພວກຂະເຈົ້າ ສເນີໄປຍັງ ພາກສ່ວນທີ່ກ່ຽວຂ້ອງ. ກ່ຽວກັບ ບັນຫາ ດັ່ງກ່າວ, ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ເຫດຜົລ ວ່າ ການຜລິດນໍ້າປະປາ ໃນປັຈຈຸບັນ ບໍ່ສາມາດ ຕອບສນອງ ຄວາມຕ້ອງການ ຂອງປະຊາຊົນ ທີ່ນັບມື້ນັບຫລາຍຂຶ້ນໄດ້ ໃນຂະນະທີ່ ງົປມານ ໃນການຂຍາຍ ກໍາລັງການຜລິດ ມີຂີດຈໍາກັດ. ທ່ານ ຄໍາເຜີຍ ວົງສາຄໍາຜຸຍ, ຜູ້ອໍານວຍການ ຣັຖວິສາຫະກິຈ ນໍ້າປະປາ ນະຄອນຫລວງວຽງຈັນ, ກ່າວຕໍ່ຜູ້ຊື່ຂ່າວ ເມື່ອຕົ້ນເດືອນ ກໍຣະກະດາ ຜ່ານມາວ່າ ນະຄອນຫລວງວຽງຈັນ ມີໂຮງງານຜລິດນໍ້າ 4 ແຫ່ງ ຄື ຢູ່ ຈີ່ນາຍໂມ້, ເກົ້າລ້ຽວ, ດົງໝາກຄາຍ ແລະ ດົງບອງ, ຊຶ່ງມີບໍຣິມາດ ການຜລິດທັງໝົດ 180,000 ແມັດກ້ອນ, ແຕ່ຄວາມຕ້ອງການ ຂອງສັງຄົມ ມີເຖິງ 300,000 ກ່ວາແມັດກ້ອນ. ພ້ອມດຽວກັນນັ້ນ, ໂຄງການພັທນາ ຕົວເມືອງຕ່າງໆ ກໍນັບມື້ນັບເພີ້ມຂຶ້ນ. ອີງຕາມຂໍ້ມູນ ການສໍາຣວດ ປະຊາກອນ ແຫ່ງຊາຕ, ຄາດຄະເນ ວ່າ ປະຊາກອນ ໃນນະຄອນຫລວງວຽງຈັນ ຈະເພີ້ມຂຶ້ນ ຢ່າງວ່ອງໄວ ມາເປັນ 1 ລ້ານ 4 ແສນກ່ວາຄົນ ໃນປີ 2030 ຈາກ 690,000 ຄົນ ໃນປີ 2005. ເມື່ອບໍ່ນານມານີ້ ມີໂຕເລກ ທີ່ບໍເປັນທາງການ ອອກມາວ່າ ປະຊາກອນ ໃນນະຄອນຫລວງວຽງຈັນ ມີເກືອບເຖິງ 800,000 ຄົນ.

ປັຈຈຸບັນ, ໂຮງງານນໍ້າປະປາ ໃນນະຄອນຫລວງວຽງຈັນ ສາມາດ ຕອບສນອງນໍ້າ ໃຫ້ປະຊາຊົນ ໄດ້ພຽງແຕ່ 70 ສ່ວນຮ້ອຍ ເທົ່ານັ້ນ ດັ່ງນັ້ນ ບາງຄຸ້ມບ້ານ ໃນເຂດພື້ນທີ່ສູງ ແລະ ເຂດຊານເມືອງ ຈຶ່ງຂາດນໍ້າ, ບວກກັບ ຄວາມຕ້ອງການ ຊົມໃຊ້ນໍ້າ ໃນຣະດູຮ້ອນ ເພີ້ມຂຶ້ນ. ນຶ່ງ ໃນເຂດພື້ນທີ່ສູງ ປະສົບກັບບັນຫາ ຂາດນໍ້າໃຊ້ ຄື ໂຮງໝໍ ມິຕພາບ, ຊຶ່ງທາງໜ່ວຍງານ ທີ່ກ່ຽວຂ້ອງ ກໍໄດ້ລົງໄປກວດກາແລ້ວ ແລະ ມີແຜນການ ຈະແກ້ໄຂໃນໄວໆນີ້. ນອກຈາກ ນະຄອນຫລວງວຽງຈັນແລ້ວ, ທາງແຂວງວຽງຈັນ ເປັນຕົ້ນແມ່ນ ເມືອງທຸລະຄົມ, ເມືອງວັງວຽງ ແລະ ເມືອງໂພນໂຮງ ກໍປະສົບກັບ ບັນຫາຂາດແຄນນໍ້າໃຊ້ ຫລື ນໍ້າບໍ່ມາ ເປັນປົກກະຕິ ເຊັ່ນດຽວກັນ. ເຈົ້າໜ້າທີ່ ນໍ້າປະປາ ທ່ານນຶ່ງ ກ່າວກ່ຽວກັບເຣື້ອງນີ້ ວ່າ:

“ໂອ ຢູ່ພີ້ ກໍຂາດເຂີນເດ ບ່ອນໃດ ທີ່ສ້າງແຕ່ກີ້ຫັ້ນ ເກາະ ດຽວນີ້ ສະມັຕພາບ ການຜລິດ ກໍໜ້ອຍ. ບາງເມືອງ ພວກເຮົາ ກະຖືວ່າບໍ່ພຽງພໍຫັ໋ນແຫລະ ບາງເມືອງນະ ເປັນຕົ້ນ ແມ່ນ ຄື ຢູ່ທຸລະຄົມ ຍາມແລ້ງ ກໍບໍ່ຢາກພໍ ວັງວຽງ. ຄື ບານເກິນ ແຕ່ກີ້ ກໍແບບລັກສະນະບ້ານຊຸມຊົນ ຢູ່ນອກ ແລະ ໂຮງງານ ກໍມີແຕ່ 600 ແມັດກ້ອນ ຕໍ່ມື້, 600 ແມັດກ້ອນ ຕໍ່ມື້ ກະບໍ່ພໍແລ້ວ ດຽວນີ້ ເຂົາຕ້ອງການ ຮອດເກືອບ ເປັນ 1000 ປາຍ ແມັດກ້ອນ ຕໍ່ມື້ພຸ້ນນະ.”

ນອກຈາກນັ້ນ, ອີກບັນຫານຶ່ງ ທີ່ເຮັດໃຫ້ ນໍ້າປະປາ ມາບໍ່ປົກກະຕິ ໃນບາງເຂດ ເນື່ອງຈາກວ່າ ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງຕ່າງໆ, ແລະ ທາງຣັຖວິສາຫະກິຈເອງ ກໍມັກປະສົບກັບ ບັນຫາ ຢູ່ເລື້ອຍໆ ເນື່ອງຈາກວ່າ ຂາດງົປມານ, ພ້ອມດຽວກັນນັ້ນ ຜູ້ໃຊ້ບໍຣິການ ບາງຄອບຄົວ ກໍບໍ່ມີຄວາມຮັບຜິດຊອບ ໃນການຈ່າຍຄ່ານໍ້າປະປາ ທີ່ຕິດຄ້າງ ຕາມທີ່ໄດ້ກໍານົດໄວ້, ຊຶ່ງເຮັດໃຫ້ ທາງຣັດວິສາຫະກິຈ ປະສົບກັບ ບັນຫາ ການຣະດົມທຶນ ເຂົ້າໃນການກໍ່ສ້າງ ແລະ ຂຍາຍກໍາລັງ ການຜລິດ. ເຈົ້າໜ້າທີ່ ນໍ້າປະປາ ກ່າວກ່ຽວກັບ ສາເຫດ ຂອງການຂາດແຄນນໍ້າ ໃນຕອນນຶ່ງ ວ່າ:

“ສາເຫດ ກໍມາຈາກວ່າ ການພັທນາເສຖກິຈ ສັງຄົມ ຄັນທຽບໃສ່ລະຍະກໍ່ສ້າງຫັ໋ນ ມັນຂຍາຍຕົວໄວ ຫັ໋ນແຫລະ, ລະກິຈການ ນໍ້າປະປາ ຂອງພວກເຮົາ ບໍ່ທ່ວງທັນ ກັບການຂຍາຍຕົວ ເສຖກິຈສັງຄົມ ໃນລະຍະໃໝ່ ຄັນເວົ້າລະກະ ກໍ່ສ້າງໂຮງງານ ປັບປຸງໂຮງງານຫັ໋ນລະ ແລະ ອາໄສ ງົປມານ ຂອງພວກເຮົາ ກະບໍ່ມີແຫລະເນາະ.”

ຕາມຣາຍງານ ຂອງໜັງສືພິມ ວຽງຈັນ ທາມ, ຣັດວິສາຫະກິຈ ນໍ້າປະປາ ພວມສ້າງໂຮງງານຜລິດນໍ້າປະປາ ແຫ່ງໃໝ່ ທີ່ດົງໝາກຄາຍ ທີ່ສາມາດຜລິດນໍ້າໄດ້ 1 ແສນ ແມັດກ້ອນ ຕໍ່ມື້, ແຕ່ບໍ່ໄດ້ບອກວ່າ ອີກດົນປານໃດ ໂຮງງານດັ່ງກ່າວ ຈະສ້າງສໍາເລັດ. ແຫລ່ງຂ່າວ ດັ່ງກ່າວ ຣາຍງານ ເມື່ອທ້າຍປີກາຍນີ້ວ່າ ຣັຖບານລາວ ຕັ້ງເປົ້າໝາຍໄວ້ວ່າ ຈະເຮັດໃຫ້ ຊາວນະຄອນຫລວງວຽງຈັນ ເຖິງ 80 ສ່ວນຮ້ອຍ ສາມາດ ເຂົ້າເຖິງນໍ້າສະອາດໄດ້ ໃນປີ 2015.