ສນາມກ໊ອຟລອງທັນຈະສ້າງ ບ້ານພັກ 1500 ຫລັງ

ສິດນີ
2014.07.10
ສນາມກ໊ອຝ ລອງທັ໊ນ ຣີ້ສ໊ອຕ ຂອງ ກຸ່ມນັກລົງທຶນ ວຽດນາມ ທີ່ມີຢູ່ໃນ ຫລາຍແຫ່ງ ໃນຫລາຍ ປະເທດ
Long Thanh group

 

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ ນັກລົງທຶນ ວຽດນາມ ຈະເລີ້ມສ້າງ ບ້ານພັກ 1500 ຫລັງ ຢູ່ເຂດ ເສຖກິດ ພິເສດ ສນາມກ໊ອຟ ລອງທັນ ບ້ານ ດົງໂພສີ ເມືອງ ຫາດ ຊາຍຟອງ ນະຄອນ ຫລວງ ວຽງຈັນ ໃນ ທ້າຍປີນີ້. ເປົ້າຫມາຍ ຫລັກ ໃນການສ້າງ ວິລລາ ດັ່ງກ່າວ ກໍເພື່ອ ຂາຍໃຫ້ ນັກລົງທຶນ ຕ່າງຊາດ ຜູ້ ທີ່ຈະມາ ລົງທຶນ ແລະ ດຳເນີນ ທຸຣະກິດ ໃນລາວ ໃນ ອະນາຄົດ. ດັ່ງ ທ່ານກ່າວວ່າ:

"ມັນຈະເປັນ ວິລລາ ແບບມັນ ບໍ່ຕິດກັນ ນະ ມັນຈະເປັນ ຫລັງໃຜຫລັງມັນ ຫັ້ນນະ ຕາມ ທັມມະດາ ມັນຈະມີ 1500 ຫລັງ ພູ້ນໃດ໋ ເພີ່ນຊີ່ຂາຍ ຂາຍໃຫ້ ນັກລົງທິນ ແຫລະ ຜູ້ໃດມີ ຄວາມສົນໃຈ ຊື້ກະຊື້".

ເຈົ້າຫນ້າທີ່ ທ່ານນີ້ ກ່າວຕຶ່ມວ່າ ການສ້າງ ບ້ານພັກ ຈຳນວນ 1500 ຫລັງນັ້ນ ຄາດວ່າ ຈະສຳເຣັດ ໃນປີ 2025 ຈະໃຊ້ ເວລາ ໃນການ ກໍ່ສ້າງ ທັງຫມົດ 10 ປີ ແຕ່ບໍ່ໄດ້ ເປີດເຜີຍ ງົບປະມານ ການລົງທຶນ. ທີ່ຜ່ານມາ ນັກລົງທຶນ ວຽດນາມ ກໍໄດ້ສ້າງ ບ້ານພັກ ຕົວຢ່າງ 3 ຫລັງ ໃນ ບໍຣິເວນ ດັ່ງກ່າວ ແລະ ກໍມີ ນັກລົງທຶນ ສົນໃຈ ຈັບຈອງ ໄວ້ ລ່ວງຫນ້າ ຫມົດແລ້ວ.

ເຂດເສຖກິດ ພິເສດ ສນາມກ໊ອຟ ລອງທັນ ມີເນື້ຶ້ອທີ່ ທັງຫມົດ 557.75 ເຮັກຕາ ເລີ້ມ ທຳການ ສ້າງສາ ມາແຕ່ປີ 2008 ໂດຍ ບໍຣິສັດ ລອງທັນ ກ໊ອຟ ຈາກ ວຽດນາມ ໄດ້ຮັບ ສຳປະທານ ຈາກ ຣັຖບານລາວ ເປັນເວລາ 99 ປີ ຈະໃຊ້ເງີນ ສ້າງສາ ທັງຫມົດ ກວ່າ 1 ຕື້ໂດລາ ສະຫະຣັດ.

ໂຄງການ ຈະປະກອບດ້ວຍ ສນາມກ໊ອຟ ຂນາດ 36 ຂຸມ ທີ່ ສຳເຮັດ ແລ້ວ ຫລັງຈາກນັ້ນ ກໍຈະສ້າງ ວິລລາ, ໂຮງແຮມ 5 ດາວ ຫ້າງ ຊັພສິນຄ້າ ໂຮງຮຽນ ນານາຊາດ ແລະ ອື່ນໆ ໃສ່ໃນເນື້ອທີ່ ດັ່ງກ່າວ ເພື່ອໃຫ້ເປັນ ແຫລ່ງ ເສຖກິດ ທີ່ ສຳຄັນ ໃນເຂດ ນະຄອນ ຫລວງ ວຽງຈັນ. ຊາວບ້ານ ທີ່ ຖືກໂຍກຍ້າຍ ຈາກພື້ນທີ່ ດັ່ງກ່າວ ບໍ່ພໍໃຈ ທີ່ ໄດ້ເສັຽດິນ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.