ຊາວບ້ານໜອງຄ້າງຕ້ອງຍ້າຍ
2015.06.30
ເຈົ້າໜ້າທີ່ ແຂວງ ຫົວພັນ ເວົ້າວ່າ, ທີ່ຜ່ານມາ ຊາວບ້ານ ບ້ານ ໜອງຄ້າງ ເມືອງ ຊໍາເໜືອແ ຂວງ ຫົວພັນ ຈໍານວນ 137 ຄອບຄົວ, ທີ່ ຖຶກ ໂຍກຍ້າຍ ບໍ່ຍອມ ເຈຣະຈາ ກັບ ທາງ ເຈົ້າໜ້າທີ່ ກ່ຽວກັບ ໂຄງການ ສ້າງ ສນາມບິນ, ແຕ່ ໂຄງການ ນີ້ ແມ່ນ ໂຄງການ ຂອງ ສ່ວນຮ່ວມ ແລະ ຊາວບ້ານ ຈະຕ້ອງ ເຮັດຕາມ ກົດຣະບຽບ ຂອງຣັຖ, ບໍ່ມີໃຜ ຈະ ຄັດຄ້ານ ໄດ້. ດັ່ງທ່ານ ເວົ້າວ່າ:
“ບໍ່ຍ້າຍ ກໍຕ້ອງ ໄດ້ ຍ້າຍ ຫັ້ນແລ້ວ ເພາະວ່າ ໂຄງການ ກິຈການ ເດີ່ນບິນ ບໍ່ຍ້າຍ ກໍບໍ່ໄດ້ ກະຕ້ອງໄດ້ ຊັບຊ້ອນ ຍ້າຍຄືກັນ, ເພາະ ຣະບຽບ ກົດໝາຍ ຫັ້ນ ບໍ່ສາມາດ ຄັດຄ້ານ ໄດ້, ໃນ ຣະບຽບ ຂອງຣັຖ ມັນບໍ່ແມ່ນ ກິຈການ ຂອງ ສ່ວນ ບຸກຄົນ ເດ ກິຈການ ຮວມ”.
ທ່ານ ກ່າວ ຕໍ່ໄປວ່າ, ການໃຊ້ ຂັ້ນ ເດັດຂາດ ກັບ ຊາວບ້ານ ຜູ້ ທີ່ບໍ່ຍອມ ໂຍກຍ້າຍ ຕາມ ຄໍາສັ່ງນີ້, ບໍ່ແມ່ນ ທາງ ເຈົ້າໜ້າທີ່ ຈະໃຊ້ ຄວາມ ຮູນແຮງ ກັບ ເຂົາເຈົ້າ, ພຽງແຕ່ ຈະເອີ້ນ ຊາວບ້ານ ເຂົ້າມາຮ່ວມ ການສຶກສາ ອົບຮົມ ໃຫ້ ຄວາມຮູ້ ເຣື້ອງ ການພັທນາ ນໍາກັນ, ແລະ ທາງ ເຈົ້າໜ້າທີ່ ກ່ຽວຂ້ງ ຈະ ອະທິບາຍ ເຖີງ ເນື້ອທີ່ ທີ່ ຈັດສັນ ໃຫ້ ພວກ ເຂົາເຈົ້າ ຍ້າຍໄປຢູ່, ແລະ ຫວັງວ່າ ການ ອົບຮົມ ສົນທະນາ ນີ້ ຈະ ເຮັດໃຫ້ ຊາວບ້ານ ເຂົ້າໃຈ, ແລະ ຍອມຍ້າຍ ອອກຈາກ ທີ່ຢູ່ ຂອງ ເຂົາເຈົ້າ ໃນໄວໆ ນີ້.
ຜ່ານມາ, ຊາວບ້ານ ບ້ານ ຫນອງຄ້າງ ທີ່ຖືກ ໂຍກຍ້າຍ ຍັງບໍ່ຍອມ ເຈຣະຈາ ກັບ ທາງການ ລາວ ແລະ ຢຶນຢັນວ່າ, ພວກຕົນ ຈະ ປັກຫລັກ ຢູ່ບ່ອນເກົ່າ ໄປ ອີກດົນ, ເພາະບໍ່ ໝັ້ນໃຈວ່າ ເມື່ອ ໂຍກຍ້າຍ ໄປຢູ່ ບ້ານ ຈັດສັນ ບ່ອນທີ່ ທາງການ ຈັດຫາໃຫ້ ນັ້ນ, ຊີວິດ ການເປັນຢູ່ ຂອງ ພວກ ເຂົາເຈົ້າ ຈະ ຍິ່ງຂີ້ຮ້າຍ ລົງ ເພາະ ຕາມທີ່ ເຫັນມາ ແມ່ນຍິງ ລໍາບາກ ຍ້ອນ ບໍ່ມີບ່ອນ ທໍາມາ ຫາກິນ. ດັ່ງ ພວກຕົນ ໃ ຊ້ຊີວິ ດຄື ທຸກມື້ ນີ້.
ຢ່າງໃດ ກໍຕາມ ຣາຍງານ ແຈ້ງ ຕື່ມວ່າ ສໍາຫລັບ ວຽກງານ ກໍ່ສ້າງ ສນາມບິນ ສາກົນ ໜອງຄ້າງ ປັຈຈຸບັນ ນີ້, ຍັງຢູ່ ໃນ ຊ່ວງ ຂອງການ ໂຈະ ການ ກໍ່ສ້າງ ຍ້ອນ ບໍຣິສັດ ຮັບເຫມົາ ເຮັດວຽກ ແບບບໍ່ໄດ້ ມາຕຖານ ແຕ່ ເປັນທີ່ ຄາດວ່າ ອາດຈະ ເຣິ້ມກໍ່ສ້າງ ຕາມ ປົກກະຕິ ຫລັງຈາກ ຣະດູ ຝົນປີນີ້.