ປະຊາຊົນ ຈາກເຂື່ອນໄຊຍະບູຣີ ບໍ່ມີອາຊີບ ໝັ້ນຄົງ
2018.12.18
ປະຊາຊົນ ທີ່ຖືກຜົລກະທົບ ຈາກໂຄງການ ເຂື່ອນໄຊຍະບູຣີ ແຂວງ ໄຊຍະບູຣີ ທັງໝົດ 15 ບ້ານ ຮຽກຮ້ອງ ໃຫ້ຣັຖບານລາວ ຈັດສັນຫາ ອາຊີບທີ່ໝັ້ນຄົງ ເພືື່ອໃຫ້ມີ ຣາຍໄດ້ ພາຍໃນຄອບຄົວ, ດັ່ງປະຊາຊົນ ທ່ານນຶ່ງ ທີ່ຖືກຜົລກະທົບ ຈາກເຂື່ອນ ໄຊຍະບູລີ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
"ລະຢາກຂໍນຳ ຣັຖບານ ໃຫ້ເພີ່ນຊ່ອຍແກ້ໄຂ ບັນຫາ ກ່ຽວກັບ ຜົລກະທົບນີ້ແຫລະ ໃຫ້ໃຊ້ແທນປະຊາຊົນ ໃຫ້ມັນໄດ້ ຕາມຄວາມຕ້ອງການ ຂະເຈົ້າ ເພາະວ່າ ຂະເຈົ້າ ໄດ້ສ້າງແລ້ວ ຢູ່ໃນໄລຍະຜ່ານມາ ສ້າງທີ່ຢູ່ອາໃສ ມັນຜ່ານມາແລ້ວ ມາຮອດປັດຈຸບັນນີ້ ຄັນຖ້າວ່າ ໂຄງການ ເຂື່ອນນໍ້າຂອງນີ້ ເກີດຂຶ້ນມາ ປະຊາຊົນ ໄດ້ຍ້າຍ ຫ່າງເຫີນ ຈາກພູມລຳເນົາເນາະ ກໍຢາກໃຫ້ໃຊ້ ແທນ ໃຫ້ເໝາະສົມ.”
ປະຊາຊົນບ້ານ ນາຕໍໃຫຍ່ ອີກທ່ານນຶ່ງ ເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ປະຊາຊົນ ທີ່ຖືກຜົລກະທົບ ຈາກໂຄງການ ເຂື່ອນໄຊຍະບູຣີ ໄດ້ຮັບ ຄ່າຊົດເຊີຍແລ້ວ ພ້ອມກັບທີ່ດິນ ພຽງ 0.7 ເຮັກຕາຣ໌ ຕໍ່ຄອບຄົວ ເຊິ່ງບໍ່ໄດ້ພຽງພໍ ໃນການປູກພືດ, ລ້ຽງສັດ ແລະ ເຮັດນາ ຖ້າເງິນຊົດເຊີຍ ໝົດໄປ ປະຊາຊົນ ຈະຢູ່ແບບໃດ ຕໍ່ໄປ ຖ້າຣັຖບານ ບໍ່ເຂົ້າມາ ຊອກຫາອາຊີບໝັ້ນຄົງ.
ປະຊາຊົນ ທີ່ຖືກໂຍກຍ້າຍ ເມື່ອກ່ອນ ມີທີ່ດິນປູກຝັງ, ລ້ຽງສັດ, ຫາປາ ແລະ ຄ້າຂາຍ ຂອງປ່າຂອງດົງ, ແຕ່ດຽວນີ້ ໂຄງການເຂື່ອນ ໄຊຍະບູຣີ ບໍ່ໃຫ້ປະຊາຊົນ ຫາປາໄປຂາຍ ບໍ່ໃຫ້ເຂົ້າ ເນື່ອງຈາກ ເປັນເຂດສັມປະທານ ຂອງເຂື່ອນ, ດັ່ງທ່ານໄດ້ກ່າວວ່າ:
“ອັນນີ້ ກໍຢາກໃຫ້ທາງເພີ່ນ ຕິດຕໍ່ ຫລືວ່າ ຈັດສັນ ອາຊີບໃຫ້ ປະຊາຊົນນີ້ເນາະ ຄັນວ່າເພີ່ນ ໝົດໂຄງການ ຢາກໃຫ້ ທາງຂັ້ນເທິງ ທາງພັກ ຂອງຣັຖ ຈັດສັນ ອາຊີບຄືນນັ້ນແຫລະ ຢາກໃຫ້ເພີ່ນ ຕໍ່ໂຄງການນີ້ຕື່ມ ບໍ່ເພາະວ່າ ປະຊາຊົນ ບາງຄອບຄົວ ຍັງບໍ່ທັນພົ້ນທຸກເທື່ອນະ.”
ປະຊາຊົນ ທັງໝົດ 15 ບ້ານ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ຂອງໂຄງການເຂື່ອນ ໄຊຍະບູຣີ ຫຼາຍກ່ວາ 30% ຍັງປະເຊີນ ກັບບັນຫາ ຄວາມທຸກຍາກ ຂາດຣາຍໄດ້ ແລະ ບໍ່ມີອາຊີບ ໃນຂນະທີ່ຣັຖບານ ບໍ່ໄດ້ເຂົ້າມາກວດກາ ແລະ ຖາມເຖິງ ບັນຫາ ຂອງປະຊາຊົນ.
ຕາມແຜນຍຸທສາດ ຂອງສປປລາວ ມີແຜນຈະສ້າງເຂື່ອນໄຟຟ້າ ຂນາດໃຫຍ່ ໃສ່ນໍ້າຂອງ ທັງໝົດ 11 ແຫ່ງ ໃນນັ້ນ ສ້າງໄປແລ້ວ 3 ແຫ່ງ ຄາດວ່າ ຈະມີປະຊາຊົນຊົນ ບໍ່ຕໍ່າກວ່າ 5,000 ຄອບຄົວ ໄດ້ຮັບຜົລກະທົບ ແລະ ຈຳເປັນຕ້ອງໂຍກຍ້າຍ ອອກຈາກບ້ານເດີມ.