ປະຊາຊົນຈາກເຂື່ອນ ນ້ຳອູ 2 ຍັງ ລຳບາກ

ສິດນີ
2017.04.17
F-Nam-ou2 ເຂື່ອນນ້ຳອູ 2 ສ້າງໃສ່ລຳນ້ຳອູ ທີ່ເມືອງງອຍ ແຂວງຫຼວງພຣະບາງ ສ້າງສໍາເລັດແລ້ວ ເປີດທົດລອງແລ້ວ ມີກຳລັງການຜລິດ 120 ເມກກະວັດ
RFA/NY

ປະຊາຊົນບ້ານຫາດຂີບ ເມືອງງອຍ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີວ່າ ຕັ້ງແຕ່ຖືກໂຍກຍ້າຍ ຈາກໂຄງການ ເຂື່ອນ ນ້ຳອູ 2 ໄປຢູ່ ບ້ານຈັດສັນໃຫມ່ ປະຊາຊົນ ຫລາຍຄອບຄົວ ຍັງປະສົບກັບ ຄວາມລຳບາກ ແລະ ທຸກຍາກ ກວ່າເກົ່າ ຍ້ອນບໍ່ມີ ວຽກເຮັດ ງານທຳ ແລະຂາດເນື້ອທີ່ ການກະເສດ ລຳບາກຫລາຍ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ປະຊາຊົນທີ່ໂຍກຍ້າຍມານີ້ ເຖິງເວລາວຽກເຮັດງານທຳ ກໍບໍ່ມີ ເພີ່ນວ່າຈະຈັດອາຊີບໃຫ້ ກໍບໍ່ມີຈັກຫນ່ອຍ ຖືວ່າທຸກກວ່າເກົ່າເດ ຢູ່ບ່ອນເກົ່າ ສນຸກສະບາຍ ມານີ້ທຸກກວ່າເກົ່າ ຍ້ອນວ່າດິນ ການຜລິດໄກ ສອງມາດິນເຮັດກໍ່ບໍ່ມີ ດິນປູກຜັກຫອມ ກໍບໍ່ມີ ດິນເພິ່ນຫມົດເລີຍຢາກໃຫ້ເພິ່ນ ຊ່ອຍເຫລືອ ເຮົາທຸກຍາກ ທຸກວັນນີ້".

ທ່ານກ່າວຕື່ມວ່າ ປັດຈຸບັນ ປະຊາຊົນໄດ້ເດີນທາງ ໄປປູກຝັງຢູ່ບ້ານເກົ່າ ທີ່ຫ່າງຈາກບ້ານຈັດສັນ ປະມານ 7 ຫາ 8 ກິໂລແມັດ ບາງຄົນ ໃຊ້ຣົດຈັກ ແຕ່ສ່ວນຫລາຍ ບໍ່ມີຣົດຈັກ ຕ້ອງໄດ້ຍ່າງໄປ.

ໂຄງການເຂື່ອນນ້ຳອູ 2 ມີປະຊາຊົນ ຖືກໂຍກຍ້າຍປະມານ 136 ຄອບຄົວ ບໍ່ໄດ້ຮັບການຊົດເຊີຍ ແບບສົມເຫດສົມຜົລ ຕາມທີ່ໂຄງການ ໄດ້ສັນຍາໄວ້ ຜ່ານມາ ທາງໂຄງການ ໄດ້ສັນຍາວ່າ ຈະໃຫ້ເງິນ ຊ່ອຍເຫລືອ ເທົ່າເຖິງປັດຈຸບັນ ກໍບໍ່ມີຄວາມຄືບ ຫນ້າເລີຍ.

ໂຄງການນ້ຳອູ 2 ທີ່ເມືອງງອຍ ແຂວງຫຼວງພຣະບາງ ເປັນນຶ່ງໃນຈຳນວນ 7 ເຂື່ອນ ໃນໂຄງການເຂື່ອນນ້ຳອູ ຈາກແຂວງຫຼວງພຣະບາງ ຫາແຂວງຜົ້ງສາລີ ສ້າງແລ້ວ 3 ເຂື່ອນ ທີ່ແຂວງຫຼວງພຣະບາງ ແລະ ກຳລັງສ້າງຢູ່ 4 ເຂື່ອນ ທີ່ແຂວງຜົ້ງສາລີ. ປັດຈຸບັນ ການສັນຈອນ ໄປມາ ທາງນ້ຳ ລຳບາກຫຼາຍ ໃນຍາມຣະດູແລ້ງ ຍ້ອນນ້ຳບົກແຫ້ງ ໃນບາງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.