ຊາວບ້ານຈາກຫົງສາລິກໄນ ລໍາບາກ
2016.07.19
ປະຊາຊົນ ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູຣີ ທີ່ເສັຽດິນປູກເຂົ້າ, ສວນແລະໄຮ່ນາ ໃຫ້ ການກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ຕ້ອງການ ໃຫ້ພາກຣັຖ ຫາບ່ອນ ການຜລິດ ເພື່ອ ເຮັດສວນ ຫຼື ປູກເຂົ້າ ໃຫ້ແກ່ ປະຊາຊົນ ໃນບ້ານ ເນື່ອງຈາກ ຣາຍໄດ້ ບໍ່ພຽງພໍ ລ້ຽງ ຊິພ. ດ່ັ່ງ ປະຊາຊົນ ຜູ້ນຶ່ງເວົ້າຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
“ໄດ້ຮັບຜົນກະທົບ ເປັນໄຮ່ ເປັນນາ ຂອງວຽງແກ້ວ ສ່ວນຫລາຍ ບໍ່ມີບ່ອນ ທໍາການຜລິດ ຍັງເຫລືອ ກໍພຽງ ດ້າມນ້ອຍ ຜູ້ຍັງກໍຍັງ ຜູ້ບໍ່ຍັງ ສ່ວນຫຼາຍ ໄດ້ໄປ ເຮັດວຽກຂັບຣົຖ ຂັບຫຍັງ ແທນເອົາ ຜູ້ໜຸ່ມ ຜູ້ນ້ອຍ ຜູ້ເຖົ້າ ຜູ້ນັ້ນ ກໍໄປ ເປັນ ຮປພ ເອີ່ຍ ໄປເຮັດວຽກທີ່ ເຮັດໄດ້ ຫັ້ນນະ”.
ນັບຕັ້ງແຕ່ ມີການສ້າງ ໂຮງໄຟຟ້າ ຫົງສາ ລິກໄນ ມານີ້ ວິຖີຊີວິດ ຂອງ ປະຊາຊົນ ໃນບ້ານ ວຽງແກ້ວ ປ່ຽນແປງ ໄປຫຼາຍ ຣາຍໄດ້ ທ່ີໄດ້ຈາກ ການເຮັດນາ ຫຼືສວນ ກໍ່ບໍ່ມີ ໃນສ່ວນນີ້ ແຕ່ຣາຍໄດ້ ທີ່ໄດ້ ຈາກການ ຮັບຈ້າງ ກໍບໍ່ໄດ້ຫຼາຍ ບໍ່ພໍໃຫ້ ຊື້ເຂົ້າກິນຊໍ້າ ສະນັ້ນ ຈຶ່ງຢາກໃຫ້ ພາກຣັຖ ເຂົ້າມາ ຈັດສັນພື້ນທີ່ ທໍາການ ຜລິດໃຫ້ ເພື່ອຈະໄດ້ ປູກເຂົ້າ ຫຼື ເຮັດສວນໄດ້ ແລະ ທາງປະຊາຊົນ ກໍຢາກໃຫ້ ທາງການ ຊ່ວຍປັບປຸງ ຖນົນຫົນທາງ ນໍາ:
“ຣາຍໄດ້ຂຶ້ນ ກໍຄື ປ່ຽນແປງໄປແລ້ວ ຫາກວ່າ ບໍ່ມີການ ຜລິດເນາະ ເປັນໄດ້ເງິນ ໄດ້ຫຍັງມາ ກໍເປັນອັນວ່າ ຊື້ທົດແທນ ກໍຢາກໃຫ້ ພາກຣັຖ ຊ່ວຍເຫລືອ ບ່ອນຜລິດ ແລະ ກໍມີຫົນທາງ ເສັ້ນທາງ ໃນວຽງແກ້ວ ນີ້ ມີປູຢາງ ເສັ້ນດຽວ ກໍກະທົບ ບັກຫລາຍໆ”.
ປັຈຈຸບັນ ບ້ານວຽງແກ້ວ ມີປະຊາຊົນ ປະມານ 1 ພັນ 1 ຮ້ອຍ 15 ຄົນ ໃນຈໍານວນ 227 ຫລັງເຮືອນ ຮວມເປັນພື້ນທີ່ ປະມານ 135 ເຮັກຕ້າ ແລະ ພື້ນທີ່ ບ້ານວຽງແກ້ວ ນີ້ບໍ່ໄດ້ເປັນ ບ້ານຈັດສັນ ທີ່ທາງ ບໍຣິສັດ ໄຟຟ້າ ສ້າງໃຫ້.