ຊາວບ້ານປຸກໂຮງຮຽນ ເອົາເອງ

ສິດນີ
2017.04.13
f-school ຕົວຢ່າງ: ໂຮງຮຽນ ທີ່ກໍາລັງກໍ່ສ້າງ ຢູ່ບ້ານໂປ່ງອາລາງ ເມືອງຊົນບູລີ ແຂວງສະຫວັນນະເຂດ
RFA/SS

ຊາວບ້ານໃນເຂດຫ່າງໄກສອກຫລີກ ທີ່ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງ ເວົ້າວ່າ ໃນປັດຈຸບັນ ຫລາຍບ້ານ ຊາວບ້ານ ຍັງໄດ້ຣະດົມທືນກັນ ມາສ້າງໂຮງຮຽນ ເອົາເອງ ຊຶ່ງທາງການ ກໍມີແຕ່ລົງມາ ຊີ້ນຳຊື່ໆ ແຕ່ບໍ່ໄດ້ເອົາ ງົບປະມານມາໃຫ້, ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 13 ເມສາ ນີ້ວ່າ:

"ແຖວຊົນນະບົດກໍຍັງມີຫລາຍຢູ່ ໂຮງຮຽນທີ່ແບບບໍ່ຄັກບໍ່ແນ່ ແຕ່ວ່າມັນກໍ່ສ້າງບໍ່ໄດ້ ສ່ວນຫລາຍ ເຂົາກໍເວລາ ສ້າງໂຮງຮຽນ ກັບພວກຂັ້ນ ເທິງ ເພີ່ນບໍ່ແມ່ນມາ ສ້າງດອກ ຊາວບ້ານນັ້ນແຫຼະ ເກັບເງິນເກັບຫຍັງ ແລ້ວກໍພາກັນ ໄປເລື່ອຍໄມ້ ເລື່ອຍຫຍັງ ໄປເຮັດເອງ ບໍ່ມີດອກ ງົບປະມານ ຈາກແຂວງ ຈາກຫຍັງ ມາເຮັດໂຮງຮຽນ ໃຫ້ຊາວບ້ານນີ້ ບໍ່ມີດອກ ມີແຕ່ທຶນຊາວບ້ານ ຊາວບ້ານນີ້ແຫລະ".

ທ່ານກ່າວຕື່ມວ່າການສ້າງໂຮງຮຽນ ໃນເຂດບ້ານກຸດຊຸງ ບ້ານສມວງແລະບ້ານດອນຫມາກເກີດ ຊຶ່ງເປັນບ້ານຫ່າງໄກສອກຫຼີກ ສ່ວນຫຼາຍ ປະຊາຊົນ ຈະຣະດົມທຶນ ໄປໃຫ້ພໍ່ບ້ານ ແລະພໍ່ບ້ານ ກໍເອົາເງິນໄປຊື້ ປູນຊິເມັນ ໄມ້ແລະອຸປກອນຕ່າງໆ ມາສ້າງໂຮງຮຽນ ເອົາເອງ. ທາງການກໍມາຢ້ຽມຢາມຊື່ໆ ແຕ່ບໍ່ມີການ ຊ່ອຍເຫລືອຫຍັງ ຍ້ອນຂາດງົບປະມານ.

ທ່ານວ່າ ໃນປັດຈຸບັນ ເດັກນ້ອຍອາຍຸເກນການຮຽນ ໃນສາມບ້ານດັ່ງກ່າວ ມີຫລາຍຮ້ອຍຄົນ ແຕ່ມີໂຮງຮຽນ ພຽງແຕ່ 2 ແຫ່ງ ບໍ່ພໍກັນ ຊາວບ້ານ ກໍບໍ່ມີເງິນ ສ້າງຕື່ມ ຕ້ອງການ ຢາກໃຫ້ທາງການ ເຂົ້າມາຊ່ອຍເຫລືອເ

"ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຄັນລົງມາເບີ່ງ ກໍຢາກໃຫ້ມີງົບປະມານ ຫຍັງມາໃຫ້ແດ່ ບໍ່ແມ່ນວ່າມາແນະນຳ ແລະເກັບເງິນ ປະຊາຊົນນີ້ ປະຊາຊົນກໍເດືອດຮ້ອນ ເຂົາຊີ່ເອົາເງິນມາແຕ່ໃສ ຖ້າຈະລົງມາຊີ້ນຳ ກໍຢາກໃຫ້ເອົາງົບປະມານ ມາໃຫ້ແນ່ ຊີ່ເຮັດໂຮງຮຽນ ຢູ່ແຖວເຂດໃດ ກໍໃຫ້ເອົາງົປ ມາແລ້ວກໍ ຊີ້ນຳໄປພ້ອມ ຈັ່ງຊັ້ນ".

ຊາວບ້ານ ທ່ານນີ້ກ່າວຕື່ມວ່າ ບໍ່ແມ່ນສະເພາະແຕ່ ໂຮງຮຽນ ທີ່ປະຊາຊົນ ຕ້ອງເຮັດເອົາເອງ, ການພັທນາອື່ນໆ ເປັນຕົ້ນ ຖນົນຫົນທາງ ວັດວາອາຮາມ ນ້ຳສະອາດ ສ່ວນໃຫຍ່ ແມ່ນປະຊາຊົນ ອອກທຶນກັນ ເຮັດເອົາເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.