ຊາວບ້ານຈະໄດ້ຮັບ ດິນ ເປັນຄ່າຊົດເຊີຍ
2016.11.22
ປະຊາຊົນ ຫຼາຍຄອບຄົວ ທີ່ເມືອງ ໄຊ ແຂວງອຸດົມໄຊ ຜູ້ທີ່ ຖືກ ຜົລກະທົບ ຈາກ ໂຄງການ ຣົດໄຟ ລາວ-ຈີນ ຈະໄດ້ຮັບ ດິນ ເປັນຄ່າ ຊົດເຊີຍ ໃນການ ຈັດສັນ ບ່ອນຢູ່ ໃໝ່ໃຫ້ ຫລັງຈາກ ທີ່ ທາງການແຂວງ ໄດ້ຫາລືກັນ ແລະ ໄດ້ຕົກລົງ ເຫັນພ້ອມ ກັນວ່າ ຕ້ອງຊອກຫາ ດິນ ບ່ອນໃໝ່ ໃຫ້ ຕາມຄວາມ ຕ້ອງການ ຂອງ ປະຊາຊົນ ດັ່ງເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວ ເມື່ອວັນທີ 21 ພືສຈິກາ ນີ້ວ່າ:
"ເຂົາຮຽກຮ້ອງ ກະຄືນນັ້ນ ປະຊຸມ ເວົ້າວ່າ ໃຫ້ຕັ້ງເຮືອນຊ່ອຍ ເນາະ ຊອກດິນ ຊອກເຮືອນໃຫ້ ຜູ້ມັນຖືກ ກະທົບ ເພິ່ນກະ ຊິຈັດໃຫ້ ຫັ້ນແຫລະ ເພາະວ່າ ໂຕຖືກໂຄງການ ເຂື່ອນໄຟຟ້າ ສັງຕ່າງໆ ເພິ່ນກໍຍັງ ຈັດໃຫ້ ໂຕນີ້ ເພີ່ນກະ ຍັງເວົ້າຢູ່ ແຕ່ວ່າ ຍັງບໍ່ໄດ້ ອອກຂໍ້ຕົກລົງ ຫຍັງ ຈັກຢ່າງເທື່ອ".
ທ່ານກ່າວ ຕື່ມວ່າ ຫຼັງຈາກ ປະຊາຊົນ ຮູ້ຂ່າວວ່າ ທາງການ ຈະຈັດສັນ ທີ່ດິນໃຫ້ ຕ່າງກໍພາກັນ ດີໃຈ ແຕ່ຍັງ ກັງວົນວ່າ ທີີ່ດິນ ບ່ອນໃໝ່ ທີ່ ທາງການ ຈະຈັດສັນ ໃຫ້ນັ້ນ ຈະອຸດົມ ສົມບູນບໍ ຈະເຮັດໃຫ້ ເຂົາເຈົ້າ ສາມາດ ປູກຝັງ ແລະ ມີຊີວິດ ດີຂື້ນກວ່າເກົ່າ ຫລືບໍ ຊາວບ້ານ ຫລາຍຄົນ ກໍພາກັນ ລໍຖ້າເບິ່ງຢູ່ ໃນປັດຈຸບັນນີ້.
ເຈົ້າຫນ້າທີ່ ທ່ານນີ້ ຍັງເວົ້າອີກວ່າ ສຳລັບ ປະຊາຊົນ ຜູ້ທີ່ ໄດ້ຮັບຜົລກະທົບ ຈາກ ການປູກຝັງ ນັ້ນ ທາງການ ກໍຮັບປາກວ່າ ຈະໃຫ້ ການຊົດເຊີຍ ແບບເຫມາະສົມຄືກັນ ເຮັດໃຫ້ ປະຊາຊົນ ດີໃຈເພີ້ມຂຶ້ນ. ແຕ່ ຊາວບ້ານ ບາງຄົນ ຍັງ ຕ້ອງການ ຣາຍລະອຽດ ເພີ່ມຕື່ມ.
ໃນປັດຈຸບັນ ແຕ່ລະເຂດ ທ້ອງຖິ່ນ ທີ່ ທາງຣົດໄຟ ລາວ-ຈີນ ຈະຜ່ານ ໃນເຂດ ພາກເຫນືອ ຂອງລາວ ທາງການ ກ່ຽວຂ້ອງ ກໍໄດ້ ໂອ້ລົມ ກັບ ປະຊາຊົນ ກ່ຽວກັບ ຄ່າຊົດເຊີຍ ແຕ່ຍັງ ບໍ່ມີ ການເປີດເຜີຍ ຢ່າງເປັນ ທາງການເທື່ອ ວ່າຈະ ເຮັດແນວໃດ ທາງການ ກໍໄດ້ໃຫ້ຂໍ້ມູນ ຜ່ານຫນັງສືພິມ ພາກຣັດ ວ່າ ໂຄງການ ດັ່ງກ່າວ ຈະເລີ້ມ ລົງມື້ສ້າງ ໃນທ້າຍປີນີ້ ແຕ່ ໃນປັດຈຸບັນ ຂ່າວກ່ຽວກັບ ການກໍ່ສ້າງ ກໍຍັງມິດງຽບ ຢູ່ຕາມເຄີຍ.