ຊາວດອນສະໂຮງບໍ່ໄດ້ ວຽກງານ ຄັກແນ່

ສິດນີ
2017.04.13
f-donsahong ຊາວບ້ານໃນເຂດ ໂຄງການສ້າງ ເຂື່ອນດອນສະໂຮງ ຮູ້ພຽງອາຊີບດຽວ ໃນຊີວິດ ຄືການຫາປາ
RFA

ປະຊາຊົນທ່ານນຶ່ງ ຢູ່ບ້ານຫາງສະດຳ ກ່າວຕໍ່ເອເຊັຽເສຣີວ່າ ຊາວບ້ານຫລາຍຄົນ ຜູ້ທີ່ເປັນ ກັມມະກອນ ໃນໂຄງການກໍ່ສ້າງ ເຂື່ອນ ດອນສະໂຮງ ຖືກໄລ່ອອກການ ຊຶ່ງໂຄງການ ເຂື່ອນ ນໍາເອົາຄົນງານ ຈາກວຽດນາມ ມາເຮັດວຽກແທນ ເຮັດໃຫ້ ປະຊາຊົນຫລາຍ ຄອບຄົວ ບໍ່ມີອາຊີບ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ບ້ານທີ່ຖືກຜົບກະທົບເຄີຍເອົາປູເອົາປາ ເຂົາກໍບໍ່ໄດ້ເອົາ ກໍແລ່ນມາເຮັດວຽກກັມມະກອນ ເຮັດວຽກກັມມະກອນ ກໍບາງມື້ກໍເອົາ ບາງມື້ ກໍບໍ່ເອົາ ກໍໄລ່ເອົາຄົນອອກ ວຽດນາມ ດຽວນີ້ວຽດມັນ ກໍສາມຮ້ອຍແລ້ວເດ ສອງຮ້ອຍປາຍສາມຮ້ອຍ ສອງຮ້ອຍແປດສີບປາຍ".

ທ່ານວ່າການກໍ່ສ້າງເຂື່ອນດອນສະໂຮງ ຄົນງານລາວ ໄດ້ຄ່າຈ້າງວັນລະ 75 ພັນກີບ ແຕ່ຄົນງານວຽດນາມ ໄດ້ຄ່າຈ້າງວັນລະ ນຶ່ງແສນ ສອງຫມື່ນກີບ ຫຼາຍກວ່າຄົນງານ ລາວ.

ທ່ານກ່າວຕື່ມວ່າ ຕັ້ງແຕ່ມີການກໍ່ສ້າງ ເຂື່ອນດອນສະໂຮງ ຊາວບ້ານບໍ່ສາມາດ ຫາປູຫາປາ ຫລືເຮັດການປະມົງ ໃນເຂດນ່ານນ້ຳນັ້ນ ໄດ້ຄືແຕ່ກ່ອນ ເຮັດໃຫ້ຫລາຍ ຄອບຄົວຕ້ອງປ່ຽນ ອາຊີບໄປຮັບຈ້າງ ແຕ່ທາງໂຄງການ ບໍ່ປະຕິບັດຕາມ ສັນຍາ ໃນການຈ້າງງານ:

"ປ່ຽນຫຼາຍປ່ຽນຫຼາຍ ປ່ຽນຈົນຢູ່ບໍ່ເປັນນະ ເດືອດຮ້ອນຫຼາຍ ຕາມເຄີຍຕິດພັນ ການຫາຢູ່ຫາປາ ຕາມປະເພນີ ມາແຕ່ພໍ່ແຕ່ແມ່ ຕ້ອງໄປ ບ່ອນຮັບຈ້າງ ຮັບຈ້າງເຂົາ ເຮັດວຽກນຳຈີນ ນຳຫຍັງຫັ້ນແຫລະ ນຳການກໍ່ສ້າງ ນຳຈີນ ໄປຕາມເຂົາ ເອົາຕົວລອດ".

ກ່ຽວກັບບັນຫາດັ່ງກ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາໂຄງການ ເຂື່ອນດອນສະໂຮງ ແຕ່ບໍ່ມີຜູ້ໃດ ໃຫ້ຄຳຕອບ. ການກໍ່ສ້າງເຂື່ອນ ດອນສະໂຮງ ໃນເວລານີ້ ມີຄວາມຄືບຫນ້າ ຫລາຍແລ້ວ ແລະໂຄງການເຂື່ອນ ດອນສະໂຮງ ມີປະຊາຊົນ 3 ບ້ານ ໃນຈຳນວນ 17 ຄອບຄົວ ໄດ້ຮັບຜົລກະທົບ ເປັນຕົ້ນ ບ້ານຫົວສະດຳ ຫາງສະດຳ ແລະບ້ານ ຫາງສະໂຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.