ໂຄງການປູກເຂົ້າ ຂ.ຈໍາປາສັກ
2013.04.25
ນັກລົງທຶນ ປູກເຂົ້າ ວຽດນາມ ອາດຈະນໍາເອົາ ຊາວນາ ວຽດນາມ ເຂົ້າມາ ປູກເຂົ້າ ຢູ່ ແຂວງ ຈໍາປາສັກ.
ນັກທຸຣະກິດ ວຽດນາມ ທີ່ມາລົງທຶນ ປູກເຂົ້າ ຢູ່ເມືອງ ສຸຂຸມາ ແຂວງ ຈໍາປາສັກ ຂອງລາວ ອາດຈະນໍາເອົາ ຊາວນາ ວຽດນາມ ເຂົ້າມາ ໃນຊ່ວງເດືອນ ກັນຍາ ຂອງປີນີ້ ຍ້ອນວ່າ ຊາວນາລາວ ໃນເຂດນັ້ນ ບໍ່ເຂົ້າຮ່ວມ ໂຄງການ ນັ້ນນໍາ. ພວກເຂົາເຈົ້າ ຈະເຮັດນາ ຂອງ ຕົນເອງ. ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງ ຈໍາປາສັກ ເວົ້າວ່າ:
"ຄິດວ່າ ຕ້ອງເອົາຄົນ ເພີ່ນແຫລະ ຄົນຈັກເພີ່ນ ກໍເຂົາສິເໝິດໄປ ເຮັດນໍາເພີ່ນດອກ ຄັນເຮັດ ກໍເຮັດ ໄຮ່ນາ ເຂົາເອງ ນີ້ແຫລະ ເພີ່ນສິເຄື່ອນໄຫວ ຈັ່ງໃດ ບໍ່ທັນຮູ້".
ທ່ານເວົ້າ ຕໍ່ໄປວ່າ ໂຄງການ ປູກເຂົ້າ ຂອງວຽດນາມ ໄດ້ ສັມປະທານ ທີ່ດິນ ຂອງຣັຖ ໃນເມືອງນັ້ນ ທັງໝົດ ປະມານ 600 ເຮັກຕາ ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງ ມີແຮງງານ ຫລາຍເຂົ້າມາ ເຮັດວຽກ. ປັດຈຸບັນ ກໍາລັງສ້າງ ຣະບົບ ຊົລປະທານ ແລະປັບປຸງ ພື້ນທີ່ດິນ ເພື່ອ ປູກເຂົ້າ. ພ້ອມກັນນັ້ນ ກໍວ່າ ຈະສົ່ງເສີມ ຊາວນາລາວ ໃນເມືອງ ດັ່ງກ່າວ ໃຫ້ປູກເຂົ້າ ແນວພັນໃໝ່ ທີ່ວຽດນາມ ຈະນໍາ ເຂົ້າມາພ້ອມ.
ແຂວງຈໍາປາສັກ ເປັນແຂວງ ທີ່ ມີການຜລິດເຂົ້າ ໄດ້ຫລາຍທີ່ສຸດ ຢູ່ພາກໃຕ້ ຂອງລາວ. ທີ່ຜ່ານມາ ຍັງບໍ່ເຄີຍມີ ຊາວນາ ຕ່າງປະເທດ ເຂົ້າມາປູກເຂົ້າ ຢູ່ໃນແຂວງ ຈັກເທື່ອ. ດັ່ງນັ້ນຈຶ່ງມີຄົນ ສົນໃຈນໍາວ່າ ຫາກຊາວ ວຽດນາມ ເຂົ້າມາ ປູກເຂົ້າ ຢູ່ແຂວງນີ້ແລ້ວ ຕໍ່ໆໄປ ອາດເຮັດໃຫ້ ຊາວນາລາວ ສູນເສັຍ ທົ່ງນາ ຂອງ ພວກຕົນ ໃຫ້ຊາວວຽດນາມ ຫລາຍຂຶ້ນ.